ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊາວສະວີເດັນ ຫຼາຍໝື່ນ ຄົນ ອອກມາຊຸມນຸມ ໃນນະຄອນຫຼວງ ສະຕັອກໂຮມ ຫຼັງການໂຈມຕີ


ຫຼາຍພັນຄົນ ເຂົ້າຮ່ວມ "ບຸນແຫ່ງຄວາມຮັກ ຫຼື Lovefest" ເພື່ອຕໍ່ຕ້ານການກໍ່ການຮ້າຍ ໃນກາງນະຄອນຫຼວງ Stockholm ຂອງສະດີເດັນ, ເມື່ອວັນອາທິດ Sunday ທີ 9 ເມສາ 2017.
ຫຼາຍພັນຄົນ ເຂົ້າຮ່ວມ "ບຸນແຫ່ງຄວາມຮັກ ຫຼື Lovefest" ເພື່ອຕໍ່ຕ້ານການກໍ່ການຮ້າຍ ໃນກາງນະຄອນຫຼວງ Stockholm ຂອງສະດີເດັນ, ເມື່ອວັນອາທິດ Sunday ທີ 9 ເມສາ 2017.

ຊາວສະວີເດັນຫຼາຍໝື່ນຄົນ ໄດ້ພາກັນອອກມາຊຸມນຸມ ຢູ່ທີ່ນະຄອນຫຼວງ Stockholm
ໃນວັນອາທິດວານນີ້ ເພື່ອອັນທີ່ພວກເຂົາເຈົ້າເອີ້ນວ່າ “ບຸນແຫ່ງຄວາມຮັກ ຫຼື lovefest”
ຫຼັງຈາກເຫດການໂຈມຕີດ້ວຍລົດບັນທຸກ ໃນວັນສຸກຜ່ານມາ ທີ່ໄດ້ສັງຫານ 4 ຄົນ ແລະ
15 ຄົນ ໄດ້ຮັບບາດເຈັບ.

ເຊື່ອກັນວ່າ ຄົນອຸສເບັກກິສຖານ ອາຍຸ 39 ປີ ຜູ້ທີ່ມີຄວາມເຫັນອົກເຫັນໃຈ ກຸ່ມພວກ
ຫົວຮຸນແຮງຈັດ ທີ່ຖືກທາງການຈັບກຸມຢູ່ນັ້ນ ຖານລັກເອົາລົດບັນທຸກ ແລ້ວຂັບຢຽບຝູງ
ຄົນ ທີ່ຮ້ານຊັບພະສິນຄ້າ ຢູ່ໃນຕົວເມືອງ Ahlens ຂອງ Stockholm.

Candles and flowers placed in central Stockholm to commemorate the victims of last Friday's terror attack in the city, in Stockholm, Sweden, April 9, 2017.
Candles and flowers placed in central Stockholm to commemorate the victims of last Friday's terror attack in the city, in Stockholm, Sweden, April 9, 2017.

“ຄວາມຢ້ານ ຈະບໍ່ຄວນມີອິດທິພົນ” ນັ້ນແມ່ນຄຳເວົ້າຂອງຜູ້ປົກຄອງເມືອງ ທ່ານ
Karin Wanngard ທີ່ໄດ້ບອກພວກຝູງຄົນ ທີ່ກະປະມານໄດ້ວ່າ ມີຢູ່ 50,000 ຄົນ.

ຍິງຄົນນຶ່ງ ຖືປ້າຍທີ່ອ່ານວ່າ “ພວກເຮົາຈະບໍ່ຕອບໂຕ້ດ້ວຍຄວາມຢ້ານ ພວກເຮົາ
ຈະຕອບໂຕ້ດ້ວຍຄວາມຮັກ.”

ການໂຈມຕີໃນວັນສຸກຜ່ານມາ ປາກົດວ່າ ສົ່ງຜົນພຽງໜ້ອຍດຽວ ຕໍ່ສື່ສຽງທົ່ວໂລກ
ຂອງຊາວສະວີເດັນ ອະນຸລັກນິຍົມ ໃນຖານະ ທີ່ເປັນສັງຄົມທີ່ເປີດກວ້າງ ແລະ
ຍິນດີຕ້ອນຮັບ.

ຜູ້ເຂົ້າຮ່ວມການຊຸມນຸມ ໃນວັນອາທິດວານນີ້ ຄົນນຶ່ງ ໄດ້ບອກ ອົງການຂ່າວ AP ວ່າ
ຄວາມເປັນຈິງທີ່ຜູ້ຕ້ອງສົງໄສ ເປັນຊາວອົບພະຍົບ ບໍ່ມີຄວາມໝາຍຫຍັງເລີຍ.

ຜູ້ກ່ຽວເວົ້າວ່າ “ບຸກຄົນຜູ້ນີ້ ເປັນຜູ້ທີ່ບໍ່ປົກກະຕິ ແລະ ບໍ່ກ່ຽວຂ້ອງຫຍັງ ກັບຖານະ
ການເປັນ ອົບພະຍົບຂອງລາວ. ຂ້າພະເຈົາຄິດວ່າ ພົນລະເມືອງຊາວ Stockholm
ສ່ວນຫຼາຍ ຮູ້ຈັກດີວ່າ ຖ້າເຈົ້າເປັນອົບພະຍົບ ຫຼື ມຸສລິມ ກໍບໍ່ໝາຍຄວາມວ່າ ເຈົ້າເປັນ
ຜູ້ກໍ່ການຮ້າຍ.”

Sweden Attack
please wait
Embed

No media source currently available

0:00 0:01:47 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG