ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ແມ່ນ້ຳ ສາຍທີສອງ ລົ້ນຝັ່ງຂຶ້ນຖ້ວມ ໃນພາກເໜືອ ຍີ່ປຸ່ນ


ເສົາໄຟຟ້າ ທີ່ໄດ້ຮັບຄວາມເສຍຫາຍ ຫລັງຈາກເກີດໄພນ້ຳຖ້ວມ ທີ່ເມືອງ Joso. (11 ກັນຍາ 2015)
ເສົາໄຟຟ້າ ທີ່ໄດ້ຮັບຄວາມເສຍຫາຍ ຫລັງຈາກເກີດໄພນ້ຳຖ້ວມ ທີ່ເມືອງ Joso. (11 ກັນຍາ 2015)

ແມ່ນ້ຳສາຍທີ 2 ໃນເຂດພາກເໜືອຂອງຍີ່ປຸ່ນ ທີ່ຖືກລົມພາຍຸ
ໄຕ້ຝຸ່ນພັດເຂົ້າຖະຫຼົ່ມ ໄດ້ລົ້ນຝັ່ງຂຶ້ນຖ້ວມ ເຮັດໃຫ້ປະຊາຊົນ ຈຳນວນຫຼາຍໆສິບຄົນຕົກຄ້າງ ແລະເພີ້ມຄວາມກົດດັນຫຼາຍ
ຂຶ້ນຕໍ່ເຈົ້າໜ້າທີ່ກູ້ໄພ ທີ່ຮັບມືກັບໄພນ້ຳຖ້ວມ ຮ້າຍແຮງສຸດ ຢູ່
ໃນຂົງເຂດ ໃນຮອບຫຼາຍໆທົດສະວັດ.

ແມ່ນ້ຳ Shibui ໄດ້ລົ້ນຝັ່ງຂຶ້ນຖ້ວມ ທົ່ງນາ ແລະ ເຮືອນຊານ
ຂອງປະຊາຊົນ ໃນຕອນເຊົ້າຂອງວັນສຸກມື້ນີ້ຢູ່ໃນເຂດເມືອງ
Osaki ທີ່ສອກຫລີກ ປະມານ 350 ຫຼັກກິໂລແມັດຫ່າງຈາກ ນະຄອນຫຼວງໂຕກຽວໄປທາງທິດເໜືອ. ເຈົ້າໜ້າທີ່ເວົ້າວ່າ ມີ
ຢ່າງໜ້ອຍ 40 ຄົນໄດ້ຕົກຄ້າງຢູ່ທີ່ນັ້ນ.

Japan Weather
please wait
Embed

No media source currently available

0:00 0:00:59 0:00

ພວກກູ້ໄພໄດ້ຮີບຮ້ອນພາກັນໄປຊ່ອຍເຫຼືອປະຊາຊົນຫຼາຍຮ້ອຍຄົນທີ່ຕົກຄ້າງຢູ່ໃນເມືອງ
Joso ຊຶ່ງຕັ້ງຢູ່ໃນພາກເໜືອ ຂອງຍີ່ປຸ່ນຄືກັນ ບ່ອນທີ່ແມ່ນ້ຳ Kinugawa ລົ້ນຝັ່ງຂຶ້ນຖ້ວມ ໃນມື້ວານນີ້ ເຮັດໃຫ້ປະຊາຊົນຕ້ອງໄດ້ປີນຂຶ້ນໄປຢູ່ຕາມລະບຽບ ແລະຫຼັງຄາເຮືອນ ເພື່ອ ຊອກສະແຫວງຫາການຊ່ອຍເຫລືອ.

ເຮືອບິນເຮຣີຄອບເຕີ້ແລະເຮືອທະຫານໄດ້ຊ່ອຍປະຊາຊົນຫຼາຍສິບຄົນໃນຄືນແລ້ວນີ້ຈາກ ຫລັງຄາເຮືອນໃນເມືອງ Joso. ເຈົ້າໜ້າທີ່ເວົ້າວ່າ ມີຢ່າງໜ້ອຍ 25 ຄົນຍັງຫາຍສາບສູນ.

ຍີ່ປຸ່ນໄດ້ປະເຊີນກັບຝົນຕົກໜັກໃນອາທິດນີ້ຈາກລົມໄຕ້ຝຸ່ນ Etau ຊຶ່ງຢູ່ໃນບາງເຂດມີຝົນ ຕົກໜັກຫລາຍກວ່າ 60 ຊັງຕີແມັດ.

ມາຮອດປັດຈຸບັນ ເຈົ້າໜ້າທີ່ກ່າວວ່າ ມີຜູ້ເສຍຊີວິດແລ້ວຍ້ອນນ້ຳຖ້ວມ 3 ຄົນຮວມທັງແມ່
ຍິງຄົນນຶ່ງ ອາຍຸ 63 ປີ ທີ່ໄດ້ຖືກດິນເຈື່ອນຊຸເອົາໄປ ທີ່ເມືອງ Kanuma ທີ່ຕັ້ງຢູ່ທາງເໜືອ ຂອງເມືອງ Joso.

ມີປະຊາຊົນຫຼາຍກວ່ານຶ່ງແສນຄົນ ໃນພາກຕາເວັນອອກສຽງເໜືອຂອງຍີ່ປຸ່ນຖືກສັ່ງໃຫ້ຍົກ ຍ້າຍໜີຈາກບ້ານເຮືອນຂອງພວກເຂົາເຈົ້າ ຍ້ອນລົມພາຍຸດັ່ງກ່າວ.

XS
SM
MD
LG