ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

14 ຄົນເສຍຊີວິດ ໃນການວາງລະເບີດ ສະລະຊີບ ຢູ່ພາກໃຕ້ຣັດເຊຍ (ວີດີໂອ/ສະໄລດ໌)


ພວກສະມາຊິກພະແນກ ກູ້ໄພສຸກເສີນ ກຳລັງປະຕິບັດງານ ໃນບ່ອນເກີດເຫດ ທີ່ເມືອງ Volgograd
ວັນທີ 30 ທັນວາ, 2013.
ພວກສະມາຊິກພະແນກ ກູ້ໄພສຸກເສີນ ກຳລັງປະຕິບັດງານ ໃນບ່ອນເກີດເຫດ ທີ່ເມືອງ Volgograd ວັນທີ 30 ທັນວາ, 2013.
ບັນດາ​ເຈົ້າ​ໜ້າ​ທີ່ຣັດ​ເຊຍ​ກ່າວ​ວ່າ ຜູ້ຊາຍ​ຄົນ​ນຶ່ງ​ໄດ້​ທໍາ​ການ
​ໂຈມ​ຕີສະລະ​ຊີບ ດ້ວຍລະ​ເບີດ​ ຢູ່​ໃນ​ລົດ​ລາງຄັນ​ນຶ່ງ​ໃນ​ເມືອງ
Volgograd ​ໃນ​ພາກ​ໃຕ້​ຂອງ​ປະ​ເທດ ​ທີ່ເຮັດ​ໃຫ້​ປະຊາຊົນ
​ເສຍ​ຊີວິດ​ໄປ 14 ຄົນ ນຶ່ງ​ມື້​ຫຼັງ​ຈາກ​ແມ່ຍິງ​ວາງ​ລະ​ເບີດ​ສະ
ລະ​ຊີບຄົນ​ນຶ່ງ​ ໄດ້​ເຮັດ​ໃຫ້ 17 ຄົນ ເສຍ​ຊີວິດ​ໄປຢູ່​ສະຖານີ
​ລົດ​ໄຟ​ໃນ​ເມືອງ​ດັ່ງກ່າວ.

ບັນດາ​ເຈົ້າ​ໜ້າ​ທີ່ຣັດ​ເຊຍ ​ເວົ້າ​ວ່າ ມີປະມານ 20 ຄົນ​ໄດ້​ຮັບ
​ບາດ​ເຈັບ​ຈາກ​ແຮງ​ລະ​ເບີດ​ ທີ່​ແຕກຂຶ້ນ​ໃນ​ລົດ​ລາງ​ ທີ່​ຜູ້​ຄົນ
​ຂີ່​ຢ່າງ​ໜາ​ແໜ້ນ ​ໃນ​ວັນ​ຈັນ​ມື້​ນີ້ ​ໃນໄລຍະ​ເວລາ​ທີ່ຄົນ​ກຳລັງ​
ໄປ​ລ້າ​ໄປ​ການ​ໃນ​ຕອນ​ເຊົ້າ.ການ​ໂຈມ​ຕີ​ດັ່ງກ່າວ​ໄດ້​ທຳລາຍ​ລົດ​ລາງ ​ແລະເຮັດ​ໃຫ້ແກ້ວ​ປ່ອງຢ້ຽມຂອງ​ພວກ​ຕຶກ​ອາຄານ​ທີ່​ຕັ້ງ​ຢູ່​ໃກ້ໆ​ກັບ​ບ່ອນ​ເກີດ​ເຫດ ແຕກ​ຟົ້ງ​ກະຈັດກະຈາ​ຍ.


ເວລາ​ນີ້ ​ຍັງ​ບໍ່​ທັນ​ມີ​ຜູ້​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ໃນ​ການວາງ​ລະ​ເບີດ​ດັ່ງກ່າວ​ນີ້ເທື່ອ.
ການໂຈມ​ຕີ​ເຫຼົ່າ​ນີ້​ມີ​ຂຶ້ນ​ໃນ​ເວລາ​ພຽງ​ບໍ່​ເທົ່າ​ໃດ​ອາທິດ​ ກ່ອນ​ການ​ແຂ່ງຂັນ​ກີລາ​ໂອ​ລິມປິກ
ລະດູ​ໜາວ​ໄຂ​ຂຶ້ນທີ່​ເມືອງ Sochi ຊຶ່ງ​ຢູ່​ຫ່າງ​ຈາກ​ເມືອງ Volgograd​ໄປ​ທາງ​ທິດຕາ​ເວັນ
​ຕົກ​ສຽງ​ໃຕ້ປະມານ 650 ຫຼັກ​ກິ​ໂລ​ແມັດ. ພວກ​ຫົວ​ຮຸນ​ແຮງ​ມຸສລິ​ມ​ໄດ້​ທຳ​ການ​ຂົ່ມຂູ່ວ່າ
ຈະ​ກໍ່​ເຫດ​ລົບ​ກວນ​ການ​ແຂ່ງຂັນ​ກິລາ​ລະດູ​ໜາວ​ດັ່ງກ່າວ.

ວັງ Kremlin ຖະ​ແຫລ​ງໃນ​ວັນ​ຈັນ​ມື້​ນີ້​ວ່າ ປະທາ​ນາ​ທິບໍດີ Vladimir Putin ​ໄດ້​ສັ່ງ​ໃຫ້​
ໜ່ວຍ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​ເພີ່ມ​ທະວີ ​ການ​ຮັກສາ​ຄວາມ​ປອດ​ໄພ​ຂຶ້ນ ​ໃນ​ເມືອງ
Volgograd ​ແລະ​ໃນ​ແຫ່ງ​ອື່ນໆ​ໃນ​ທົ່ວ​ປະ​ເທດ.

Russia Blast
please wait
Embed

No media source currently available

0:00 0:01:41 0:00
XS
SM
MD
LG