ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ແຄຣີ ເຈລະຈາ ເລື້ອງຄວາມສຳຄັນ ໃນການຕໍ່ສູ້ ກັບກຸ່ມກໍ່ການຮ້າຍ ຮ່ວມກັບອີຈິບ


ປະທານາທິບໍດີ ອີຈິບ ທ່ານ Abdel Fattah al-Sisi (ຂວາ) ແລະ ລັດຖະມົນຕີຕ່າງປະເທດ ອີຈິບ ທ່ານ Sameh Shoukry (ຊ້າຍ) ພົບປະກັບ ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານJohn Kerry ທີ່ທຳນຽບປະທານາທິບໍດີ ໃນນະຄອນຫຼວງໄຄໂຣ ເມື່ອວັນທີ 13 ຕຸລາ 2014.
ປະທານາທິບໍດີ ອີຈິບ ທ່ານ Abdel Fattah al-Sisi (ຂວາ) ແລະ ລັດຖະມົນຕີຕ່າງປະເທດ ອີຈິບ ທ່ານ Sameh Shoukry (ຊ້າຍ) ພົບປະກັບ ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານJohn Kerry ທີ່ທຳນຽບປະທານາທິບໍດີ ໃນນະຄອນຫຼວງໄຄໂຣ ເມື່ອວັນທີ 13 ຕຸລາ 2014.

ລັດຖະມົນຕີ​ຕ່າງປະ​ເທດ ທ່ານ ຈອນ ​ແຄຣີ ​ໄດ້​ເນັ້ນ​ໃຫ້​ເຫັນ
​ຄວາມ​ສຳຄັນ ຂອງ​ການ​ພົວພັນ ລະຫວ່າງ ອີ​ຈິບ ​ແລະ ສະຫະລັດ
​ພ້ອມ​ດ້ວຍ ບົດບາດທີ່​ສຳຄັນ​ຂອງ​ອີ​ຈິບ ຢູ່​ໃນ​ຕາ​ເວັນ​ອອກ​ກາງ ​
ໃນ​ຂະນະ​ທີ່​ທ່ານ ​ໄດ້​ພົບ​ປະ​ກັບ​ລັດຖະມົນຕີ​ຕ່າງປະ​ເທດ ອີ​ຈິບ
ທ່ານ Sameh Shoukri ​ໃນ​ວັນ​ອາທິດ​ມື້​ນີ້.

ຢູ່​ໃນຖະ​ແຫລ​ງການ ກ່າວເປີດກອງ​ປະຊຸມ​ເຈລະຈາ​ ທີ່​ນະຄອນ
ຫຼວງ ​ໄຄ​ໂຣ ທ່ານ ​ແຄຣີ ກ່າວ​ວ່າ ທັງ​ສອງຝ່າຍ​ຈະ​ປຶກສາ​ຫາລື​ກັນ
​ເລື້ອງ​ການ​ຂົ່ມຂູ່​ໂດຍ​ພວກ​ກຸ່ມ​ລັດ​ອິສລາມ ​ແລະ​ວ່າ ອີ​ຈິບ “​ໄດ້​
ເສຍ​ສະລະ​ຢ່າງ​ໃຫຍ່​ຫລວງ​ແລ້ວ”
​ ໃນ​ການ​ຕໍ່ສູ້ກັບລັດທິ​ຫົວ​
ຮຸນແຮງ​ຈັດ​ນັ້ນ. ທ່ານ​ໄດ້ເນັ້ນ​ຢ້ຳ ​ເຖິງ​ຄວາມ​ຕ້ອງການ​ໃຫ້​ມີ​ແຜນ​ຍຸດ​ທະ​ສາດ ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ ທີ່​ໄດ້​ຮັບ​ການ​ສະໜັບສະໜູນ ​ຈາກ​ບັນ​ດາຜູ້​ສຳຄັນ​ທາງ​ດ້ານ​ສາສະໜາ ປັນຍາ​ຊົນ ​ແລະ ພົນລະ​ເມືອງ ຜູ້​ທີ່ “ບໍ່​ເຫັນ​ດີ​ເຫັນ​ພ້ອມ​ນຳ​ຫລັກການ​ສອນ​ໃຫ້​ກຽດ​ຊັງ” ນັ້ນ.

ກອງທັບອາກາດ ອີຈິບ ຈັດງານສະແດງ ການບິນໂຊ ເຮືອບິນລົບ F-16 ທີ່ສະຫະລັດ ໄດ້ນຳສົ່ງໃຫ້ແກ່ອີຈິບ ອັນເປັນສ່ວນໜຶ່ງຂອງການຊ່ວຍເຫຼືອ ທີ່ໄດ້ຢຸດສະງັກ ເມື່ອຕົ້ນປີນີ້ ຢູ່ທີ່ນະຄອນຫຼວງໄຂໂຣ ປະເທດອີຈິບ ເມື່ອວັນທີ 31 ກໍລະກົດ 2015.
ກອງທັບອາກາດ ອີຈິບ ຈັດງານສະແດງ ການບິນໂຊ ເຮືອບິນລົບ F-16 ທີ່ສະຫະລັດ ໄດ້ນຳສົ່ງໃຫ້ແກ່ອີຈິບ ອັນເປັນສ່ວນໜຶ່ງຂອງການຊ່ວຍເຫຼືອ ທີ່ໄດ້ຢຸດສະງັກ ເມື່ອຕົ້ນປີນີ້ ຢູ່ທີ່ນະຄອນຫຼວງໄຂໂຣ ປະເທດອີຈິບ ເມື່ອວັນທີ 31 ກໍລະກົດ 2015.

ທ່ານ ​ແຄຣີ ຍັງ​ຈະ​ໄດ້​ປຶກສາ​ຫາ​ລື ​ບົດບາດ​ຂອງ​ລັດຖະບານ ​ໂດຍ​ກ່າວ​ວ່າ ຈະຕ້ອງສ້າງ​
ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ລະຫວ່າງ​ ​ອຳນາດການ​ປົກຄອງ ​ແລະ ພົນລະ​ເມືອງ ​ແລະ​ວ່າ ຍິ່ງ​
ປະຊາຊົນ​ມີ​ຄວາມ​ພາກພູມ​ໃຈ ຫຼາຍຊ່ຳ​ໃດ ຕໍ່​ສະ​ຖາ​ບັນ​ຕ່າງໆນັ້ນ ສະ​ຖາ​ບັນ​ເຫຼົ່ານັ້ນ
ກໍ​ຍິ່ງຈະ​ມີ​ປະສິດທິພາບຫຼາຍຂຶ້ນ.

ທ່ານ ​ແຄຣີ ມີ​ກຳນົດ​ຈະ​ພົບ​ປະ​ກັບ ປະທານາທິບໍດີອີ​ຈິບ ທ່ານ Abdel Fattah el-Sissi
ຕາມ​ທີ​ຫລັງ.

ບັນດາ ​ເຈົ້າໜ້າ​ທີ່​ສະຫະ​ລັດ ກ່າວ​ວ່າ ກອງ​ປະຊຸມ​ດັ່ງກ່າວ ​ແມ່ນ​ແນເປົ້າໝາຍໃສ່ ​ເພື່ອ​ເລີ້ມ
ດຳ​ເນີນ​ງານຄືນ ພາຄີ​ຍຸດ​ທະ​ສາດ​ກັບ​ອີ​ຈິບ ທີ່​ໄດ້ຊັກ​ຊ້າ​ລົງ ຈົນ​ເກືອບ​ເຖິງ​ຂັ້ນຢຸດເຊົາ
ຍ້ອນ​ຄວາມ​ກັງ​ວົນ​ດ້ານ​ສິດທິ​ມະນຸດຂອງ​ສະຫະລັດ ທີ່​ພົວພັນ​ເຖິງ​ການ​ຂັບ​ໄລ່​ອອກ​ຈາກ​
ຕຳ​ແໜ່​ງຂອງ​ປະທານາທິບໍດີ Mohamed Morsi ​ໃນ​ເວລາ​ນັ້ນ ໂດຍ​ທະຫານ ເມື່ອປີ 2013.

​ເມື່ອອາທິດ​ແລ້ວ​ນີ້ ສະຫະລັດ​ໄດ້​ປະກາດ ການ​ນຳ​ສົ່ງ​ເຮືອບິ​ນລົບ F-16 ຈຳນວນ 8 ລຳ​
ໃຫ້​ແກ່​ອີ​ຈິບ ທີ່​ເປັນ​ສ່ວນໜຶ່ງ​ຂອງ​ກາ​ນຊ່ວຍ​ເຫຼືອທາງ​ດ້ານ​ທະຫານ​ປະຈຳ​ປີ ມູນ​ຄ່າ 1 ຕື້
3 ຮ້ອຍ​ລ້ານ​ໂດ​ລາ.

ທ່ານ ​ແຄຣີ ກ່າວ​ໃນ​ວັນ​ອາທິດ​ມື້​ນີ້ ວ່າ ສະຫະລັດ ຈະ​ສືບ​ຕໍ່​ສະໜອງ ການ​ຝຶກແອບ​ທາງ​
ດ້ານ​ທະຫານ ​ໃຫ້​ແກ່​ອີ​ຈິບ ​ແລະ ຍັງ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ ຕໍ່​ບົດບາດ​ຂອງ​ອີ​ຈິບ ​ໃນ​
ພາລະກິດ​ ການ​ໂຈມ​ຕີ​ທາງ​ອາກາດ​ຕໍ່ຕ້ານ​ພວກ​ນັກ​ຕໍ່ສູ້​ລັດ​ອິສລາມ ທີ່​ນຳພາ​ກຸ່ມ​ແນວໂຮມ
ໂດຍສະຫະລັດນັ້ນ.

ລັດຖະມົນຕີ​ຕ່າງປະ ​ເທດ ​ແຄຣີ ພວ​ມ​ເດີນທາງຢ້ຽມຢາມ 5 ປະ​ເທດ​ໃນ​ຕາ​ເວັນ​ອອກ​ກາງ
​ແລະ ​ເອ​ເຊີຍຕາ​ເວັນ​ອອກສຽງ​ໃຕ້. ຫຼັງຈາກ​ປະ​ເທດ​ອີ​ຈິບ ທ່ານ​ ​ແຄຣີ ​ແມ່ນ​ມີ​ກຳນົດ​ທີ່​ຈະ​
ເດີນທາງ​ໄປ​ຍັງ ປະ​ເທດ ກາ​ຕ້າ​ເພື່ອ​ພົບ​ປະ​ກັບ ​ສະພາ​ການຮ່ວມ​ມື​ເຂດ​ອາວ​ເປີ​ເຊຍ ຈາກ​
ຫົກ​ປະ​ເທດ ບ່ອນ​ທີ່​ການ​ເຈລະຈາ ຈະ​ລວມທັງ​ການ​ເພັ່ງ​ເລັງ​ໃສ່​ ເລື້ອງຂໍ້​ຕົກລົງ​ສາກົນ ເພື່ອ​
ບັນ​ທອນ​ໂຄງການ​ນິວ​ເຄລຍຂອງ​ອີຣ່ານ.

US Middle East Kerry
please wait
Embed

No media source currently available

0:00 0:01:01 0:00

U.S. Secretary of State John Kerry highlighted the importance of relations between Egypt and the United States as well as Egypt's importance in the Middle East as he met Sunday with Egyptian Foreign Minister Sameh Shoukri.

In his opening statement at the talks in Cairo, Kerry said the two sides would discuss the threat posed by the Islamic State group and that Egypt "has already paid a high price" in fighting extremism.He stressed the need for a counterterrorism strategy that has the support of religious figures, educators and citizens who "discredit hateful doctrines."

Kerry also discussed the role of government, saying there needs to be trust between authorities and citizens, and that the more proud people are of institutions the more effective those institutions will be.

He is due to meet later with Egyptian President Abdel Fattah el-Sissi.

U.S. officials said the meetings were aimed at relaunching a strategic partnership with Egypt that slowed to a near halt because of U.S. human rights concerns related to the 2013 military ouster of then-President Mohamed Morsi.

Last week, the U.S. announced the delivery of eight F-16 fighters jets to Egypt as part of about $1.3 billion in annual military aid.

Kerry said Sunday the U.S. will continue to provide military training to Egypt, and also expressed appreciation for Egypt's role in the U.S.-led coalition carrying out airstrikes against Islamic State fighters.

The secretary is on a five-nation tour of the Middle East and Southeast Asia.After Egypt, Kerry is due to travel to Qatar to meet with the six-nation Gulf Cooperation Council, where the talks will likely include a focus on the international agreement to curtail Iran's nuclear program.

XS
SM
MD
LG