ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ປະກາດ ການປະຕິບັດການຕ່າງໆ ເພື່ອຊ່ວຍເຫຼືອ ລາວ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John
Kerry , ຊ້າຍ, ໂອ້ລົມກັບ ນາຍົກລັດຖະມົນຕີ ລາວ ທ່ານ ທອງສິງ ທຳມະວົງ ໃນລະຫວ່າງການພົບປະກັນ ທີ່ທຳນຽບລັດຖະບານໃນນະຄອນຫຼວງວຽງຈັນ, ລາວ. 25 ມັງກອນ 2016.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry , ຊ້າຍ, ໂອ້ລົມກັບ ນາຍົກລັດຖະມົນຕີ ລາວ ທ່ານ ທອງສິງ ທຳມະວົງ ໃນລະຫວ່າງການພົບປະກັນ ທີ່ທຳນຽບລັດຖະບານໃນນະຄອນຫຼວງວຽງຈັນ, ລາວ. 25 ມັງກອນ 2016.

ສະຫະລັດ ກຳລັງເພີ່ມຄວາມພະຍາຍາມໃນການຊ່ວຍເຫຼືອແກ່ ລາວ ເພື່ອຮັບມື ກັບບັນຫາຕ່າງໆເຊິ່ງລວມມີ ຄວາມອຶດຫິວ, ລະເບີດທີ່ຍັງບໍ່ທັນແຕກ ແລະ ການ ເຂົ້າເຖິງເທັກໂນໂລຈີ ສຳລັບ ປະເທດລຸ່ມແມ່ນ້ຳຂອງ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ໄດ້ ກຳນົດແຜນ ການຕ່າງໆ ໃນລະຫວ່າງຢ້ຽມຢາມນະຄອນຫຼວງ ວຽງຈັນ ໃນວັນຈັນມື້ນີ້. ນອກນັ້ນ ທ່ານຍັງໄດ້ປຶກສາຫາລືກ່ຽວກັບ ສິ່ງທ້າທາຍຕ່າງໆຢູ່ພາຍນອກເອເຊຍ, ລວມທັງ ແຜນການເຈລະ ຈາສັນຕິພາບ ຊີເຣຍນຳ.

ທ່ານໄດ້ໃຫ້ຄຳເຫັນຕໍ່ບັນດານັກຂ່າວ ຫຼັງຈາກການພົບປະກັບບັນດາເຈົ້າໜ້າທີ່, ລວມທັງນາ ຍົກລັດຖະມົນຕີ ທ່ານ ທອງສິງ ທຳມະວົງ ແລະ ລັດຖະມົນຕີການ ຕ່າງປະເທດ ທ່ານ ທອງລຸນ ສີສຸລິດ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ໂອ້ລົມກັບ ນາຍົກລັດຖະມົນຕີ ທ່ານ ທອງສິງ ທຳມະວົງ ໃນລະຫວ່າງການເລີ່ມກອງປະຊຸມສອງຝ່າຍ ທີ່ທຳນຽບລັດຖະບານ ໃນນຄອນຫຼວງວຽງຈັນ. ລາວ. 25 ມັງກອນ 2016.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ໂອ້ລົມກັບ ນາຍົກລັດຖະມົນຕີ ທ່ານ ທອງສິງ ທຳມະວົງ ໃນລະຫວ່າງການເລີ່ມກອງປະຊຸມສອງຝ່າຍ ທີ່ທຳນຽບລັດຖະບານ ໃນນຄອນຫຼວງວຽງຈັນ. ລາວ. 25 ມັງກອນ 2016.

ການເຈລະຈາ ໄດ້ວາງແຜນວຽກງານສຳລັບກອງປະຊຸມສຸດຍອດ ອາຊຽນພິເສດ ໃນເດືອນໜ້າ ທີ່ລັດ ຄາລີຟໍເນຍ ເຊິ່ງຈະເປັນເຈົ້າພາບຈັດໂດຍປະທານາທິບໍດີ ບາຣັກ ໂອບາມາ.

ທ່ານ Kerry ໄດ້ກ່າວວ່າ ສະຫະລັດ ໄດ້ເປີດໂຄງການ 6 ລ້ານໂດລາເພື່ອຊ່ວຍ ເຫຼືອການສະ ໜອງອາຫານໃຫ້ກັບໂຮງຮຽນໃນທົ່ວປະເທດ ລາວ ເພື່ອຕໍ່ສູ້ກັບຜົນ ກະທົບຈາກຄວາມອຶດ ຫິວ, ເຊິ່ງມັນໄດ້ເຮັດໃຫ້ ການຈະເລີນເຕີບໂຕຂອງພວກ ເດັກນ້ອຍລາວຢຸດສະງັກລົງ.

ທ່ານ Kerry ໄດ້ກ່າວຂອບອົກຂອບໃຈ ນາຍົກລັດຖະມົນຕີ ລາວ ສຳລັບການ ຊ່ວຍເຫຼືອໃນ ການກ່າວເຖິງບັນຫາທີ່ກ່ຽວກັບສົງຄາມ ຫວຽດນາມ, ລວມທັງລະ ເບີດທີ່ບໍ່ທັນແຕກຫຼາຍໂຕນ ທີ່ຖິ້ມລົງໃສ່ ລາວ ໂດຍເຮືອບິນຮົບ ສະຫະລັດ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ເຊັນປຶ້ມບັນທຶກແຂກຢ້ຽມຢາມ ຫຼັງຈາກທ່ຽວຊົມ ທາດຫຼວງ ເຊິ່ງເປັນວັດທີ່ປະຊາຊົນ ລາວ ນັບຖືບູຊາທີ່ສຸດ ຕາມດ້ວຍການປະຊຸມກັບບັນດາຜູ້ນຳລັດຖະບານໃນນະຄອນຫຼວງວຽງຈັນ, ລາວ. 25 ມັງກອນ 2016.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ເຊັນປຶ້ມບັນທຶກແຂກຢ້ຽມຢາມ ຫຼັງຈາກທ່ຽວຊົມ ທາດຫຼວງ ເຊິ່ງເປັນວັດທີ່ປະຊາຊົນ ລາວ ນັບຖືບູຊາທີ່ສຸດ ຕາມດ້ວຍການປະຊຸມກັບບັນດາຜູ້ນຳລັດຖະບານໃນນະຄອນຫຼວງວຽງຈັນ, ລາວ. 25 ມັງກອນ 2016.

ລະເບີດປະມານ 30 ເປີເຊັນທີ່ຖິ້ມລົງແມ່ນຍັງບໍ່ທັນແຕກ, ເຊິ່ງໄດ້ນຳໄປສູ່ການ ສູນເສຍຊີວິດ ຂອງປະຊາຊົນຈຳນວນຫຼາຍສິບພັນຄົນໃນແຕ່ລະປີນັບຕັ້ງແຕ່ນັ້ນ ມາ.

ທ່ານ Kerry ໄດ້ກ່າວວ່າ ສະຫະລັດ ໄດ້ພິຈາລະນາວ່າ ຕົນຈະສາມາດຂະຫຍາຍ ທຶນການ ຊ່ວຍເຫຼືອທີ່ມີຢູ່ 19 ລ້ານ 5​ ແສນ ໂດລາໃຫ້ແກ່ ລາວ ເພື່ອເກັບກູ້ລະ ເບີດໄດ້ຕື່ມຫຼືບໍ່. ທ່ານ Kerry ກ່າວວ່າ ໃນຂະນະທີ່ຈຳນວນຕົວເລກຂອງຄົນທີ່ ໄດ້ຮັບບາດເຈັບ ແລະ ເສຍຊີວິດຈາກ ລະເບີດທີ່ບໍ່ທັນແຕກໄດ້ຫຼຸດລົງຢ່າງຫຼວງ ຫຼາຍ, ແຕ່ມັນກໍຍັງເປັນບັນຫາໃນປະເທດຢູ່.

ນອກນັ້ນທ່ານຍັງກ່າວວ່າ ສະຫະລັດ ແມ່ນກຳລັງເຮັດວຽກກັບ ລາວ ໃນດ້ານເທັກ ໂນໂລຈີ ທີ່ ຈະຊ່ວຍຂະຫຍາຍຄວາມສາມາດຂອງປະເທດລຸ່ມແມ່ນ້ຳຂອງ, ເຊິ່ງ ເປັນໜຶ່ງໃນແມ່ນ້ຳທີ່ຍາວ ທີ່ສຸດໃນ ເອເຊຍ ທີ່ໄຫຼຜ່ານ ຈີນ, ມຽນມາ, ໄທ, ກຳປູເຈຍ, ຫວຽດນາມ ແລະ ລາວ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ,ຂວາ, ທ່ຽວຊົມທາດຫຼວງ ກັບທ່ານນາງ Phouvieng Phothisane, ອຳນວຍການວ່າການ ຫໍພິພິຕະພັນນະຄອນຫຼວງ ວຽງຈັນ, ຊ້າຍສຸດ ແລະ ທ່ານນາງ ຕ່າຕ້າ ແກ້ວວິໄລ ຈາກສະຖານທູດ ສະຫະລັດ ໃນນະຄອນຫຼວງວຽງຈັນ,​ ລາວ. 25 ມັງກອນ 2016.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ,ຂວາ, ທ່ຽວຊົມທາດຫຼວງ ກັບທ່ານນາງ Phouvieng Phothisane, ອຳນວຍການວ່າການ ຫໍພິພິຕະພັນນະຄອນຫຼວງ ວຽງຈັນ, ຊ້າຍສຸດ ແລະ ທ່ານນາງ ຕ່າຕ້າ ແກ້ວວິໄລ ຈາກສະຖານທູດ ສະຫະລັດ ໃນນະຄອນຫຼວງວຽງຈັນ,​ ລາວ. 25 ມັງກອນ 2016.

ທ່ານກ່າວວ່າ “ນີ້ແມ່ນແມ່ນ້ຳທີ່ມີຄວາມສຳຄັນຢ່າງຍິ່ງ, ໜຶ່ງໃນບັນດາແມ່ນ້ຳທີ່ ໃຫຍ່ທີ່ສຸດ ຂອງໂລກ.”

ທ່ານລັດຖະມົນຕີກ່າວວ່າ ທ່ານໄດ້ຍົກບັນດາກ່ຽວກັບສິດທິມະນຸດ ແລະ ເສລີ ພາບໃນການ ປາກເວົ້າ ໃນລະຫວ່າງການເຈລະຈາກັບບັນດາເຈົ້າໜ້າທີ່, ແຕ່ບໍ່ ໄດ້ກ່າວເຖິງເລື່ອງສະເພາະ ເຈາະຈົງໃດໆ.

ທ່ານ Phil Robertson, ຮອງຜູ້ອຳນວຍການອົງການສິ້ງຊອມສິດທິມະນຸດ ເອເຊຍ ກ່າວວ່າ “ການຢ້ຽມຢາມ ລາວ ຂອງທ່ານ ລັດຖະມົນຕີ Kerry, ເຊິ່ງ ເປັນລັດຖະບານໜຶ່ງທີ່ມີການ ຂົ່ມຂູ່ທາງດ້ານສິດເສລີພາບທີ່ສຸດ ໃນບັນດາ ປະເທດ ອາຊຽນ, ຄວນເປັນຈຸດເລີ່ມຕົ້ນຂອງ ການຜັກດັນທີ່ເຂັ້ມແຂງ ແລະ ໝັ້ນຄົງຂອງ ສະຫະລັດ ເຊິ່ງຮຽກຮ້ອງໃຫ້ລັດຖະບານ ລາວ ເປີດເຜີຍວ່າຫົວ ໜ້າອົງການ NGO ທ່ານ ສົມບັດ ສົມພອນ ທີ່ຫາຍສາບສູນ ນັ້ນຢູ່ບ່ອນໃດ. ແລະ ສິ້ນສຸດການຂົ່ມຂູ່ຕໍ່ສັງຄົມພົນລະເຮືອນທີ່ໄດ້ ມີຄວາມເຄັ່ງຕຶງເພີ່ມຂຶ້ນ ນັ້ນ."

ປະເທດ ລາວ ເປັນປະເທດທຳອິດຂອງການຢ້ຽມຢາມເອເຊຍ ສາມປະເທດຂອງ ທ່ານ Kerry ເຊິ່ງຈະລວມມີ ການຢຸດທີ່ ກຳປູເຈຍ ແລະ ຈີນ.

XS
SM
MD
LG