ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເກີດການປະທະກັນບັ້ນໃໝ່ ທີ່ນະຄອນຫຼວງດາກາ ປະເທດເຊເນກາລ (ເບິ່ງວີດີໂອ)


ຕໍາຫຼວດປາບຈະລາຈົນໃນເຊເນກາລ ກໍາລັງມອດໄຟຕາມຖະນົນຫົນທາງ ທີ່ຈູດໂດຍພວກປະທ້ວງ
ຕໍາຫຼວດປາບຈະລາຈົນໃນເຊເນກາລ ກໍາລັງມອດໄຟຕາມຖະນົນຫົນທາງ ທີ່ຈູດໂດຍພວກປະທ້ວງ

ພວກ​ຕໍາຫຼວດ​ເຊ​ເນ​ກາລ ປະທະ​ກັບ​ພວກ​ນັກ​ຮຽນທີ່ແກວ່ງ​ກ້ອນ​ຫິນ ຢູ່​ທີ່ນະຄອນ​ຫຼວງ
ດາ​ກາ​ ​ເມື່ອ​ວັນ​ພຸດ​ວານ​ນີ້ ລຸນ​ຫຼັງຈາກ​ການ​ເສຍ​ຊີວິດ​ຂອງ​ນັກ​ຮຽນ​ຄົນ​ນຶ່ງ​ ໃນ​ລະຫວ່າງ
ການ​ກໍ່​ຈະລາຈົນ​ມື້​ນຶ່ງ​ກ່ອນໜ້າ​ນີ້.

ຕໍາຫຼວດ​ໄດ້​ຍິງ​ລະ​ເບີດ​ນໍ້າຕາ​ເພື່ອ​ຂັບ​ໄລ່​ກຸ່ມ​ນັກ​ຮຽນທີ່​ປະ​ທ້ວງ​ຢູ່​ໄກ້​ມະຫາ ວິທະຍາ​ໄລ
ດາ​ກາ. ສະພາບ​ການ​ໄດ້​ກັບ​ຄືນ​ສູ່​ຄວາມ​ສະຫງົບ​ແລ້ວ ​ແຕ່​ນະ ຄອນຫຼວງດາ​ກາ​ຍັງ​ຕຶງ​
ຄຽດໃນ​ຕອນ​ແລງຂອງ​ວັນ​ພຸດ​ວານ​ນີ້.

ຄວາມ​ບໍ່​ສະຫງົບໄດ້​ລຸກລາມ​ໄປ​ທົ່ວ​ປະ​ເທດ​ເມື່ອ​ວັນ​ສຸກ​ຜ່ານມາ ຫຼັງຈາກການ​ຕັດສິນ​ຂອງ
ສານ​ອະນຸຍາດ​ໃຫ້​ປະທານາທິບໍດີ Abdoulaye Wade ສະໝັກ​ເລືອກ​ຕັ້ງ​ປະທານາ​ທິບໍດີ
ສະໄໝ​ທີ່​ສາມ​ໄດ້. ຕາມ​ລັດຖະທໍາ​ມະ ນູນ​ແລ້ວ ​ແມ່ນ​ກໍານົດ​ໃຫ້​ປະທານາທິບໍດີ​ຢູ່​ໃນຕໍາ
ແໜ່​ງ​ໄດ້​ສອງ​ສະໄໝ​ເທົ່າ​ນັ້ນ ​ແຕ່ທ່ານ Wade ​ໂຕ້​ແຍ້​ງວ່າ ກໍານົດ​ສອງ​ສະ​ໄໝ​ນັ້ນ​ບໍ່​ສາ
ມາດ​ນຳ​ໃຊ້ ​ກັບ​ທ່ານ​ໄດ້ ​ເນຶ່ອງຈາກ​ວ່າມັນ​ມີ​ຜົນ​ບັງຄັບ​ໃຊ້​ ຫຼັງຈາກ​ທ່ານໄດ້​ຖືກ​ເລືອກເຂົ້າ
ຮັບ​ຕຳ​ແໜ່​ງ​ເທື່ອ​ທໍາ​ອິດ ​ໃນ​ປີ 2000.

ທັງ​ສະຫະລັດ​ແລະ​ຝຣັ່ງ ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຫຼາຍກ່ຽວກັບການ​ຕັດສິນ​ໃຈ​ຂອງ​ທ່ານ
Wade ທີ່​ມີ​ອາຍຸ 85 ປີນັ້ນ ​ຈະລົງ​ສະໝັກ​ອີກ.

ໃນ​ລະຫວ່າງ​ການ​ໃຫ້​ສໍາພາດຕໍ່​ວີ​ໂອເອ ພະ​ແນ​ກພາສາ​ຝຣັ່ງ ​ເມື່ອ​ວັນ​ພຸດ ວານ​ນີ້ ທ່ານ
Bernard Valero ​ໂຄສົກ​ກະຊວງ​ຕ່າງປະ​ເທດ​ຂອງຝຣັ່ງ ກ່າວ​ວ່າ ຂະນະ​ນີ້ປະຊາຊົນ​ເຊ
ເນ​ກາລ ກໍາລັງ​ພາກັນ​ຮຽກຮ້ອງ​ໃຫ້​ມີ​ການ ປ່ຽນ​ແປງ​ຄົນ​ລຸ້ນ​ໃໝ່.

ທ່ານ Madicke Niang ລັດຖະມົນຕີ​ຕ່າງປະ​ເທດ​ເຊ​ເນ​ກາລ ກ່າວ​ໂຕ້ ຕອບ​ເວລາ​ໃຫ້​ສໍາ
ພາດ​ວີີ​ໂອ​ເອບັ້ນ​ນຶ່ງ​ວ່າ ປະ​ເທດ​ຂອງ​ທ່ານ​ບໍ່​ຕ້ອງການ ຄໍາ​ແນະ​ນໍາ​ຈາກ​ຕ່າງປະ​ເທດ.

ຂະ​ບວນການ​ເຄຶ່ອນ​ໄຫວ​ຝ່າຍ​ຄ້ານ​ກຸ່ມ​ນຶ່ງ ຫລື​ທີ່​ຮູ້​ກັນ​ວ່າ M23 ​ໄດ້​ຮຽກ ຮ້ອງ​ໃຫ້​ມີ​ການ
ເດີນ​ຂະ​ບວນປະ​ທ້ວງ ​ເພື່ອ​ກົດ​ດັນ​ໃຫ້​ທ່ານ Wade ຖອນ​ຕົວ​ ​ຈາກ​ການ​ລົງ​ສະໝັກ​ເລືອກ
ຕັ້ງ​ ໃນ​ວັນ​ທີ່ 26 ​ເດືອນ​ກຸມພາ​ນີ້.

XS
SM
MD
LG