ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການຊອກຫາ ເຮືອບິນມາເລເຊຍ ເລີ້ມຄືນອີກ ໃນວັນອາທິດ ມື້ນີ້ (ວີດີໂອ)


malaysiaplane13april14
please wait

No media source currently available

0:00 0:00:29 0:00

ເບິ່ງວີດີໂອເລື້ອງນີ້.

ການຊອກຫາຖ້ຽວບິນ 370 ຂອງສາຍການບິນມາເລເຊຍ
ທີ່ຫາຍສາບສູນໄປນັ້ນ ໄດ້ເລີ້ມຄືນອີກໃນວັນອາທິດມື້ນີ້
ໃນຂະນະທີ່ຄວາມຢ້ານກົວເພີ້ມທະວີຂຶ້ນ ທີ່ວ່າໝໍ້ໄຟໃນ
ເຄື່ອງບັນທຶກຂໍ້ມູນຖ້ຽວບິນ ອາດຈະ ຕາຍແລ້ວນັ້ນ.

ທ່ານ Tony Abbott ນາຍົກລັດຖະມົນຕີອອສເຕຣເລຍ
ຍັງສືບຕໍ່ໃຫ້ຂໍ້ສັງເກດ​ໃນ​ທຳນອງ​ເຕືອນ ໂດຍເນັ້ນວ່າມັນ
ອາດຈະໃຊ້ເວລາດົນນານ ຈຶ່ງຈະພົບເຫັນເຮືອບິນ Boeing
777 ລຳນີ້. ບັນດາເຈົ້າໜ້າທີ່ກໍ ພາກັນເຕືອນຕື່ມວ່າ ພວກ
ເຈົ້າໜ້າທີ່ສືບສວນສອບສວນ ຈະສູນເສຍພາຫະນະທີ່ສຳຄັນໃນການຊອກຫາສັນ
ຍານ ເວລາ​ແບ​ດ​ເຕີຣີໃນເຄື່ອງ ບັນທຶກຂໍ້ມູນອ່ອນລົງນັ້ນ ​ເພາະວ່າພວກແບ​ດເຕີຣີ
ເຫຼົ່ານີ້ ແມ່ນອອກແບບມາ​ໃຫ້ໃຊ້ການໄດ້ຢ່າງໜ້ອຍ 30 ມື້​ເທົ່າ​ນັ້ນ ແລະບັນດາ
ນັກຊ່ຽວຊານຫຼາຍຄົນ ພາກັນສັນນິຖານວ່າ ມັນອາດຈະຕາຍແລ້ວ ກໍ​ໄດ້.

ໃນຂະນະດຽວກັນໜັງສືພິມຊັ້ນນຳຂອງມາເລເຊຍສະບັບນຶ່ງກ່າວວ່າພວກເຈົ້າໜ້າທີ່
ສືບສວນສອບສວນ ຫາຫຼັກຖານກ່ຽວກັບການຫາຍສາບສູນໄປຂອງເຮືອບິນລຳນີ້
ສົງໄສວ່າ ນັກບິນຮ່ວມ ຄື co-pilot ອາດ ໄດ້ພະຍາຍາມ​ຈະໃຊ້ໂທລະສັບມືຖື ຫຼັງ
ຈາກເຮືອບິນ​ໄດ້ປ່ຽນທິດທາງ ບິນ ຈາກເສັ້ນທາງບິນທຳອິດ​ແລ້ວນັ້ນ.

ໜັງສືພິມ New Straits Times ທີ່ນິຍົມລັດຖະບານ ກ່າວວ່າ ພວກເຈົ້າໜ້າທີ່
ສືບສວນເຊື່ອວ່າ ການໂທລະສັບໄດ້ຍຸດຕິລົງຢ່າງກະທັນຫັນ ຫຼັງຈາກຕິດຕໍ່ໄດ້
ກັບຫໍຄວບຄຸມການບິນ​ແຫ່ງ​ນຶ່ງ ໃນຂະນະທີ່ເຮືອບິນ ກຳລັງບິນໃນລະດັບຕຳ່
ຫ່າງ​ຈາກເກາະ Penang ຂອງມາເລເຊຍ ​ໄປທາງພາກຕາເວັນຕົກສຽງເໜືອ
ປະມານ 200 miles ນັ້ນ. ໜັງສືພິມສະບັບນີ້ກ່າວຕື່ມວ່າແຫຼ່ງຂ່າວຂອງຕົນ
ບໍ່ໄດ້ເປີດເຜີຍໃຫ້ຮູ້ວ່າ ຜູ້ໂທລະສັບນັ້ນ ພະຍາຍາມຕິດຕໍ່ຫາໃຜ.

ໃນວັນເສົາວານນີ້ ລັດຖະມົນຕີປ້ອງກັນປະເທດມາ​ເລ​ເຊຍ ທ່ານ Hishammud
din Hussein ຕັ້ງຂໍ້ສົງໄສກ່ຽວກັບລາຍງານນີ້ ໂດຍ ກ່າວຕໍ່ບັນດານັກຂ່າວວ່າ ທ່ານຄວນໄດ້ຮັບແຈ້ງ​ໃຫ້ຊາບກ່ຽວກັບເລື້ອງນີ້​ແລ້ວ ຖ້າຫາກວ່າມັນເກີດຂຶ້ນແທ້ໆ.
XS
SM
MD
LG