ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

EU ວິຕົກ ນໍາ ການ​ເຜົາ​ໂຕ​ຕາຍເພີ້ມຂຶ້ນ ​ຂອງຊາວທິ​ເບ​ດ ຢູ່​ໃນ​ຈີນ (ສະໄລດ໌)


ທ່ານ Leonidas Donskis ສອບຖາມຄະນະກໍາມາທິການ ຂອງສະຫະພາບຢູໂຣບ ຫລື EU ກ່ຽວກັບທິ​ເບ​ດ ແລະ​ຈີນ.
ທ່ານ Leonidas Donskis ສອບຖາມຄະນະກໍາມາທິການ ຂອງສະຫະພາບຢູໂຣບ ຫລື EU ກ່ຽວກັບທິ​ເບ​ດ ແລະ​ຈີນ.
ຫົວໜ້າຝ່າຍນະໂຍບາຍ​ການ​ຕ່າງປະ​ເທດຂອງສະຫະພາບຢູ
ໂຣບ ຫລື EU ​ກ່າວວ່າ EU ມີ​ຄວາມ “​ເສົ້າ​ສະຫລົດໃຈຢ່າງ
ສຸດຊຶ້ງ​” ນໍາການເພີ້​ມທະວີຂຶ້ນ​ຂອງຈໍານວນຊາວທິ​ເບ​ດທີ່​ເຜົາ
ໂຕ​ຕາຍ​ ຢູ່​ໃນ​ຈີນ.

ທ່ານນາງ Catherine Ashton ຜູ້ຕາງໜ້າຂັ້ນສູງດ້ານກິດ
ຈະການ​ຕ່າງປະ​ເທດ ​ແລະ​ນະ​ໂຍບາຍດ້ານຄວາມໝັ້ນຄົງ
ຂອງ EU ເວົ້າວ່າ EU ມີຄວາມເປັນຫ່ວງນໍານະ​ໂຍບາຍທີ່
ຈຳກັດ​ຮັດແຄບ​ຂອງ​ຈີນ ຢູ່ໃນທິເບດ ຊຶ່ງໄດ້ເຮັດ​ໃຫ້ເກີດ​
ຄວາມບໍ່ພໍໃຈເພີ້ມຂຶ້ນນັບມື້ ​ຢູ່ໃນ​ຂົງ​ເຂດດັ່ງກ່າວນັ້ນ​.

ຢູ່​ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງທີ່ນໍາອອກເຜີຍແຜ່ໃນ​ວັນສຸກ
ຜ່ານມາ​ນີ້ ທ່ານນາງ Ashton ໄດ້ຊຸກຍູ້ໃຫ້ຊາວທິ​ເບ​ດຢັບ
ຢັ້ງຊັ່ງໃຈ ຈາກການກະທໍາການປະທ້ວງແບບຮຸນແຮງ ແລະຮຽກຮ້ອງໃຫ້ຈີນແກ້ໄຂ “ສາຍ ເຫດທີ່ຝັງຮາກເລິກ ທີ່ພາໃຫ້ເກີດຄວາມຂັດຂ້ອງໝອງໃຈ” ຢູ່ໃນກຸ່ມຊາວທິເບດນັ້ນ. ທ່ານ ນາງເວົ້າອີກວ່າ ຈີນຄວນຮັບປະກັນສິດເສລີ​ພາບດ້ານພົນ ລະເຮືອນ, ການເມືອງ,​ ເສດ ຖະກິດ, ສັງຄົມ ແລະວັດທະນາທໍາຂອງຊາວທິເບດ ໂຮມທັງ ສິດທິ ໃນການໄດ້ປະຕິບັດ ປະເພນີ, ​ນັບຖື​ສາສະໜາ ແລະການໃຊ້ພາສາຂອງພວກເຂົາເຈົ້າ.

ມີຊາວ​ທິ​ເບ​ດຢ່າງ​ໜ້ອຍ 92 ຄົນ ​ໄດ້​ເຜົາ​ຕົນ​ເອງ​ຕາຍ​ໃນພາກ​ຕາ​ເວັນ​ຕົກ​ຂອງ​ຈີນ ນັບ​ຕັ້ງ​ແຕ່​ປີ 2009 ​ເປັນຕົ້ນມາ. ມີລາຍງານວ່າ ໃນນັ້ນ 28 ກໍລະນີ ໄດ້​ເກີດ​ຂຶ້ນໃນ​ເດືອນ​ພະຈິກ ຜ່ານ​ມານີ້ ພຽງ​ເດືອນ​ດຽວເທົ່ານັ້ນ . ການ​ເພີ້ມຂຶ້ນທີ່​ວ່າ​ນີ້ ​ແມ່ນໄດ້ເກີ​ດຂຶ້ນພ້ອມໆ​ກັບ​ການປະທ້ວງ​ຕໍ່ຕ້ານ​ຈີນຫລາຍໆບັ້ນ ​ແລະ​ການ​ປາບ​ປາມ​ຂອງ​ກຳລັງຄວາມ​ປອດ​ໄພ.

ສ່ວນທາງຈີນນັ້ນ ເວົ້າວ່າ ອົງດາໄລລາມະ ຜູ້ນໍາທາງຈິດໃຈຂອງຊາວທິເບດ ແລະພວກ ສະໜັບສະໜຸນຂອງພະອົງ ເປັນຜູ້ຍຸຍົງສົ່ງເສີມໃຫ້ຊາວທິເບດເຜົາຕົນເອງຕາຍ ເພື່ອ ເປັນການກົດດັນໃຫ້ຈີນຍົກເລີກ ການຄວບຄຸມເຂດທິເບດ.

ໃນການຖະແຫລງຈາກທີ່ປະທັບພັດຖິ່ນຢູ່ໃນອິນເດຍຂອງພະອົງ ອົງດາໄລລາມະ ໄດ້ປະ ຕິເສດວ່າ ພະອົງບໍ່ໄດ້ມີສ່ວນຂ້ອງກ່ຽວກັບການເຜົາໂຕຕາຍຢູ່ໃນເຂດທິເບດແຕ່ຢ່າງໃດ. ພະອົງໄດ້ກ່າວຢໍ້າແລ້ວຢໍ້າອີກວ່າ ພະອົງບໍ່ໄດ້ຜັກດັນໃຫ້ຈີນມອບເອກະລາດ ໃຫ້ແກ່ ທິເບດ ແຕ່ວ່າຢາກໃຫ້ທິເບດ ມີສິດປົກຄອງຕົນເອງຫລາຍຂຶ້ນ.

ຈີນຖືທິເບດວ່າ ເປັນພາກສ່ວນນຶ່ງຂອງເຂດນໍ້າແດນດິນທີ່ຢູ່ໃຕ້ອະທິປະໄຕຂອງຕົນ ທີ່ບໍ່ມີ ສິດຕໍ່ລອງແຕ່ຢ່າງໃດ.

ພາບການການເຜົາໂຕຕາຍຢູ່ໃນເຂດທິເບດ ແລະຄວາມວິຕົກຂອງສາກົນ:

ກ່ຽວຂ້ອງກັນ

XS
SM
MD
LG