ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານແຄຣີ ເດີນທາງໄປຍັງ ຕາເວັນອອກກາງ ເພື່ອ ການເຈລະຈາ ການຮ່ວມມືສອງຝ່າຍ


Kerry to Middle East for Talks on Syria, Israeli Unrest
please wait

No media source currently available

0:00 0:02:02 0:00

ເຊີນຊົມວີດີໂອ ລາຍງານນີ້

ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານຈອນ ແຄຣີ ມີ
ແຜນການ ທີ່ຈະເດີນທາງໄປຍັງ ຕາເວັນອອກກາງ ໃນວັນອາທິດ
ມື້ນີ້ ເພື່ອເລີ້ມຕົ້ນ ເພັ່ງເລັງໃສ່ ບັນຫາຄວາມຮຸນແຮງ ລະຫວ່າງ
ອິສຣາແອລ ແລະ ປາແລັສໄຕນ໌ ກຸ່ມລັດອິສລາມ ແລະ ບັນຫາ
ຂັດແຍ້ງໃນຊີເຣຍ.

ໂຄສົກກະຊວງການຕ່າງປະເທດ ທ່ານຈອນ ເຄີບີ ກ່າວໃນວັນ
ເສົາວານນີ້ ໃນຖະແຫລງການສະບັບນຶ່ງ ວ່າ ທ່ານແຄຣີ ວາງ
ແຜນຈະຢຸດແວ່ອິສຣາແອລ ເຂດຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່ນ້ຳ
ຈໍ​ແດັນ ແລະ ສະຫະລັດອາຣັບເອເມີເຣັສ ໃນລະຫວ່າງການ
ເດີນທາງໄລຍະ 3 ມື້.

ລັດຖະມົນຕີ ການຕ່າງປະເທດ ຣັດເຊຍ ທ່ານ Sergei Lavrov (ເທິງຂວາ) ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານ John Kerry, (ເທິງກາງ) ແລະ ລັດຖະມົນຕີ ການຕ່າງປະເທດ ຄົນອືນໆ ທີ່ເຂົ້າຮ່ວມໃນກອງປະຊຸມ ຢູ່ທີ່ນະຄອນ Vienna, ປະເທດອອສເຕຣຍ, ວັນທີ 14 ພະຈິກ 2015, ເພື່ອຫາຊ່ອງທາງແກ້ໄຂບັນຫາຂັດແຍ້ງໃນຊີເຣຍ.
ລັດຖະມົນຕີ ການຕ່າງປະເທດ ຣັດເຊຍ ທ່ານ Sergei Lavrov (ເທິງຂວາ) ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານ John Kerry, (ເທິງກາງ) ແລະ ລັດຖະມົນຕີ ການຕ່າງປະເທດ ຄົນອືນໆ ທີ່ເຂົ້າຮ່ວມໃນກອງປະຊຸມ ຢູ່ທີ່ນະຄອນ Vienna, ປະເທດອອສເຕຣຍ, ວັນທີ 14 ພະຈິກ 2015, ເພື່ອຫາຊ່ອງທາງແກ້ໄຂບັນຫາຂັດແຍ້ງໃນຊີເຣຍ.

ຖະແຫລງການນັ້ນ ກ່າວອີກວ່າ ໃນເວລາຢູ່ທີ່ ນະຄອນ Tel Aviv Jerusalem ແລະ
Ramallah ນັ້ນ ທ່ານແຄຣີ ຈະປຶກສາຫາລືການຮ່ວມມືສອງຝ່າຍ ແລະ ບັນຫາຄວາມ
ໝັ້ນຄົງໃນຂົງເຂດ ລວມທັງເລື້ອງຊີເຣຍ ແລະ ລັດອິສລາມ ນຳດ້ວຍ. ທ່ານແຄຣີ ຍັງຈະ
ປຶກສາຫາລື ການຮ່ວມມືສອງຝ່າຍ ແລະ ບັນຫາການເມືອງໃນຂົງເຂດ ແລະ ຄວາມ
ໝັ້ນຄົງ ໃນລະຫວ່າງການຢຸດແວ່ ທີ່ນະຄອນຫຼວງ ອາບູດາບີ ຂອງ ສະຫະລັດ ອາຣັບ
ເອເມີເຣັສ ເຊັ່ນກັນ.

ທ່ານແຄຣີ ໄດ້ເດີນທາງໄປຢ້ຽມຢາມອິສຣາແອລ ຄັ້ງສຸດທ້າຍ ເມື່ອປີກາຍນີ້.

ຄື້ນຟອງຂອງຄວາມຮຸນແຮງ ທີ່ເຮັດໃຫ້ມີ ຊາວອິສຣາແອລ 15 ຄົນ ແລະ ຊາວປາແລັສ
ໄຕນ໌ ຢ່າງໜ້ອຍ 86 ຄົນ ເສຍຊີວິດທີ່ເລີ້ມຕົ້ນຂຶ້ນ ເມື່ອເດືອນກັນຍາຜ່ານມາ ໃນເວລາ
ມີຂ່າວລືອອກມາທົ່ວຄຸ້ມຕ່າງໆ ຂອງຊາວປາແລັສໄຕນ໌ ວ່າ ອິສຣາແອລວາງແຜນ ທີ່ຈະ
ຍຶດເອົາສະຖານທີ່ສັກສິດ ທີ່ນັບຖືໂດຍຊາວມຸສລີມ ແລະ ຊາວອິສຣາແອລ ໃນເຈຣູຊາແລັມ ຕາເວັນອອກ.

ອິສຣາແອລ ໄດ້ປະຕິເສດ ຕະຫລອດມາຕໍ່ຂ່າວລືນັ້ນ ແລະ ໄດ້ກ່າວຫາຜູ້ນຳປາແລັສໄຕນ໌
ວ່າຍຸແຍ່ໃຫ້ເກີດຄວາມຮຸນແຮງ.

ສົບຂອງທ່ານ Reuven Aviram, ອາຍຸ 51 ປີ, ນຶ່ງໃນສອງຄົນ ຜູ້ຖືກຂ້າຕາຍ ເມື່ອວັນທີ 19 ພະຈິກ ໃນການໂຈມຕີດ້ວຍມີ ໂດຍປາແລັສໄຕນ໌ ໃນນະຄອນ Tel Aviv, ກຳລັງຖືກຫາມດ້ວຍເພື່ອນໆ ແລະຍາດຕິພີ່ນ້ອງ ໃນລະຫວ່າງພິທີປົງສົບ ຢູ່ທີ່ນະຄອນ Ramle ຂອງອິສຣາແອລ, ວັນທີ 20 ພະຈິກ 2015.
ສົບຂອງທ່ານ Reuven Aviram, ອາຍຸ 51 ປີ, ນຶ່ງໃນສອງຄົນ ຜູ້ຖືກຂ້າຕາຍ ເມື່ອວັນທີ 19 ພະຈິກ ໃນການໂຈມຕີດ້ວຍມີ ໂດຍປາແລັສໄຕນ໌ ໃນນະຄອນ Tel Aviv, ກຳລັງຖືກຫາມດ້ວຍເພື່ອນໆ ແລະຍາດຕິພີ່ນ້ອງ ໃນລະຫວ່າງພິທີປົງສົບ ຢູ່ທີ່ນະຄອນ Ramle ຂອງອິສຣາແອລ, ວັນທີ 20 ພະຈິກ 2015.

U.S. Secretary of State John Kerry plans to travel to the Middle East Sunday to begin a trip that will focus on Israeli-Palestinian violence, the Islamic State group and the conflict in Syria.

State Department spokesman John Kirby said Saturday in a statement that Kerry plans stops in Israel, the West Bank and the United Arab Emirates.during his three-day trip.

The statement said while in Tel Aviv, Jerusalem and Ramallah, Kerry will discuss bilateral and regional security issues, including Syria and Islamic State.It said he will also discuss bilateral and regional political and security issues during his stop in Abu Dhabi.

Kerry last visited Israel more than a year ago.

A wave of violence that has left 15 Israelis and at least 86 Palestinians dead began in September when rumors swept Palestinian neighborhoods that Israel was planning to take over an East Jerusalem holy site revered by Muslims and Jews.

Israel has consistently denied the rumors and accuses Palestinian leaders of inciting the violence.

XS
SM
MD
LG