ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຈົ້າໜ້າທີ່ ໄດ້ຍິງ ຜູ້ຊາຍຄົນນຶ່ງ ທີ່ຍົກປືນຂຶ້ນ ຢູ່ນອກທຳນຽບຂາວ


Security Alert at White House
please wait

No media source currently available

0:00 0:00:24 0:00

ບັນດາ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ ໄດ້​ຍິງ​ຜູ້​ຊາຍຄົນ​ນຶ່ງບາດ​ເຈັບ​ສາຫັດ​ຢູ່​ນອກທຳ ນຽບຂາວ ​ໃນ​ນະຄອນຫຼວງວໍ​ຊິງ​ຕັນ ​ໃນວັນ​ສຸກ​ວານ​ນີ້ ຫລັງ​ຈາກ​ລາວ​ໄດ້​ຈັບ​ອາວຸດຍົກ ຂຶ້ນໄປມາ ​ແລະ​ປະຕິ​ເສດ​ຊໍ້າ​ແລ້ວ​ຊໍ້າ​ອີກ ບໍ່​ຟັງ​ຄຳ​ສັ່ງ​ໃຫ້​ວາງ​ປືນ​ນັ້ນລົງ.

​ເຈົ້າ​ໜ້າ​ທີ່​ຄຸ້ມ​ຄອງ​ປະທານາທິບໍດີ ໄດ້​ຍິງ​ຜູ້​ຊາຍຄົນ​ດັ່ງກ່າວ ລະ​ຫວ່າງທີ່​ເກີດ​ເຫດການ ​ສັບສົນ ຢູ່​ປະຕູ​ເຂົ້າ​ບ່ອນ​ນຶ່ງ​ຂອງ​ທຳນຽບຂາວຕໍ່ໜ້າ​ບັນດາ​ນັກ​ທ່ອງ​ທ່ຽວແລະບ່ອນ​ທີ່ມີ ຄົນ​ເດີນ​ຜ່ານ​ໄປມາຢ່າງ​ຫລວງຫລາຍນັ້ນ.

ທຳນຽບຂາວ​ໄດ້​ອອກຄຳ​ເຕືອນດ້ານ​ຄວາມ​ປອດ​ໄພ ​ແລະ​ໄດ້​ສັ່ງ​ປິດ​ສະຖານ​ທີ່​ດັ່ງກ່າວ ​ເປັນ​ເວລາ​ສັ້ນໆ ​ແຕ່​ວ່າ​ການ​ປະ​ເຊີນ​ໜ້າ​ກັນ​ໃນ​ຕອນ​ທ່ຽງ​ໄດ້​ສິ້ນ​ສຸດ​ລົງ ​ແລະ​ການ​ປິດ ສະຖານ​ທີ່​ໄດ້​ຖືກ​ຍົກເລີກປະມານ​ພາຍ​ໃນ​ນຶ່ງ​ຊົ່ວ​ໂມງ.

ຜູ້​ຊາຍ​ດັ່ງກ່າວນີ້ ​ໄດ້​ຖືກ​ລະບຸ​ວ່າ ​ເປັນ​ຄົນຈາກ​ລັດ Pennsylvania ອາຍຸ​ລະຫວ່າງ 30 ປີ. ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຕໍ່ມາ ລາ​ວຍັງມີ​ອາການ​ສາຫັດ ​ທີ່ໂຮ​ງ​ໝໍ​ທ້ອງ​ຖິ່ນ​ແຫ່ງ​ນຶ່ງ.

​ໃນ​ຂະນະ​ດຽງ​ກັນ​ນັ້ນ ​ເຈົ້າໜ້າ​ທີ່​ຄຸ້ມ​ຄອງ​ປະທານາທິບໍດີ ​ໄດ້​ປະກາດ​ວ່າ ​ຜູ້​ຊາຍ​ຄົນ​ດັ່ງ​ ກ່າວບໍ່​ໄດ້​ລ່ວງ​ລໍ້າ​ເຂົ້າ​ໄປ​ເດີ່ນ​ທຳນຽບຂາວແລະ​ບໍ່​ມີໃຜຢູ່ພາຍ​ໃນເຂດ​ທຳນຽບຂາວໄດ້ ຮັບ​ບາດ​ເຈັບ. ປະທານາທິບໍດີ Barack Obama ​ໄດ້​ອອກ​ໄປ​ຕີ​ກັອ​ຟ​ ໃນ​ຕອນ​ບ່າຍທີ່ ຖານ​ທັບອາກາດ Andrew ທີ່​ຕັ້ງຢູ່​ໃກ້​ຄຽງ. ຮອງ​ປະທານາທິບໍດີ Joe Biden ຢູ່​ທີ່ທຳ ນຽບຂາວ ​ແຕ່​ມີ​ລາຍ​ງານ​ວ່າ​ ມີ​ຄວາມ​ປອດ​ໄພ.

ຕຳຫລວດຮັກສາຄວາມປອດໄພ ພາກັນຢືນຮັກສາຢູ່ໃນເດີ່ນທຳນຽບຊາວ.
ຕຳຫລວດຮັກສາຄວາມປອດໄພ ພາກັນຢືນຮັກສາຢູ່ໃນເດີ່ນທຳນຽບຊາວ.

ຕຳຫລວດ​ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ພົບ​ເຫັນ​ລູກປືນ​ເພີ້​ມ​ເຕີມ ​ຢູ່​ໃນ​ລົດທີ່ຈອດໃກ້​ກັບເດິ່ນ ທຳນຽບຂາວ. ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເຂົາ​ເຈົ້າ​ບໍ່​ໄດ້​ພົບ​ເຫັນວ່າ​ມີ​ການ​ພົວກັນກັບ​ຈັດ​ ແຈ້ງ​ເພື່ອການ​ກໍ່​ການ​ຮ້າຍ​ໃດໆ.

ມັນ​ບໍ່ແມ່ນ​ເປັນ​ເລື້ອງຜິດ​ປົກກະຕິ​ແຕ່​ຢ່າງ​ໃດ ທີ່​ຜູ້​ຄົນມັກ​ພະຍາຍາ​ມລ່ວງ​ລໍ້າ​ເຂົ້າ​ໄປ ໃນເດີ່ນ​ທຳນຽບຂາວ ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ. ປີ​ກາຍ​ນີ້ ​ເຈົ້າໜ້າ​ທີ່​ຄຸ້ມ​ຄອງ​ປະທາ​ນາ​ ທິບໍດີ ກໍ​ໄດ້​ເພີ້​ມ​ເລັກ​ແຫລມ​ນ້ອຍໆ​ຢູ່​ຕາ​ມຮົ້ວ​ອອ້ມ​ທຳນຽບຂາວ ຫລັງຈາກ​ອຸປະຕິ​ເຫດ ​ຫລາຍຄັ້ງ ​ທີ່​ຄົນ​ພາກັນ​ປີນ​ຂ້າມ​ເຂົ້າສິ່ງ​ກີດ​ກັ້ນ ​ແລະ​ໄດ້​ຖືກ​ຈັບ​ໂດ​ຍ​ເຈົ້າ​ໜ້າ​ທີ່ຮັກສາ ​ຄວາມ​ປອດ​ໄພ. ກຳລັງ​ຄຸ້ມ​ຄອງ​ປະທານາທິບໍດີໄດ້​ປະກາດ​ໃນ​ເດືອນ​ແລ້ວ​ນີ້ວ່າ​ ຕົນມີ ​ແຜນທີ່​ຈະເຮັດ​ຮົ້ວສູງ​ຂຶ້ນຕື່ມ​ຈາກ​ສອງ​ແມັດ​ຫາ​ເກືອບ​ສາມ​ແມັດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

White House Security
please wait
Embed

No media source currently available

0:00 0:00:30 0:00

XS
SM
MD
LG