ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາສູງ ສຫລ ອະນຸມັດ ແຜນການ ຫລີກລ່ຽງ "ເຫວງົບປະມານ" (ວີດີໂອ)


ສະພາ​ສູງ​​ສະຫະລັດ ​ໃຫ້ການ​ອະນຸມັດ​ຕໍ່ແຜນການ​ເພື່ອ​ຫຼີກລ່ຽງ “​​ເຫວ​ງົບປະມານ” ​ຊຶ່ງ​ຈະ​ມີ​ການຂື້ນ​ພາສີ ​ແລະ​ຕັດ​ການ​ໃຊ້​ຈ່າຍລົງ
ສະພາ​ສູງ​​ສະຫະລັດ ​ໃຫ້ການ​ອະນຸມັດ​ຕໍ່ແຜນການ​ເພື່ອ​ຫຼີກລ່ຽງ “​​ເຫວ​ງົບປະມານ” ​ຊຶ່ງ​ຈະ​ມີ​ການຂື້ນ​ພາສີ ​ແລະ​ຕັດ​ການ​ໃຊ້​ຈ່າຍລົງ
ສະພາ​ສູງສະຫະລັດ ​ໄດ້ໃຫ້ການ​ອະນຸມັດ​ຕໍ່ແຜນການ​ເພື່ອ​ຫຼີກ
ລ່ຽງບໍ່​ໃຫ້ ​ເກີດອັນ​ທີ່​ຮ້ອງ​ວ່າ “ເຫວ​ງົບປະມານ” ​ຊຶ່ງ​ຈະ​ມີ​ການ
ຂື້ນ​ພາສີ ​ແລະ​ຕັດ​ການ​ໃຊ້​ຈ່າຍລົງ ຫລັງຈາກ​ການ​ເຈລະຈາ​
ຢ່າງ​ຍືດຍາວ ​ເປັນ​ເວລາສອງ​ວັນ ​ທີ່​ພາ​ໃຫ້​ມີ​ການປະນີປະ​ນອມ
ລະຫວ່າງທໍານຽບຂາວ​ແລະຜູ້ນຳ​ຂອງ ພັກຣີພັບ​ບລີ​ກັນ​ຢູ່ໃນ​ລັດ
ຖະສະພາ​ສະຫະລັດ.

ໃນ​ການ​ລົງ​ຄະ​ແນນ​ສຽງ​ ໃນ​ຕອນ​ເຊົ້າມືດຂອງ​ວັນ​ອັງ​ຄານມື້ນີ້
ບັນດາ ສະມາຊິກ​ສະພາ​ສູງສະຫະລັດ ​ໄດ້ໃຫ້ການ​ອະນຸມັດ​ຕໍ່​
ມາດ​ຕະການ​ດັ່ງ ກ່າວ​ດ້ວຍ​ຄະ​ແນນ 89 ຕໍ່ 8.

ປະ​ທາ​ນາ​ທິບໍດີ Barack Obama ​ໄດ້​ສັນລະ​ເສີນສະພາ​ສູງສະຫະ ລັດ ​ແລະ​ຮຽກຮ້ອງ​ໃຫ້ສະພາ​ຕໍ່າ ຮັບຜ່ານຮ່າງ​ກົດໝາຍດັ່ງກ່າວ​ໂດຍ “ປາສະຈາກ​ການ​ຊັກ​ຊ້າ.” ບັນດາສະ
ມາຊິກ​ສະພາ​ຕໍ່າ ມີ​ແຜນ​ທີ່​ຈະເຂົ້າປະຊຸມ​ກັນອີກ​ໃນ​ຕອນທ່ຽງ​ຂອງມື້ນີ້ຕາມ​ເວລາ​ໃນ​ກຸງ​ວໍ​ຊິງ​ຕັນ ຫຼື ຕອນ​ທ່ຽງ​ຄືນ​ຂອງ​ເມືອງ​ລາວ ​ ​ເພື່ອ​ພິຈາລະນາຮ່າງ​ກົດໝາຍສະບັບ​ນີ້.

ທ່ານ Mitch McConnell ຜູ້ນໍາ​ສຽງ​ສ່ວນ​ນ້ອຍ​ໃນສະພາ​ສູງ ກ່າວ​ວ່າ ການ​ປະນີປະ​ນອມກັນ​ດັ່ງກ່າວ​ນີ້ “ບໍ່​ແມ່ນເປັນ​ການ​ຕົກລົງທີ່ດີ​ເລີດ​” ທີ່ ຈະ​ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ຂື້ນ​ພາສີຕໍ່​ຊາວ​ອາ​ເມຣິກັນສ່ວນ​ໃຫຍ່. ທ່ານ​ຍັງ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ປະທານາທິບໍດີ​ Joe Biden ຜູ້ທີ່ໄດ້ເຮັດ ວຽກຮ່ວມກັບບັນດາຜູ້ນໍາສະພາສູງ ​ໃນ​ການ​ຮ່າງ​ຂໍ້​ຕົກລົງ​ສະບັບ
​ນີ້.

ພາຍໃຕ້ແຜນດັ່ງກ່າວ ສ່ວນບຸກຄົນທີ່ມີລາຍໄດ້ຫຼາຍກວ່າ 400.000 ພັນໂດລາຕໍ່ປີ ແລະ
ຄູ່ຜົວເມຍທີ່ມີລາຍໄດ້ເກີນ 450.000 ພັນໂດລາ ຕໍ່ປີນັ້ນ ອັດຕາພາສີຂອງ​ເຂົາ​ເຈົ້າຈະສູງ
ຂື້ນ. ນອກ​ນັ້ນ ຍັງ​ຈະ​ມີ​ເລື່ອນ ເວລາອອກ​ໄປສອງເດືອນ ການ​ຕັດ​ການ​ໃຊ້​ຈ່າຍ​ໃນດ້ານ​ປ້ອງ​ກັນ​ປະ ​ເທດ ​ແລະ​ໂຄງການ​ພາຍ​ໃນ​ປະ​ເທດ​ຕ່າງໆ ຊຶ່ງເປັນການຈັດຕັ້ງໄວ້ໃນອະນາ
ຄົດ ທີ່ຈະມີການຕໍ່ສູ້ກັນລະຫວ່າງພັກທັງ​ສອງ ທີ່ທ່ານ McConnell ໄດ້ກ່າວ​ເປັນ​ໄນກ່ອນ
ໜ້າບັນດາສະມາຊິກສະພາສູງພາກັນລົງຄະແນນສຽງ ​ໃນວັນອັງຄານມື້ນີ້.

ກ່ຽວຂ້ອງກັນ

XS
SM
MD
LG