ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກຊອກຫາ ເຮືອບິນມາເລເຊຍ ໄດ້ຮັບສັນຍານ ທີ່ສົງໄສວ່າ ມາຈາກກັບດຳນັ້ນ ຕື່ມອີກ (ສະໄລ໌/ວີດີໂອ)


ບັນດາ​ເຈົ້າ​ໜ້າ​ທີ່​ອອສ​ເຕຣ​ເລຍ ກ່າວ​ວ່າ ກຳປັ່ນ​ກອງທັບເຮືອ
​ລຳ​ນຶ່ງ ​ໄດ້​ຮັບ​ສັນຍານ “ທີ່​ສອດຄ່ອງ​ກັບ​ສັນຍານ” ຈາກ​ ກັບ
​ສີດຳ ຫຼື​ເຄື່ອງ​ບັນທຶກ​ຂໍ້​ມູນ​ການບິນ ຂອງເຮືອບິນ​ໂດຍສານ​
ຂອງ​ສາຍ​ການບິນ​ມາ​ເລ​ເຊຍ ​ທີ່​ຫາຍ​ສາບ​ສູນ​ໄປ​ນັ້ນ.

ທ່ານ Angus Houston ຫົວໜ້າ​ທີ​ມຊອກ​ຄົ້ນ ກ່າວ​ຕໍ່ບັນດາ​
ນັກ​ຂ່າວ​ທີ່​ເມືອງ Perth ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ​ເຫດການ​ທີ່​ມີ​ຂຶ້ນ​
ໃນ​ລະຫວ່າງ​ການ​ຊອກ​ຄົ້ນ​ໃນ​ມື້ວານ​ນີ້ ​ແມ່ນ “​ເປັນຮ່ອງ
ຮອຍ​ທີ່​ໃຫ້​ຄວາມ​ຫວັງ​ຫຼາຍ​ທີ່​ສຸດ”
ມາຮອດ​ປັດຈຸບັນ ​ໃນ
ກາ​ນຊອກ​ຫາ​ເຮືອບິນ Boeing 777 ລຳ​ນັ້ນ ຢູ່​ໃນ​ມະຫາ
​ສະມຸດ​ອິນ​ເດຍ ນອກ​ຝັ່ງ​ທະ​ເລ​ຂອງ​ອອສ​ເຕຣ​ເລຍ​ນັ້ນ.

ທ່ານ Houston ​ໄດ້​ກ່າວ​ເນັ້ນ​ວ່າ ​ຍັງ​ຕ້ອງການ​ການ​ຢືນຢັນ​ຕື່ມອີກຢູ່ ຊຶ່ງ​ອາດ​ສາມາດ
​ໃຊ້​ເວລາ​ຕື່ມ​ອີກ​ຫຼາຍ​ມື້​ ແຕ່​ທ່ານກ່າວ​ວ່າ ສັນຍານທີ່​ໄດ້​ຮັບ​ຈາກ​ເຄື່ອງຈັບ​ສັນຍາ​ນ
ຂອງ​ກອງທັບ​ເຮືອ​ສະຫະລັດ​ນັ້ນ ວ່າ ​ເປັນ​ສິ່ງ​ໃຫ້“ກຳລັງ​ໃຈ​ຫຼາຍ.”
ບໍລິເວນຊອກຫາ ຖ້ຽວບິນ MH370 ໃນວັນທີ 7 ເມສາ 2014.
ບໍລິເວນຊອກຫາ ຖ້ຽວບິນ MH370 ໃນວັນທີ 7 ເມສາ 2014.

ທ່ານ Houston ກ່າວ​ວ່າ ​ເຄື່ອງ​ຈັບ​ທີ່​ເຮືອ Ocean Shield
ຂອງ​ອອສ​ເຕຣ​ເລຍ​ແກ່​ລາກ​ໄປ​ຕາມ​ທ້ອງ​ທະ​ເລ​ນັ້ນ ​ໄດ້ຈັບສັນ
ຍານ​ຈາກ​ກັບ​ດຳ ​ເປັນ​ເວລາ 2 ຊົ່ວ​ໂມງ​ກັບ 20 ນາທີ. ຫຼັງ​ຈາກ​
ນັ້ນ ກໍໄດ້​ຈັບ​ໄດ້​ອີກ ​ເປັນເວລາ 13 ນາທີ ຊຶ່ງທ່ານ​ກ່າວ​ຕໍ່ໄປ​ວ່າ
ນັ້ນ​ແມ່ນ “ສອດ​ຄ້ອງ​ກັບສັນຍານ​ທີ່​ສົ່ງ​ມາຈາກ​ທັງ​ເຄື່ອງບັນ
ທຶກ​ຂໍ້​ມູນ​ການບິນ ​ແລະ​ເຄື່ອງ​ອັດ​ສຽງໃນ​ຫ້ອງ​ນັກ​ບິນ​ນັ້ນ​.”

malaysiaplane7april14
please wait
Embed

No media source currently available

0:00 0:00:43 0:00

ທ່ານ Houston ກ່າວ​ວ່າ ເວລາ​ໃດທີ່​ບ່ອນຢູ່​ຂອງ​ພວກ​ສັນຍານ​ທີ່​ໄດ້​ຮັບ​ຫຼ້າສຸດ​ນັ້ນ
ໄດ້​ຮັບ​ການ​ຢືນຢັນ​ແລ້ວ ກໍ​ຈະ​ມີ​ການ​ສົ່ງ​ພາຫານະ​ທີ່​ແລ່ນໃຕ້​ນ້ຳດ້ວຍ​ຕົນ​ເອງ ລົງ​ໄປ​
ພິສູດ​ເບິ່ງ​.

​ໃນ​ວັນ​ອາທິດ​ວານ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ໄດ້​ຮັບສັນຍານ​ທີ່​ຈະ​ແຈ້ງ 3 ເທື່ອ​ ຈາກ
ພື້ນ​ມະຫາ​ສະມຸດ​ອິນ​ເດຍ.
XS
SM
MD
LG