ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Kerry ຈະເປັນປາກກະບອກສຽງ ໃຫ້ແກ່ ການປ່ຽນແປງຂອງດິນຟ້າອາກາດ


ລັດຖະມົນຕີຕ່າງປຫະເທດສະຫະລັດ ທ່ານ John Kerry ກ່າວທີ່ກອງປະຊຸມ ການປ່ຽນແປງດິນຟ້າອາກາດ ແລະ ນະວັດຕະກໍາພະລັງງານສະອາດ ທີ່ສະຖາບັນ Massachusetts Institute of Technology ທີ່ Cambridge ລັດ Massachusetts ທີ 9 ມັງກອນ 2017.
ລັດຖະມົນຕີຕ່າງປຫະເທດສະຫະລັດ ທ່ານ John Kerry ກ່າວທີ່ກອງປະຊຸມ ການປ່ຽນແປງດິນຟ້າອາກາດ ແລະ ນະວັດຕະກໍາພະລັງງານສະອາດ ທີ່ສະຖາບັນ Massachusetts Institute of Technology ທີ່ Cambridge ລັດ Massachusetts ທີ 9 ມັງກອນ 2017.

ໃນ​ຂະນະ​ທີ່​ເວລາ​ການ​ຮັບໜ້າ​ທີ່​ ​ຂອງ​ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດທ່ານ John Kerry ໃກ້​ຈະ​ໝົດ​ລົງ ທ່ານໄດ້​ປະກາດ​ທີ່​ຈະສືບ​ຕໍ່​ເປັນ​ປາກ​ກະບອກ​ສຽງໃຫ້​ແກ່​ບັນ​ຫາ​ການ​ປ່ຽ​ນ​ແປງ​ດິນ​ຟ້າ​ອາກາດ ​ໃນ​ຂະນະ​ທີ່​ທ່ານ​ພະ​ຍາ​ຍາມ​ໃນອັນ​ທີ່​ທ່ານ​ເຫັນ​ວ່າ​ເປັນ​ນຶ່ງໃນຜົນສຳ​ເລັດ​ສຸດຍອດ​ຂອງລັດຖະບານ ທ່ານ Obama ​ໃນຂໍ້​ຕົກລົງກ່ຽວ​ກັບ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ​ທີ່​ນະ​ຄອນ​ປາ​ຮີ.

ຂໍ້​ຕົກລົງ​ປາຣີ ​ໄດ້​ກຳນົດແຜ​ນປະບັດ​ງານ​ຂອງ​ໂລກ ​ເພື່ອ​ເຮັດ​ໃຫ້​ໂລກ​ເດີນ​ໄປ​ຕາມ​ເສັ້ນ ທາງ ​ໃນຫລີກ​ລ່ຽ​ງອັນ​ຕະລາຍ ຂອງການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ​ໂດຍ​ຈຳກັດ​ຄວາມ​ອົບ​ອຸ່ນ​ຂອງ​ໂລກ​ ໃຫ້​ຢູ່​ພາຍ​ໃຕ້ 2 ອົງສາ​ແຊລ​ເ​ຊິ​ສ.

ທ່ານ Kerry ກ່າວ​ວ່າ​ປີ 2016 “​ໄດ້ເປັນ​ປີ​ທີ່​ຮ້ອນສຸດໃນ​ບັນທຶກ​ປະຫວັດສາດ" ຢູ່​ໃນ​ຄຳ​ເວົ້າ​ຂອງ​ທ່ານ​ໃນ​ວັນ​ຈັນ​ວານ​ນີ້ຕໍ່​ບັນດາ​ນັກ​ສຶກສາ​ ​ແລະ​ອາຈານ​ທີ່​ສະຖາ​ບັນ​ເທັກ​ໂນ​ໂລຈີ​ແມັດ​ຊາ​ຈູແຊັສຫລື Massachusetts Institute of Technology.”

ທ່ານ Kerry ​ກ່າວ​ເພີ້ມ​ເ​ຕີມວ່າ “​ໃນ​ຈຳນວນຫ້າ​ປີ​ທີ່ຮ້ອນ​ທີ່ສຸດຢູ່​ໃນ​ປະຫວັດ ສາດ​ໄດ້​ເກີດ​ຂຶ້ນ​ພາຍ​ໃນ​ຊີວິດ​ຂອງ Twitter.”

Kerry Discusses the Hottest Years on Record
please wait

No media source currently available

0:00 0:01:18 0:00

ການ​ປຽບທຽບໃສ່​ອາຍຸ​ຂອງ Twitter ແມ່ນ​ເບິ່ງ​ກັນ​ວ່າ ເປັນຄຳ​ຕອບ ຕໍ່​ປະທານາທິບໍດີ​ທີ່​ຖືກ​ເລືອກໃໝ່ ທ່ານ Donald Trump ຊຶ່ງ​ການ​ເລືອກເອົາຄະນະ​ລັດ ຖະບານ​ຂອງ​ທ່ານ ໄດ້​ເປັນສັນຍານຂອງ​ການ​ຊີ້ໃຫ້​ເຫັນເຖິງການ​ການ​ປ່ຽນ​ແປງ ​ໃນ​ດ້ານ​ດິນ​ຟ້າ​ອາກາດ.

Kerry Discusses Fossil Fuels, Economy
please wait

No media source currently available

0:00 0:00:29 0:00

ການ​ຕັດສິນ​ໃຈ​ຂອງ​ທ່ານ Trump ທີ່​ສະ​ເໜີ​ຜູ້​ບໍລິຫານ​ບໍລິສັດ​ນໍ້າມັນ ExxonMobil ທ່ານ Rex Tillerson ​ເປັນ​ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ໝາຍ​ຄວາມ​ວ່າ ກະຊວງ​ດັ່ງ ກ່າວອາດ​ຈະຄວບ​ຄຸມໂດຍ​ຜູ້​ບໍລິຫານນໍ້າ​ມັນ​ທີ່​ຍາວ​ນານ. ຖ້າຫາກ​ວ່າ​ທ່ານ Tillerson ​ຖືກຮັບຮອງ​ເອົາ​ຈາກ​ສະພາ​ສູງ ທ່ານ​ຈະ​ມີ​ຄຳ​ເວົ້າ​ທີ່​ສຳຄັນ​ກ່ຽວກັບ​ວ່າ ລັດຖະບານ​ຂອງ​ທ່ານ Trump ຈະ​ຖອນ​ອອກ​ຈາກ​ຂໍ້ຕົກລົງ​ດິນຟ້າ​ອາກາດ​ປາຣີ.

ອີງ​ຕາມ​ທ່ານ Kerry ສະຫະລັດ ​ແລະ​ອີກຫລາຍກວ່າ 120 ປະ​ເທດ ທີ່​ເປັນ​ຜູ້ຕາງໜ້າ​ກວ່າ 80 ​ເປີ​ເຊັນ​ຂອງ​ການ​ປ່ອຍ​ແກັສ​ເຮືອນ​ແກ້ວຂອງ​ໂລກ ​ໄດ້​ເຂົ້າ​ຮ່​ວມຂໍ້​ຕົກລົງ​ປາຣີ.

​ໃນ​ວັນ​ຈັ​ນວານ​ນີ້ ປະທານາທິບໍດີ Barack Obama ​ໄດ້​ເລີ້ມ​ປ້ອງ​ກັນ​ໃໝ່​ຂອງ ​ການ​ປ່ອຍ​ແກັສ​ເຮືອນ​ແກ້ວ ຫລີກຫລ່ຽງຕ້ານ​ແ​ຜນຂອງ​ທ່ານ Trump ທີ່​ຈະ​ທຳ ລາຍ​ຂໍ້​ຕົກລົງ​ດິນ​ຟ້າ​ອາກາດປາຣີ.

Kerry Talks about the Threat of Melting Glaciers
please wait

No media source currently available

0:00 0:01:27 0:00

ອ່ານຂ່າວນີເພິ້ມເປັນພາສາອັງກິດ

XS
SM
MD
LG