ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອອສເຕຣເລຍ ນຳພາ ໃນການເລີ້ມ ຊອກ​ຫາ​ ເຮືອບິນ​ມາ​ເລ​ເຊຍ ​ທີ່​ຫາຍ​ສາບ​ສູນ​ ອີກເທື່ອນຶ່ງ


ຜູ້ຍິງຄົນນຶ່ງ ແລະ ເດັກຍິງ ກຳລັງຫລຽວເບິ່ງ ເຮືອບິນໂດຍສານ ມາເລເຊຍ ທີ່ກຳລັງຈະບິນຂຶ້ນ ຢູ່ທີ່ເດີ່ນເຮືອບິນ ສາກົນ ກົວລາລຳເປີ.
ຜູ້ຍິງຄົນນຶ່ງ ແລະ ເດັກຍິງ ກຳລັງຫລຽວເບິ່ງ ເຮືອບິນໂດຍສານ ມາເລເຊຍ ທີ່ກຳລັງຈະບິນຂຶ້ນ ຢູ່ທີ່ເດີ່ນເຮືອບິນ ສາກົນ ກົວລາລຳເປີ.

ການ​ຊອກ​ຫາ​ເຮືອບິນ​ໂດຍສານ ມາ​ເລ​ເຊຍ ຖ້ຽວ​ບິນ 370 ​ທີ່​
ຫາຍ​ສາບ​ສູນ​ໄປ​ນັ້ນ ໄດ້ເລີ້ມ​ຄືນອີກ​ເທື່ອ​ນຶ່ງ.

ການ​ຄົ້ນຫາໄດ້​ເລີ້ມ​ຂຶ້ນຄືນໃໝ່​ ​ໃນ​ວັນ​ຈັນ​ມື້​ນີ້ ຢູ່​ທາງ​ພາກ​ໃຕ້​
ຂອງມະຫາ​ສະມຸດ​ອິນ​ເດຍ ຊຶ່ງ​ເປັນ​ເວລາ 7 ​ເດືອນ​ຜ່ານ​ມາ ຫຼັງ
ຈາກ​ເຮືອບິນ​ອາຍພົ່ນ​ລຳນັ້ນ ໄດ້​ຫາຍ​ສາບ​ສູນ​ໄປ ​ໃນ​ຖ້ຽວ​ບິນ
ລະຫວ່າງ ນະຄອນ ຫລວງ​ກົວ​ລາ​ລຳເປີ ໄປ​ຍັງ​ປັກ​ກິ່ງ ​ພ້ອມ​ກັບ
​ຜູ້​ໂດຍສານ​ ແລະ ​ຈຸ​ບິນ​ທັງ​ໝົດ 239 ຄົນ.

​ການ​ຊອກ​ຫາຢ່າງ​ກວ້າງຂວາງ ​ທີ່​ຜ່ານ​ມາ​ນັ້ນ ຈາກ​ທາງ​ອາກາດ
​ແລະ​ຢູ່​ໃນ​ທະ​ເລ ຕະຫຼອດ ທັງໃຕ້​ນ້ຳທະເລ​ ​ແມ່ນລົ້ມ​ແຫລວ ​ບໍ່​
ສາມາດ ກຳນົດ​ສະຖານ​ທີ່ ຫຼືພົບ​ເຫັນ​ຮ່ອງຮອຍເຮືອບິນ​ລຳ​ດັ່ງກ່າວ​ເລີຍ. ບັນດານັກຊ່ຽວ
ຊານ ​ໄດ້​ວິ​ເຄາະ​ຂໍ້​ມູນ​ສັນຍານ​ຕ່າງໆ​ ຈາກ​ເຮືອບິນລຳ​ດັ່ງກ່າວ​ຈາກດາວ​ທຽມ ເພື່ອ​ຈະ​ລະ
ບຸບໍລິ​ເວນ​ທີ່​ໃກ້​ຄຽງ​ທີ່​ສຸດ ຊຶ່ງຈະ​ເປັນຈຸດປະຕິບັດ​ການ​ຄົ້ນຫາຄັ້ງ​ໃໝ່​ນີ້. ໜ່ວຍງານ​ຄົ້ນຫາ
​ໄດ້​ໃຊ້​ເວລາຫຼາຍໆເດືອນ ແຕ້ມແຜນ​ທີ່ພື້ນ​ທະ​ເລ ຂອງເຂດ​ຄົ້ນຫາ​ໃໝ່ນັ້ນ ຊຶ່ງຢູ່​ຫ່າງ
ປະມານ 1,800 ກິ​ໂລ​ແມັດ​ ຈາກ​ຝັ່ງ​ທະ​ເລ​ກ້ຳພາກ​ຕາ​ເວັນຕົກ ​ຂອງ​ອອສ​ເຕຣ​ເລຍ.

ໜ່ວຍງານຂອງ​ບັນດາເຮືອ​ຄົ້ນຫາ ຈະ​ນຳ​ໃຊ້​ເຄື່ອງ​ sonar ກ້ອງ​ຖ່າຍ ວີ​ດີ​ໂອ​ ​ແລະ​ເຄື່ອງ​
ກວດ​ຫາ​ນ້ຳມັນເຮືອບິນ ​ເພື່ອ​ກວດຄົ້ນ​ຫາເຮືອ​ບິນ​ໂບອິ້ງ 777 ລຳ​ນັ້ນ ຢູ່ພື້ນ​ທະ​ເ​ລ​.

ປະ​ເທດອອສ​ເຕຣ​ເລຍເປັນ​ຜູ້ນຳ​ພາ ​ໃນ​ການຄົ້ນຫາ​ຄັ້ງນີ້.

ບັນດາ​ເຈົ້າໜ້າ​ທີ່​ອອສ​ເຕຣ​ເລຍ “ມີ​ຄວາມ​ຫວັງ​ໃນ​ທາງ​ທີ່ດີ ຢ່າງລະມັດ ລະວັງ” ວ່າ​
ຈະ​ສາມາດ​ຊອກ​ຫາເຮືອບິນ​ລຳ​ນັ້ນ​ໄດ້​ ໃນ​ເຂດ​ຄົ້ນຫາ​ທີ່​ໄດ້​ກັ່ນ​ກອງ​ຢ່າງລະ​ອຽດ​ແລ້ວນັ້ນ.

MALAYSIA PLANE VO
please wait
Embed

No media source currently available

0:00 0:01:07 0:00

XS
SM
MD
LG