ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ Tillerson ສາບານ​ຕົວ​ ເຂົ້າຮັບຕຳແໜ່ງ ເປັນ​ ລມຕ ​​ຕ່າງປະ​ເທດ​ ຄົນ​ໃໝ່ ສະຫະລັດ


US Trump Tillerson
please wait
Embed

No media source currently available

0:00 0:01:26 0:00

ທ່ານ Rex Tillerson ​ໄດ້​ສາບານ​ຕົວ​ເຂົ້າ​ຮັບ​ຕຳ​ແໜ່ງ​ໃນ​ແລງ​ວັນ​ພຸດ​ວານ​ນີ້ ​ເພື່ອ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດຄົນ​ໃໝ່ ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງ​ຈາກ​ທີ່​ສະພາ​ສູງ​ສະຫະລັດ ​ຮັບຮອງ​ເອົາ​ທ່ານ​ແລ້ວ​ນັ້ນ.

ຮອງ​ປະທານາທິບໍດີ Mike Pence ​ໄດ້​ເປັນ​ຄົນສາບານ​ຕົວ ​ທ່ານ Tillerson ທີ່​ຫ້ອງການ Oval Office ​ໃນ​ທຳນຽບຂາວ ​ໃນ​ຂະນະ​ທີ່​ປະທາ​ນາ​ທິບໍດີ Trump ​ຢືນເບິ່ງ​ນຳ​ນັ້ນ.
ທ່ານ Tillerson ​ໄດ້​ກ່າວ​ຂອບ​ໃຈ ຕໍ່​ທ່ານ Trump ​ໃນ​ອັນ​ທີ່​ທ່ານ​ເອີ້ນ​ວ່າ “​ເປັນ​ໂອາດ​ທີ່​ຍິ່ງ​ໃຫຍ່” ​ແລະ​ໄດ້​ກ່າວ​ເພີ່ມ​ຕື່ມ​ວ່າ ທ່ານ​ຈະ​ຮັບ​ໃຊ້ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ຊາວ​ອາ​ເມຣິກັນ ຕະຫຼອດ​ເວລາ.

ເຊີນຊົມ: ທ່ານ Tillerson ກ່າວຂອບໃຈ ທ່ານ Trump “ສຳຫຼັບໂອາດ​ທີ່​ຍິ່ງ​ໃຫຍ່”

Secretary of State Tillerson Thanks Trump for 'Opportunity'
please wait

No media source currently available

0:00 0:01:37 0:00

ທ່ານ Trump ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ກັບ​ທ່ານ Tillerson ​ໂດຍ​ກ່າວ​ວ່າ ລັດຖະ ມົນຕີ​ການ​ຕ່າງປະ​ເທດ​ສະຫະລັດຄົນ​ໃໝ່ ​ແມ່ນ​ໄດ້​ຮັບຄວາມ​ເຄົາລົບ​ໃນ​ທົ່ວ​ໂລກ​ແລະ​ຈະ​ນຳ​ເອົາ​ຄວາມ​ສາມາ​ດພິ​ເສດ ​ແລະ​ວິ​ໄສ​ທັດ​ທີ່​ກວ້າງ​ໄກ​ຂອງທ່ານ ເຂົ້າ​ໃນລະບົບ​ການ​ທູດ​ຂອງໂລກ.

​ມີ​ພຽງ​ແຕ່​ສະມາຊິກ​ສະພາ​ສູງ 3 ທ່ານ ຈາກ​ພັກ ​Democrats ​ແລະ​ອີກ ນຶ່ງ​ທ່ານ​ທີ່​ບໍ່​ສັງກັດ​ພັກ ​ໄດ້​ເຂົ້າ​ຮ່ວມກັບ​ພັກ Republican ​ໃນ​ການ​ສະໜັບສະໜຸນ ​ທ່ານ Tillerson ຜູ້​ຊຶ່ງ​ໄດ້​ຮັບ​ການ​ລົງ​ຄະ​ແນນ​ສຽງ 56 ຕໍ່ 43 ນັ້ນ. ສະມາຊິກ​ສະພາ​ສູງ​ຈາກ​ສອງ​ພັກ​ການ​ເມືອງ ​ໄດ້​ໃຊ້​ເວລາ ຫລາຍ​ສັບປະດາ​ໃນ​ການ​ສຳພາດ ​ສອບ​ຖາມປະທານ​ບໍລິຫານ ຂອງ​ບໍລິສັດ​ນຳ​ມັນ Exxon Mobil ທີ່​ມີ​ສາຍ​ພົວພັນ​ໃກ້​ຊິດ​ກັບ​ປະທານາທິບໍດີຣັດ​ເຊຍ ທ່ານ Valdimir Putin ​ແລະ​ຄວາມ​ສາມາດ ຂອງທ່ານ​ໃນ​ການ​ທີ່​ປະ​ຜົນ​ປະ​ໂຫຍ​ດທາງ​ດ້ານ​ທຸລະ​ກິດ​ຂອງ​ທ່ານ​ໄວ້​ຂ້າງ​ນອກ ​ແລະ​ຮັບ​ໃຊ້​ເປັນຫົວ ໜ້າ​ນັກ​ການ​ທູດຂອງ​ອາ​ເມຣິກາ.

ເຊີນຊົມ : ພັກ Republican ສໜັບສະໜຸນທ່ານ Trump ໃນການເລືອກຄັ້ງນີ້

Republican-dominated Senate Backs Trump's Cabinet Picks
please wait

No media source currently available

0:00 0:02:04 0:00


“ທ່ານ Tillerson ​ໄດ້​ປະຕິບັດ​ໜ້າ​ທີ່​ຢ່າງ​ກວ້າງຂວາງ ​ໃນ​ທຸລະກິດ​ຍັກ​ໃຫຍ່​ໃນ​ໂລກ ອັນ​ນຶ່ງ,” ຊຶ່ງ​ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງ​ສະມາຊິ​ສະພາ​ສູງທ່ານ John Cornyn ສັງກັດພັກ Republican ຈາກ​ລັດ Texas. ທ່ານ​ຍັງ​ກ່າ​ວຕື່ມວ່າ “ປະຈຸ​ບັນ​ນີ້ ປະສົບ​ການ​ຕ່າງໆ ຄວາມ​ພ້ອມ ​ແລະ​ນິ​ໄສ​ໃຈຄໍ ​ແລະ​ຄວາມ​ສາມາດ​ຂອງ​ທ່ານ ຈະ​ໄດ້​ຖືກ​ນຳ​ມາ​ປະກອບ​ເຂົ້າ​ກັບ​ພາລະກິດ ທີ່​ຈະ​ເຮັດ​ເພື່ອ​ປະຊາຊົນ​ອາ​ເມຣິກັນ.”

​ເຖິງ​ຢ່າງ​ໃດກໍ​ຕາມ ​ສະມາຊິ​ສະພາ​ສູງຈາກ​ພັກ ​Democrats ທ່ານ Ben Cardin
ຈາກ​ລັດ Maryland ​ໄດ້​ກ່າວ​ວ່າ “ຂ້າພະ​ເຈົ້າ​ຍັງ​ມີ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບປະສົບປະ
ກາ​ນທາງ​ດ້ານ​ທຸ​ລະ​ກິດ​ຂອງ​ທ່ານ Tillerson ອາດ​ຈະ​ຂັດຂວາງ​ບໍ່​ໃຫ້​ທ່ານ​ເປັນ​ລັດຖະ
ມົນຕີ​ການ​ຕ່າງປະ​ເທດ ຜູ້​ທີ່​ຈະ​ສ້າງ​ຄວາມ​ກ້າວໜ້າ​ຢ່າງ​ສຳຄັນ ຕໍ່​ຫລັກ​ຄຸນຄ່າ ​ແລະ​ອຸດົມ​ການທີ່​ໄດ້​ກຳນົດປະ​ເທດ​ຂອງ​ພວກ​ເຮົາ.”

ທ່ານ Cardin ຍັງ​ກ່າວ​ເພີ່ມ​ຕື່ມ​ວ່າ ທ່ານ Tillerson ຍັງ​ຈະຖືກ​ຂໍ​ຮ້ອງໃຫ້​ປະຕິບັດ​ຕາມ
“ນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່​ເປັນ​ອັນຕະລາຍ​ຮ້າຍ​ແຮງ​ຂອງ​ທ່ານ Trump ນຳອີກ.”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG