ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄວາມໝັ້ນຄົງ ໃນທະເລຈີນໃຕ້ ເປັນເລື່ອງບຸຣິມະສິດ ໃນກອງປະຊຸມ ອາຊຽນ ຢູ່ລາວ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ຖະແຫລງຕໍ່ ລັດຖະມົນຕີການຕ່າງປະເທດ ຈີນ ທ່ານ Wang Yi ແລະ ຄະນະຜູ້ແທນຂອງທ່ານ ຢູ່ທີ່ສູນກາງຫໍປະຊຸມ
ແຫ່ງຊາດ ໃນນະຄອນຫຼວງວຽງຈັນ, ລາວ, ເມືອວັນ 25 ກໍລະກົດ 2016, ໃນລະຫວ່າງ ການລິເລີ້ມ ກອງປະຊຸມສອງຝ່າຍ ຢູ່ນອກກອງປະຊຸມປະຈຳປີ ຂອງອາຊຽນ.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ຖະແຫລງຕໍ່ ລັດຖະມົນຕີການຕ່າງປະເທດ ຈີນ ທ່ານ Wang Yi ແລະ ຄະນະຜູ້ແທນຂອງທ່ານ ຢູ່ທີ່ສູນກາງຫໍປະຊຸມ ແຫ່ງຊາດ ໃນນະຄອນຫຼວງວຽງຈັນ, ລາວ, ເມືອວັນ 25 ກໍລະກົດ 2016, ໃນລະຫວ່າງ ການລິເລີ້ມ ກອງປະຊຸມສອງຝ່າຍ ຢູ່ນອກກອງປະຊຸມປະຈຳປີ ຂອງອາຊຽນ.

ສະມາຄົມ ບັນດາປະເທດ ໃນເຂດເອເຊຍຕາເວນອອກສຽງໃຕ້ ຫຼື ASEAN ໄດ້ເປີດ ກອງປະຊຸມ ຂັ້ນລັດຖະມົນຕີການຕ່າງປະເທດ ໃນພາກພື້ນ ໂດຍມີບັນດານັກການທູດ ລະດັບສູງ ຈາກຫຼາຍກວ່າສິບປະເທດ ມາເຂົ້າຮ່ວມ ຢູ່ທີ່ສູນກາງຫໍປະຊຸມແຫ່ງຊາດ ໃນນະຄອນຫຼວງວຽງຈັນ ຂອງລາວ ເພື່ອປຶກສາຫາລື ກ່ຽວກັບເລື່ອງຂອງຄວາມໝັ້ນຄົງ ປະກອບດ້ວຍ ເກົາຫຼີເໜືອ ແລະ ທະເລຈີນໃຕ້.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ໄດ້ກ່າວວ່າ ສະຫະລັດ ມີຄວາມພາກພູມໃຈ ທີ່ເປັນພາຄີ ຂອງອາຊຽນ “ເພາະວ່າ ທ່ານກ້າເວົ້າຂຶ້ນມາ ສຳລັບ ລະບົບ ພື້ນຖານຂອງກົດລະບຽບ ສາກົນ ທີ່ປົກປ້ອງສິດທິ ຂອງທຸກໆປະເທດ ໃຫຍ່ ຫຼື ນ້ອຍ.”

ລັດຖະມົນຕີການຕ່າງປະເທດ ທັກທາຍ ລັດຖະມົນຕີການຕ່າງປະເທດ ຟີລິບປິນ ທ່ານ Perfecto Yasay ໃນຂະນະທີ່ທ່ານເດີນທາງໄປຮອດ ການພົບປະ ຢູ່ນອກ ກອງປະຊຸມ ຂັ້ນບັນດາ ລັດຖະມົນຕີການຕ່າງປະເທດ ຢູ່ໃນນະຄອນຫຼວງວຽງຈັນ ຂອງລາວ, ວັນທີ 25 ກໍລະກົດ 2016.
ລັດຖະມົນຕີການຕ່າງປະເທດ ທັກທາຍ ລັດຖະມົນຕີການຕ່າງປະເທດ ຟີລິບປິນ ທ່ານ Perfecto Yasay ໃນຂະນະທີ່ທ່ານເດີນທາງໄປຮອດ ການພົບປະ ຢູ່ນອກ ກອງປະຊຸມ ຂັ້ນບັນດາ ລັດຖະມົນຕີການຕ່າງປະເທດ ຢູ່ໃນນະຄອນຫຼວງວຽງຈັນ ຂອງລາວ, ວັນທີ 25 ກໍລະກົດ 2016.

ກອງປະຊຸມດັ່ງກ່າວ ຢູ່ໃນລາວ ມີຂຶ້ນຫຼັງຈາກທີ່ມີການຕັດສິນເມື່ອບໍ່ດົນມານີ້ ໂດຍສານ ໄກ່ເກ່ຍສາກົນ ທີ່ມີຄຳເຫັນສ່ວນໃຫຍ່ ບໍ່ເຫັນພ້ອມນຳການກ່າວອ້າງກຳມະສິດຂອງຈີນ ໃນທະເລຈີນໃຕ້ ທີ່ນຳໄປສູ່ການເຮັດໃຫ້ເກີດຄວາມເປັນຫ່ວງວ່າ ການຕັດສິນນີ້ ອາດທະວີຄວາມເຄັ່ງຕຶງ ແລະ ນຳໄປສູ່ການເຄື່ອນໄຫວທາງດານທະຫານຂອງຈີນ ຫຼາຍຂຶ້ນຕື່ມ.

ຢູ່ໃນປັກກິ່ງ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ທ່ານນາງ Susan Rice ໄດ້ບອກ ສະມາຊິກສະພາຂອງຈີນ ທ່ານ Yang Jiechi ໃນວັນຈັນມື້ນີ້ ວ່າ ວໍຊິງຕັນ ຈະທຳງານຮ່ວມກັບ ປັກກິ່ງ ກ່ຽວກັບບັນຫາ ແລະ ການທ້າທາຍຕ່າງໆ “ໃນແບບກົງໄປ ກົງມາ ແລະ ເປີດອົກເປີດໃຈ.”

ລັດຖະມົນຕີການຕ່າງປະເທດ ຈີນ ທ່ານ Wang Yi ເດີນທາງໄປຮອດ ການພົບປະ ຢູ່ນອກກອງປະຊຸມ ຂັ້ນບັນດາລັດຖະມົນຕີການຕ່າງປະເທດ ໃນນະຄອນຫຼວງວຽງຈັນ ຂອງລາວ, ວັນທີ 25 ກໍລະກົດ 2016.
ລັດຖະມົນຕີການຕ່າງປະເທດ ຈີນ ທ່ານ Wang Yi ເດີນທາງໄປຮອດ ການພົບປະ ຢູ່ນອກກອງປະຊຸມ ຂັ້ນບັນດາລັດຖະມົນຕີການຕ່າງປະເທດ ໃນນະຄອນຫຼວງວຽງຈັນ ຂອງລາວ, ວັນທີ 25 ກໍລະກົດ 2016.

ໃນຖະແຫລງການສະບັບນຶ່ງອອກໂດຍກຸ່ມອາຊຽນທີ່ມີສະມາຊິກ 10 ປະເທດ ໃນວັນຈັນ ມື້ນີ້ ກ່າວວ່າ ມີຄວາມເປັນຫ່ວງຢ່າງຍິ່ງ ກ່ຽວກັບການຖົມຂຶ້ນມາເປັນ ເກາະທຽມ ແລະ ກິດຈະກຳຕ່າງໆ ທີ່ເພີ້ມຂຶ້ນໃນທະເລຈີນໃຕ້. ມັນໄດ້ກ່າວວ່າ ການກະທຳຕ່າງໆ ຢູ່ໃນ ພາກພື້ນ ໄດ້ເຮັດໃຫ້ຄວາມເຊື່ອຖື ແລະຄວາມໝັ້ນໃຈໄດ້ຫລຸດຕ່ຳລົງ ເພີ້ມຄວາມເຄັ່ງຕຶງ ແລະ ເປັນບ່ອນທຳລາຍ ຄວາມສັນຕິພາບ ຄວາມໝັ້ນຄົງ ແລະ ສະຖຽນລະພາບ ໃນຂົງເຂດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG