ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກ້ອງຖ່າຍ​ສະຫຼາດ ສາມາດຊ່ອຍໃຫ້ ຕຳຫຼວດ ຈັບຂະໂມຍ ໄດ້


ກ້ອງຖ່າຍ​ສະຫຼາດ
ກ້ອງຖ່າຍ​ສະຫຼາດ

ມີ​ບ້ານເຮືອນ​ຈຳນວນ​ຫຼວງຫຼາຍ ໄດ້ຮັບການຕິດ​ຕັ້ງກ້ອງຖ່າຍ​ຮູບແລະເຄື່ອງບອກເຕືອນ​ເຈົ້າຂ​ອງເຮືອນ ຖ້າມີຜູ້ໃດຜູ້ນ່ຶງເຂົ້າມາ ບໍ່ວ່າຈະເປັນສະມາຊິກ ໃນຄອບຄົວ ​ບຸລຸດ​ໄປສະນີ ຫຼື​ຂະ​ໂມ​ຍ ກໍຕາມ​. ບໍລິສັດ​ຝຣັ່ງບໍລິສັດນຶ່ງ ​ໄດ້​ອອກ​ແບບ ກ້ອງຖ່າຍ​ຮູບສະຫຼາດສຳລັບບ້ານເຮືອນ ທີ່​ສາມາດ​ບົ່ງບອກໜ້າ​ຕາ​ທີ່​ຄຸ້ນ​ເຄີຍ ​ແລ້ວ​ບອກເຕືອນ​ໃຫ້​ເຈົ້າ​ຂອງ​ບ້ານຮູ້ ຖ້າວ່າ​ມີ​ຄົນ​ແປກ​ໜ້າ​ເຂົ້າ​ມາ​. ນັກ​ຂ່າວ​ຂອງ VOA Zlatica Hokeລາຍ​ງານ​ມາ​ວ່າ ຢ່າງໜ້ອຍ ກ້ອງຖ່າຍ Netat- mo’s Welcomeແມ່ນໄດ້ຊ່ອຍ​ຈັບຄົນຂີ້ລັກໄດ້ນຶ່ງ​ຄົນ​ແລ້ວ. ວັນນະ​ສອນ ຈະ​ນຳເອົາລາຍ​ລະອຽດກ່ຽວກັບເລື້ອງນີ້ ​ມາສະ​ເໜີ​ທ່ານ.

ກ້ອງຖ່າຍ​ສະຫຼາດ ຈະສາມາດ​ບອກ​ໃຫ້​ພໍ່​ແມ່​ຢູ່ບ່ອນເ​ຮັດ​ວຽກຂອງເຂົາເຈົ້າຮູ້ໄດ້​ ​ວ່າລູກ ຂອງ​ຕົນ​ກັບ​ຄືນ​ມາ​ຮອດ​ບ້ານ​ເຮືອນ ຈາກ​ໂຮງຮຽນແລ້ວ ຫຼືສິ່ງ​ຂອງທີ່​ສົ່ງ​ມາ​ນັ້ນ ມາຮອດປາກ​ປະຕູເຮືອນແລ້ວ ​ຫຼື​ບໍ່. ນອກນັ້ນມັນ​ຍັງ​ຈະບອກ​ໄດ້ອີກວ່າ ມີ​ຜູ້​ຄົນ​ແປກ​ໜ້າລ່ວງລໍ້າເຂົ້າ​ໄປ​ໃນບໍລິ​ເວ​ນບ້ານ​ເຮືອນ​ຂອງ​ພວກ​ເຂົາ​ເຈົ້າຫຼືຢ່າງໃດ.

ທ່ານ​ນາງ Janina Mattausch ຜູ້​ຈັດການ​ຝ່່າຍ​ການ​ຕະຫຼາດຂອງ​ລໍ​ລິ​ສັດ Netatmo​ ກ່າວ​ວ່າ “​ໃນ​ປະຈຸ​ບັນ​ນີ້ ​ກ້ອງຖ່າຍ​ຮັກສາ​ຄວາມ​ປອດ​ໄພແມ່ນບໍ່ສະຫລາດປານໃດ. ມັນ​ຈະບອກ​ທ່ານ​ໄດ້​ແຕ່ພຽງວ່າ ມັນ ມີສິ່ງເຄື່ອນ​ໄຫວຢູ່ ​ແຕ່ຈະ​ບໍ່​ຈຳ​ເປັນ​ທີ່​ຈະ​ຮູ້​ໄດ້ວ່າ ນັ້ນ​ແມ່ນ​ຜູ້​ຄົນ ຫຼື ວ່າ​ແມ່ນ​ພວກ ​ລູກໆ​ຂອງ​ທ່ານ. ມັນ​ບໍ່​ສາມາດ​ຈຳ​ແນ​ກ​ໄດ້ ​ເພາະສະ​ນັ້ນ ມັນ​ຈະ​ສົ່ງ​ສັນຍານ​ໄປ​ຫາ​ທ່ານ ຕະ ຫຼອດ​ເວລາ. ນອກນັ້ນ ເວລາສະພາບແສງ​ໄຟປ່ຽນ​ແປງ ມັນກໍ​ອາດ​ຈະເປັນ​ເລື້ອງ​ໜ້າ​ລຳ​ຄານແທ້ໆ ​ແຕ່​ວ່າ ຖ້າ​ຫາກ​ ທ່ານ​ແມ່ນ​ຜູ້​ທີ່​ເຮັດ​ວຽກ​ ແລະ​ຫຍຸ້ງ​ຈົນ​ແທບ​ບໍ່​ມີ​ເວລາ​ນັ້ນ ​ແນ່ນອນ ທ່ານ​ກໍຢາກ​ຈະຮູ້ວ່າສະພາບ​ການ​ຂອງ​ບ້ານ​ເຮືອນ​ຂອງ​ທ່ານເປັນຈັ່ງໃດກັນແທ້.”

ເມື່ອສະມາຊິກ​ຄອບຄົວຂອງ​ທ່ານເຂົ້າ​ໄປ​ໃນ​ບ້ານ​ເຮືອນ ກ້ອງຖ່າຍ​ສະຫຼາດ “ກໍຈະຮູ້ໄດ້” ແລ້ວ​ສົ່ງ​ຂໍ້​ມູນ​ໄປ​ໃຫ້​ເຈົ້າ​ຂອງບ້ານທາງ​ໂທລະສັບ​ສະຫຼາດ. ​ເຈົ້າ​ຂອງ​ບ້ານຈະ​ສາມາດ​ກວດກາ​ເບິ່ງ​ຂໍ້​ມູນດັ່ງກ່າວ ​ເວລາ​ໃດ​ສະດວກ. ​ແຕ່​ຖ້າ​ຫາກ​ມີ​ຄົນ​ແປ​ກໜ້າ​ເຂົ້າ​ໄປ​ໃນ​ບ້ານ ກ້ອງຖ່າຍ​ສະຫຼາດ ຈະ​ສົ່ງສັນຍານສຽງດັງແຮງ​ໄປ​ຫາ ໂທລະສັບ​ສະຫຼາດຂອງ​ທ່ານ.”

ນັ້ນແຫຼ໊ະ ​ຄືເຫດການ​ທີ່ເກີດ​ຂຶ້ນ ​ຫວ່າງ​ມໍ່ໆ​ມາ​ນີ້ ກັບກ້ອງຖ່າຍຮູບສະຫຼາດ​ສຳລັບບ້ານ ເຮືອນຂອງ​ເຈົ້າ​ຂອງ​ບ້ານ ດາມຽນ ໃນນະຄອນປາຣີ.

ທ່ານ Damien ເຈົ້າຂອງບ້ານໂທລະສັບ​ສະຫຼາດ ​ກ່າວ​ວ່າ “​ໃນ​ວັນ​ສຸກ ຂ້ອຍ​ຢູ່​ບ່ອນ​ເຮັດ​ວຽກ ​ເຂົ້າ​ຮ່ວມ​ໃນ​ກອງປະຊຸມໃຫຽ່ປະຈຳ​ເດືອນ. ຕອນ​ທີ່ໂທລະສັບ​ສະຫຼາດ​ຂອງ​ຂ້ອຍ​ສັ່ນ ຕອນ​ທຳ​ອິດ ຂ້ອຍ​ບອກຂ້ອຍ​ເອງ​ວ່າ ​ມັນ​ອາດ​ຈະ​ສົ່ງ​ສັນຍານ​ຜິດ ກໍ​ເປັນ​ໄດ້ ບາງທີ ຂ້ອຍ​ຈະຕ້ອງ​ໄດ້​ດັດ​ແກ້​ບາງ​ຢ່າງໃໝ່ ​ແຕ່​ວ່າ ຂໍ້​ມູນ​ທີ່​ສົ່ງ​ມາ​ໃນໂທລະສັບ​ສະຫຼາດ ນັ້ນ ບອກ​ກັບ​ຂ້ອຍ​ວ່າ ມັນ​ມີ​ການ​ເຄື່ອນໄຫວ​ຢູ່ໃນຫ້ອງຂອງ​ຂ້ອຍ ​ແລະ​ໜ້າຕາ​ຂອງຜູ້​ທີ່​ເຂົ້າ​ມາ​ນັ້ນ ຂ້ອຍກໍບໍ່ຮູ້.​”

ດັ່ງນັ້ນ ນັກທຸລະກິດຊາວ​ຝຣັ່ງຄົນດັ່ງກ່າວຈຶ່ງ​ເປີດ​ເບິ່ງ​ຮູບທາງ​ວີ​ດີ​ໂອ ​ແລ້ວ ລາວ​ກໍຕົກ​ໃຈ ໃນ​ສິ່ງ​ທີ່​ລາວ​ເຫັນ.

ທ່ານ Damein ກ່າວ​ຕື່ມ​ວ່າ “ຂ້ອຍ​ເຫັນ​ຄົນ​ທີ່​ໃສ່​ເກີບ ​ຊຶ່ງເປັນສິ່ງທີ່​ຫ້າມເດັດຂາດຢູ່ໃນ ຫ້ອງເຮືອນ​ຂອງ​ຂ້ອຍ. ຂ້ອຍ​ເບິ່ງ​ພາບ​ວີ​ດີ​ໂອສົດ​ໆ ​ຕົນໂ​ຕຂ້ອຍຈົນ​ແຂງ​ກະດ້າງ​ໄປ​ໝົດ ຕະລຶງ ງົງ​ງັນ. ຂ້ອຍ​ກໍ​ເລີຍ​ຂໍໃຫ້ເພື່ອນ​ຮ່ວມ​ງານ​ຂ້ອຍ ​ໃຫ້​ໄປ​ສົ່ງ​ຂ້ອຍ​ຢູ່​ບ້ານ ໄວທີ່ສຸດ​ເທົ່າ​ທີ່​ຈະ​ໄວ​ໄດ້ ​ແລ້ວ​ຂ້ອຍ​ກໍເອີ້ນ​ຕຳຫຼວດ ​ໃນ​ຕອນ​ທີ່​ຂ້ອຍ​ກັບ​ບ້ານ.”

ທ່ານ Damein ​ໄດ້​ເອົາ​ວີ​ດີ​ໂອຄົນເຂົ້າ​ເຮືອນ​ລາວ​ໃຫ້​ຕຳຫຼວດ​ເບິ່ງ ​ແລ້ວຕໍ່​ມາ​ໃນ​ມື້​ນັ້ນຕຳຫຼວດກໍຈັບຂະໂມຍໄດ້. ຄົນ​ຂີ້ລັກ​ຜູ້ນັ້ນ ​ໄດ້​ຖືກຕັດສີນ​ຕິດ​ຄຸກ ​9 ​ເດືອນ.

ໂທລະສັບ​ສະຫຼາດຂອງຝຣັ່ງ ທີ່​ວ່າ​ນີ້ ​ແມ່ນ​ສ່ວນ​ນຶ່ງຂອງ​ແນວ​ໂນ້ມ ທີ່​ເອີ້ນ​ວ່າ ການ​ຕິດ​ຕໍ່​ທາງ​ດ້ານ​ເທັກ​ໂນ​ໂລ​ຈີ ທີ່​ສາມາດເຮັດໃຫ້​ອຸບປະກອນ​ເຊື່ອມໂຍງຫາກັນ ໂດຍການ “ສື່​ສານ” ທາງ​ອິນ​ເຕີແນ໊ດ.

ກະລຸນາຊົມວີດີໂອ ກ່ຽວກັບ ກ້ອງຖ່າຍ​ສະຫຼາດ

XS
SM
MD
LG