ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Sessions ສາບານຕົວ ເຂົ້າຮັບຕຳແໜ່ງ ເປັນ ລມຕ ຍຸຕິທຳ ທີ່ທຳນຽບຂາວ


US Senate Session
please wait
Embed

No media source currently available

0:00 0:02:01 0:00

ສະມາຊິກ​ສະພາ​ສູງ​ສະຫະລັດ ທ່ານ Jeff Session ​ສາບານ​ຕົວ​ເຂົ້າຮັບ​ຕຳແໜ່​ງເປັນ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ໃນ​ພິທີທີ່ຈັດ​ຂຶ້ນຢູ່ທຳນຽບຂາວ ​ໃນວັນພະຫັດ​ມື້​ນີ້.

ສະພາ​ສູງ​ສະຫະລັດ ຮັບ​ຮອງເອົາ​ທ່ານ Session ​ໃນ​ວັນ​ພຸດວານ​ນີ້ ຫຼັງ​ຈາກ​ທີ່​ໄດ້​ມີ​ການ
​ອະພິ​ປາຍກັນ​ຫຼາຍ​ກວ່າ​ນຶ່ງ​ມື້ ​ແລະ​ການ​ປະ​ເຊີນ​ໜ້າ ທີ່​ນຳ​ໄປ​ສູ່​ການ​ໂຈະ​ການ​ຖະແຫຼງ​ທີ່
​ສຳຄັນ​ຂອງ​ພັກ Democrat.

ການລົງຄະ​ແນນ​ສຽງ 52 ຕໍ່ 47 ຮັບຮອງ​ເອົາ​ທ່ານ Session ທີ່ສັງກັດ​ພັກ Republican
ຜູ້​ຊຶ່ງ​ໄດ້​ດຳລົງ​ຕຳ​ແໜ່​ງນີ້​ມາຍາ​ວນານ​ຈາກ​ລັດ Alabama ​ເປັນຫົວໜ້າ​ເຈົ້າ​ໜ້າ​ທີ່​ປະຕິ
ບັດ​ກົດໝາຍ​ສູງ​ສຸດ ແລະ​ເປັນ​ຄະນະ​ລັດຖະບານ​ຄົນທີ 6 ທີ່​ຖືກ​ສະ​ເໜີ​ຊື່​ແຕ່ງຕັ້ງ ​ໂດຍ​ປະທານາທິບໍດີ ​ທ່ານ Donald Trump ​ໄດ້​ຖືກ​ຮັບຮອງ​ເອົາ.

“ນີ້​ແມ່ນ​ການ​ໃຫ້​ກຽດ​ພິ​ເສດ” ຊຶ່ງ​ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງ​ທ່ານ Session ທີ່​ໄດ້​ກ່າວ​ຕໍ່​
ເພື່ອນ​ຮ່ວມ​ງານ ​ໃນ​ການກ່າວອຳ​ລາ ຫຼັງ​ຈາກ​ການ​ລົງ​ຄະ​ແນນ​ສຽງ ເສັດ​ສິ້ນແລ້ວ.
ທ່ານ​ຍັງ​ກ່າວ​ອີກ​ຕື່ມ​ວ່າ “ຂ້າພະ​ເຈົ້າ​ຫວັງ​ແລະ​ພາວະນາ​ວ່າ ​ຂ້າພະ​ເຈົ້າຈະ​ຄຸ້ມຄ່າ
ຕໍ່​ການ​ໄວ້​ວາງ​ໃຈ ທີ່​ທ່ານ​ໄດ້​ມອບ​ໃຫ້​ແກ່​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າ​ຈະກະທຳ​ຈົນ​ສຸດ​
ຄວາມ​ສາມາດໃຫ້​ດີ​ທີ່​ສຸດ.”

ທ່ານ Chuck Grassley ປະທານ​ຄະນະກຳມະການ​ຍຸຕິ​ທຳ​ຂອງ​ສະພາ​ສູງ ສັງກັດ
​ພັກ Republican ຈາກ​ລັດ Iowa ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ຮູ້ກັນ​ດີ​ເຖິງ​ ຜູ້ຊຶ່ງຮັກ​ໃນ
​ກຽດ​ສັກ​ສີ​ອັນ​ສູງ​ສົ່ງຂອງ​ທ່ານ ​ຜູ້ຊຶ່ງ​ນັບຖື​ຄຳ​ເວົ້າ​ຂອງ​ທ່ານ​ເອງ ​ແລະ​ເປັນ​ຜູ້​ມີ​ຄວາມ
ໝັ້ນໝາຍ​ຕໍ່​ຄວາມ​ເປັນ​ທຳ ຕໍ່​ຄວາມຍຸຕິ​ທຳ ​ແລະ​ສຳຄັນ​ທີ່​ສຸດ ກໍ​ຄື​ກົດໝາຍ​ລັດຖະ
ທຳ​ມະ​ນູນ.”

ເຊີນຊົມ: ລັດຖະສະພາ ຮັບຮອງເອົາ ການແຕ່ງຕັ້ງລັດຖະມົນຕີກະຍຸຕິທຳ

Senate Confirms Sessions as US Attorney General
please wait

No media source currently available

0:00 0:02:45 0:00

ພວກ​ທີ່​ສະໜັບ​ສະນຸນທ່ານ Trump ທັງຫຼາຍ ​ໃນ​ຊ່ວງ​ທີ່​ກຳລັງ​ໂຄສະ​ນາ​ຫາ​ສຽງ ຕອນ​ຕົ້ນໆ​ນັ້ນ ທ່ານ Session ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ເອົາ​ກົດໝາຍໃຫ້​ຢູ່​ເໜືອ​ການ​ເມືອງ ​ໃນ​ຖານະ​ທີ່​ດຳລົງ​ຕຳ​ແໜ່​ງ​ເປັນ​ລັດຖະມົນ​ຕີ​ກະຊວງ​ຍຸຕິ​ທຳ.

“ທ່ານ​ພຽງ​ແຕ່​ຕ້ອງ​ໄດ້​ຊ່ອຍ​ເຫຼືອ​ປະທານ​ບໍດີ ກະທຳ​ໃນ​ສິ່ງ​ທີ່​ທ່ານ​ຕ້ອງການ​ຢາກ​ຈະ​ເຮັດ ​ໃນ​ທາງ​ທີ່​ຖືກຕ້ອງ​ຕາມ​ກົດໝ​າຍ ​ແລະ​ຄວນ​ຈະ​ມີ​ຄວາມ​ສາມາດ​ທີ່​ຈະ​ກ່າວປະຕິ​ເສດ ຕໍ່​ປະທານາທິບໍດີ,” ຊຶ່ງ​ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງ​ທ່ານ ທີ່​ໄດ້​ຢືນຢັນ ​ໃນ​ການ​ໃຫ້ການເມື່ອ​ເດືອນ​ແລ້ວ​ນີ້.

ກ່ອນ​ໜ້າການ​ລົງ​ຄະ​ແນນ​ສຽງ​ຮັບຮອງ​ເອົາທ່ານ​ໃນ​ວັນ​ພຸດ​ວານ​ນີ້ ພວກ​ສະມາຊິກ​ພັກ Democrats ​ໄດ້​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ບໍ່​ໄດ້ມີ​ຄວາມ​ໝັ້ນໃຈ​ແຕ່​ຢ່າງ​ໃດ.

“ພວກ​ເຮົາ​ມີ​ປະທານາທິບໍດີ ຜູ້​ຊຶ່ງ​ຕ້ອງການ​ທີ່​ຈະ​ນຳ​ເອົາ​ການ​ທໍ​ລະມານ ກັບ​ຄືນ​ມາ,” ​ນັ້ນ​ຄື​ຄຳ​ເວົ້າ​ຂອງທ່າ​ນນາງ Dianne Feinstein ​ສະມາຊິກ​ສະພາ​ສູງອ​ະວຸ​ໂສ​ໃນ​ຄະນະ​ກຳມະການ​ຍຸຕິ​ທຳ​ພັກຂອງ Democrats ​ທີ່ໄດ້​ກ່າວ​ໄວ້ ​ແລະ​ທ່ານ​ນາງຍັງ​ໄດ້​ກ່າວ​ອີກ​ຕື່ມ​ວ່າ “​ແລະ​ພວກ​ເຮົາ​ມີ​ຜູ້​ທີ່​ຖືກ​ສະ​ເໜີ​ຊື່​ໃຫ້​ເປັນ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ຜູ້​ຊຶ່ງ​ເປັນ​ໄດ້​ທຸກ​ຢ່າງ ຍົກ​ເວັ້ນ ຄວາມເປັນ​ອິດສະຫຼະ ບໍ່​ຂຶ້ນ​ກັບ​ພັກ​ໃດ. ທ່ານ​ແມ່ນ​ນຶ່ງ​ໃນຄະນະ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ Trump.”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ສະມາຊິກສະພາສູງ ທ່ານນາງ Dianne Feinstein, ສັງກັດພັກ Democrats ຈາກລັດ California. ທີ່ໃຫ້ຄຳຖະແຫຼງການໃນລັດຖະສະພາ, 31 ກຸມພາ, 2017.
ສະມາຊິກສະພາສູງ ທ່ານນາງ Dianne Feinstein, ສັງກັດພັກ Democrats ຈາກລັດ California. ທີ່ໃຫ້ຄຳຖະແຫຼງການໃນລັດຖະສະພາ, 31 ກຸມພາ, 2017.

XS
SM
MD
LG