ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການຊອກຄົ້ນຫາ ພວກນຳພາປີນພູ ທີ່ຫາຍສາບສູນ ຍ້ອນຫິມະເຈື່ອນ ຢູ່ເນປານ ດຳເນີນສືບຕໍ່ໄປ (ວີດີໂອ)


ຜູ້ນຳທ່ຽວ ຊົນຊາດ Sherpa ທ້າວ Dawa Tashi ໄດ້ຮັບບາດ ເຈັບ ໃນເຫດຫິມະເຈື່ອນ ເມື່ອວັນສຸກ ທີ 18 ເມສາ 2014.
ຜູ້ນຳທ່ຽວ ຊົນຊາດ Sherpa ທ້າວ Dawa Tashi ໄດ້ຮັບບາດ ເຈັບ ໃນເຫດຫິມະເຈື່ອນ ເມື່ອວັນສຸກ ທີ 18 ເມສາ 2014.
ທີ່​ເນ​ປາລ ພວກນຳ​ພາ​ປີນ​ພູ ​ທີ່ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາ​ກ ​
ເຮືອບິນ​ເຮ​ລິ​ຄອບ​ເຕີ ​ໄດ້ສືບ​ຕໍ່​ຊອກ​ຫາ ຜູ້​ຊາຍ​ອີກ ສີ່​ຄົນທີ່
​ຫາຍ​ສາບ​ສູນ ຫລັງ​ຈາກ​ເກີດ​ຫິມະ​ເຈື່ອນ​ທີ່​ຮ້າຍ​ແຮງ ​ເຮັດ​
ໃຫ້ຜູ້ນຳ​ທ່ຽວ ຊາວ​ເນ​ປານ ຢ່າງ​ໜ້ອຍ 12 ຄົນ ເສຍ​ຊີວິດ
​ໃນ​ຕອນ​ເຊົ້າ​ວັນ​ສຸກ​ວານ​ນີ້.

ມີ​ລາຍ​ງານ​ວ່າ ຍັງມີນັກ​ປີນ​ພູ ປະມານ 100 ຄົນ ຕົກ​ຄ້າງ
ຢູ່ເທິງພູ​ເຂົາ​ ​ເອ​ເວີ​ແຣັສ ຢູ່​ເໜືອ​ບ່ອນ​ເກີດ​ຫິມະ​ເຈື່ອນ​ລົງ​
ມານັ້ນ.

ພວກນຳ​ພາ​ປີນ​ພູ ​ເຜົ່າ Sherpa ສາມ​ຄົນ​ໄດ້​ຮັບ​ບາດ​ເຈັບ ​ໃນອັນເປັນ​ທີ່​ເຊື່ອ​ວ່າ ​ເປັນ
ຄວາມ​ຫາ​ຍະ​ນະ​ດ້ານການ​ປິນພູທີ່​ຮ້າຍ​ແຮ​ງ​ທີ່ສຸດ ​ເທົ່າ​ທີ່​ເຄີຍ​ມີ​ມາ ຢູ່ເທິງຈອມ​ພູທີ່ສູງ
ທີ່​ສຸດຂອງ​ໂລກ.

ກະຊວງ​ທ່ອງ​ທ່ຽວ​ເນ​ປານ ກ່າວ​ວ່າ ພວກນຳ​ພາ​ປີນ​ພູ ເຜົ່າ Sherpa ທີ່​ມີ​ຊື່​ສຽງ​ວ່າ ​ເກ່ງ​
ກ້າ​ສາມາດ​ໃນ​ການ​ປີນ​ພູ​ນັ້ນ ກຳລັງ​ພາກັນ​ປີນ​ຂຶ້ນ​ໄປ​ເນ່ງເຊືອກໄວ້ ສຳ​ຫລັບໃຫ້​ນັກ​ປີນ
​ພູ​ຄົນອື່ນໆຈ່ອງຕອນປີນຂຶ້ນ​ໄປ​ນັ້ນ ​ເວລາ​ເກີດ​ຫິມະ​ເຈື່ອນ​ລົງ​ມາ ​ຢູ່​ຈຸ​ດທີ່ສູງ 5,800 ​ແມັດ ຊຶ່ງ​ເປັນບ່ອນ​ຢຸດ​ພັກ ທີ່ພວກ​ນັກ​ປີນ​ພູ​ເອີ້ນ​ກັນ​ວ່າ “popcorn field” ຫລື ເດີ່ນ​
ເຂົ້າຕອກ​ແຕກ.

ຫິມະ​ເຈື່ອນ​ຄັ້ງ​ນີ້​ແມ່ນ​ເກີດ​ຂື້ນ ລ່ວງ​ໜ້າລະດູ​ທີ່​ມີ​ການ​ປີນ​ພູ​ຫລາຍ​ທີ່​ສຸດ ​ໂດຍ​ມີ​ພວກ
ນັກ​ປີນ​ພູ ​ແລະພວກ​ນຳພາ ຫລາຍ​ຮ້ອຍ​ຄົນ ພາກັນ​ຕັ້ງ​ຄ້າຍຢູ່​ຕີນ​ພູ ​ເພື່ອ​ຕຽມປີນຂື້ນ
ພູ​ເອ​ເວີ​ແຣສ ທີ່​ສູງ 8,850 ​ແມັດນັ້ນ ​ໃນອີກ​ຫລາຍໆອາທິດ​ຈະ​ມາ​ເຖິງ​ນີ້. ສະພາບດິນ​
ຟ້າ​ອາກາດ ແມ່ນ​ເອື້ອ​ອຳ​ນວນ​ທີ່​ສຸດ​ໃ​ນ​ຕົ້ນ​ເດືອນ​ພຶດສະພາ.

ນັກ​ປີນ​ພູຫລາຍ​ກວ່າ 4,000 ​ຄົນ ໄດ້​ພາກັນ​ປີນ​ ພູເຂົາເອ​ເວີ​ແຣັສ ນັບ​ຕັ້ງ​ແຕ່ ທ່ານ
Edmund Hillary ​ແລະທ່ານ Tezing Norgay ​ໄດ້​ປີນ​ຂຶ້ນ​ໄປ​ສຳ​ເລັດ ​ຄັ້ງ​ທຳ​ອິດ​ໃນ
ປີ 1953​. ​ເກືອບ 250 ຄົນ​ໄດ້​ເສ​ຍຊີວິດໄປແລ້ວ ​ໃນຂະນະ​ທີ່ພະ​ຍາ​ຍາມຈະ​ເຮັດ​ເຊັ່ນ​ນັ້ນ.
NEPAL AVALANCHE VO
please wait
Embed

No media source currently available

0:00 0:00:39 0:00
XS
SM
MD
LG