ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອະດີດຜູ້ຊ່ວຍ ທ.ທຣໍາຖືກຮຽກໃຫ້ ເອົາຂໍ້ມູນ ໃຫ້ຄະນະສືບສວນ ໃນສະພາສູງສຫລ


ທ່ານ Carter Page ກ່າວຄໍາປາໄສໃນວັນທີ 8 ກໍລະກົດ 2017 ຊຶ່ງເວລານັ້ນທ່ານເປັນທີ່ປຶກສາໃຫ້ແກ່ທ. ດໍໂນລ ທຣໍາ, ຜູ້ສະໝັກປະທານາທິບໍດີ ຈາກພັກຣີພັບບລິກກັນ.
ທ່ານ Carter Page ກ່າວຄໍາປາໄສໃນວັນທີ 8 ກໍລະກົດ 2017 ຊຶ່ງເວລານັ້ນທ່ານເປັນທີ່ປຶກສາໃຫ້ແກ່ທ. ດໍໂນລ ທຣໍາ, ຜູ້ສະໝັກປະທານາທິບໍດີ ຈາກພັກຣີພັບບລິກກັນ.

ຄະນະ​ກໍາມະການ​ສະພາ​ສູງ​ຂອງ​ສະຫະລັດ ທີ່​ສືບສວນ​ຄະດີ​ກ່າວ​ຫາ​ວ່າ ຣັດ​ເຊຍ​ແຊກ​
ແຊງ​ເຂົ້າ​ໃນ​ການ​ເລືອກ​ຕັ້ງຂອງ​ສະຫະລັດ​ຄັ້ງຫລ້າ​ສຸດ​ຜ່ານ​ມານີ້ ​ໄດ້​ສັ່ງ​ໃຫ້​ບັນດາ​ອະ
ດີດຜູ້​ຊ່ວຍ​ປະທານາທິບໍດີ ດໍ​ໂນ​ລທຣໍາ ທັງ​ຫລາຍ​ໃຫ້​ມອບ​ຂໍ້​ມູນ​ຕ່າງໆ ທີ່​ອາດ​ກ່ຽວຂ້ອງ
ກັບ ຄົນຣັດ​ເຊຍ. ນຶ່ງ​ໃນ​ຈໍາ​ນວນ​ຄົນ​ທີ່​ກໍາລັງ​ຖືກ​ຕິດຕາມ​ກວດກາ​ກໍ​ຄື ທ່ານ Carter
Page, ອະດີດທີ່​ປຶກສາ ດ້ານ​ນະ​ໂຍບາຍຕ່າງປະ​ເທດຂອງ​ທ່ານທຣໍາ ​ໄດ້​ຕອບ​ໂຕ້​ຄືນ​
ຢ່າງໜັກຕໍ່ຄະນະ​ກໍາມະການ ດ້ານ​ການ​ສືບ​ລັບ​ປະ​ຈໍາ​ສະພາ​ສູງ​ຂອງ​ສະຫະລັດ ​ໂດຍ
ຂຽນຢູ່​ໃນ​ຈົດໝາຍສະບັບ​ນຶ່ງ ທີ່ເປີດ​ເຜີຍ​ໃຫ້​ຄົນ​ທົ່ວ​ໄປ​ຮູ້​ໃນ​ວັນ​ສຸກ​ວານ​ນີ້ ​ໂດຍ​ເອີ້ນ
ການ​ສືບສວນ​ວ່າ​ເປັນ"ການ​ສອບ​ຖາມພໍ​ໃຫ້​ມັນ​ຄື ທີ່​ເປັນໜ້າຢາກຫົວ."

ທ່ານ Page ​ເວົ້າຢູ່​ໃນ​ຈົດໝາຍຂອງ​ທ່ານ​ວ່າ ຖ້າ​ຫາກ​ສະມາ​ຊິກ​ຂອງຄະນະ​ກໍາມະການ
​ ຢາກ​ໄດ້​ລາຍ​ລະອຽດກ່ຽວກັບ​ການ​ຕິດຕໍ່ສື່ສານ​ຂອງ​ທ່ານ​ກັບ​ຄົນຣັດ​ເຊຍ ພວກ​ເຂົາ​ເຈົ້າ
ຄວນ ​ໄປຖາມອະດີດ​ປະທານາ​ທິບໍດີ ບາຣັກ ​ໂອ​ບາ​ມາ​ພຸ້ນ. ​ເອກະສານ​ທີ່​ທ່ານ​ມີ​ແມ່ນ
"ສິ່ງ​ເລັກໆ ນ້ອຍໆ" ​ເມື່ອ​ທຽບ​ໃສ່​ກັບ​ຂໍ້​ມູນ​ທີ່​ຄະນະ​ລັດຖະບານ​ຂອງ​ທ່ານ​ໂອ​ບາ​ມາ​ເກັບ
​ກໍາ​ເອົາ ຊຶ່ງ​ເປັນ​ສ່ວນ​ນຶ່ງ​ຂອງສິ່ງທີ່​ທ່ານ​ເອີ້ນ​ວ່າ ​ຄໍາ​ສັ່ງ​ລັບ​ "ທີ່​ບໍ່ມີເຫດຜົນ​ຫຍັງໝົດ" ​
ໃຫ້​ຄົນ​ຄອຍຕິດຕາມ ຊິ້ງຊອມ​ເບິ່ງ​ທ່ານ.
ຄະນະ​ກໍາມະການ​ສະພາ​ສູງ​ຂອງ​ສະຫະລັດ ຍັງ​ໄດ້​ຂໍ​ເອົາ​ບົດ​ບັນທຶກ​ຈາກ​ທ່ານ Paul Manafort ອະດີດ​ປະທານກໍາມະການ​ໂຄສະນາ​ຫາ​ສຽງຂອງ​ທ່ານ​ທຣໍາ, ທ່ານ Roger
Stone ອະດີດ​ທີ່​ປຶກສາຂອງ​ທ່ານ​ທຣໍາ, ​ແລະ​ຈາກທ່ານ Michael Flynn ອະດີດທີ່​ປຶກ
ສາ ດ້ານ​ຄວາມໝັ້ນຄົງ​ແຫ່ງ​ຊາດຂອງ​ທ່ານ​ທຣໍາ ຊຶ່ງ​ເປັນ​ສ່ວນ​ນຶ່ງໃນ​ການ​ສືບສວນ ດັ່ງ
ກ່າວ.

ທັງຄະນະ​ກໍາມະການ ດ້ານ​ການ​ສືບ​ລັບ​ປະ​ຈໍາ​ສະພາ​ສູງ ​ແລະ​ສະພາ​ຕໍ່າ​ຂອງ​ສະຫະລັດ
ພ້ອມ​ທັງ​ເຈົ້າໜ້າທີ່ FBI ກໍາລັງ​ດໍາ​ເນີນ​ການ​ສືບສວນ​ເບິ່ງ​ຄວາມ​ພະຍາຍາມ​ຂອງຣັດ​ເຊຍ
ທີ່​ຈະ​ສົ່ງ​ອິດ​ທິພົນ​ຕໍ່ການ​ເລືອກ​ຕັ້ງ​ປະທານາທິບໍດີ​ສະຫະລັດ​ໃນ​ປີ 2016.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG