ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການຊອກຄົ້ນ ຫາເຮືອບິນ ມາເລເຊຍ ທີ່ ຫາຍສາບສູນ ຈະຍຸຕິລົງ


ເຈົ້າໜ້າທີ່ ຢູ່ເທິງເຮືອບິນກອງທັບອາກາດອອສເຕຣເລຍ ຄົ້ນຫາຮ່ອງຮອຍ ຂອງຖ້ຽວບິນມາເລເຊຍ MH370 ທີ່ຫາຍສາບສູນໄປ ຢູ່ມະຫາສະມຸດອິນເດຍ ນອກຝັ່ງທະເລ​ ທາງທິດໃຕ້ຂອງອອສເຕຣເລຍ
ເຈົ້າໜ້າທີ່ ຢູ່ເທິງເຮືອບິນກອງທັບອາກາດອອສເຕຣເລຍ ຄົ້ນຫາຮ່ອງຮອຍ ຂອງຖ້ຽວບິນມາເລເຊຍ MH370 ທີ່ຫາຍສາບສູນໄປ ຢູ່ມະຫາສະມຸດອິນເດຍ ນອກຝັ່ງທະເລ​ ທາງທິດໃຕ້ຂອງອອສເຕຣເລຍ

ການຄົ້ນຫາ​ເຮືອບິນ​ໂດຍສານ ຖ້ຽວ​ບິນ MH370 ຂອງ​ສາຍ​ການບິນ​ມາ​ເລ​ເຊຍ ທີ່​ໄດ້​ຫາຍ​ສາບ​ສູນ​ໄປ​ເມື່ອ​ສອງ​ປີກ​ວ່າ​ນັ້ນ ​ໄດ້​ສິ້ນສຸດ​ລົງ​ແລ້ວ.

ລັດຖະມົນຕີ​ຂົນ​ສົ່ງ​ ຂອງ​ມາ​ເລ​ເຊຍ ອອສ​ເຕຣ​ເລຍ​ແລະ​ຈີນ​ ​ໄດ້​ເຫັນ​ພ້ອມ​ນຳ​ກັນ​ວ່າ ການ​ຊອກ​ຄົ້ນຫາເຮືອບິນ ​ທີ່​ຫາຍ​ສາບ​ສູນ ຂອງ​ທັງ​ສາມ​ປະ​ເທດ​ ໃນ​ມະຫາ​ສະມຸດ​ອິນ​ເດຍ ຈະ​ຍຸຕິ​ລົງ​ ຫລັງ​ຈາກ​ບໍລິ​ເວນ​ທີ່​ຊອກ​ຄົ້ນ​ໃນ​ປັດຈຸບັນ​ນີ້ ​ໄດ້​ມີ​ການກວ​ດກາ​ເບິ່ງ​ຢ່າງ​ເປັນ​ທີ່​ຄົບ​ຖ້ວນ​ແລ້ວ.

ການ​ຕັດສິນ​ໃຈ​ດັ່ງກ່າວ​ໄດ້​ມີ​ການ​ປະກາດ​ໃນ​ວັນ​ສຸກ​ມື້ນີ້ ຢູ່​ທີ່​ປະ​ເທດ​ມາ​ເລ​ເຊຍຫລັງ​ຈາກ​ການ​ພົບ​ປະ​ຂອງ​ລັດຖະມົນຕີ​ທັງ​ສາມ​ປະ​ເທດ.

ລັດຖະມົນຕີ​ຂົນ​ສົ່ງ​ມາ​ເລ​ເຊຍ ທ່ານ Liow Tiong Lai ກ່າວ​ວ່າ ຖ້າ​ຫາກ​ໄດ້ຮັບຂ່າວ​ໃໝ່​ທີ່​ໜ້າ​ເຊື່ອ​ຖື​ໃດໆ ການ​ຊອກ​ຄົ້ນຫາ​ຕື່ມ​ອີກ ​ອາດ​ຈະໄດ້​ຮັບ​ການ​ພິຈາລະນາ.

​ເຮືອບິນ​ໂດຍສານ​ມາ​ເລ​ເຊຍ​ໄດ້​ຫາຍ​ສາບ​ສູນ​ໄປ​ເມື່ອ​ວັນ​ທີ 8 ມີນາ​ ປີ 2014 ​ໃນ​ຂະນະ​ທີ່​ພວມເດີນທາງ​ ແຕ່​ນະຄອນກົວ​ລາ​ລຳ​ເປີ ​ໄປ​ຫາ​ປັກ​ກິ່ງ ພ້ອມ​ດ້ວຍ​ຜູ້ໂດຍສານ​ ແລະ​ຈຸ​ບິນ 239 ຄົນ.​ ສອງ​ສ່ວນ​ສາມ​ຂອງ​ຜູ້​ໂດຍສານ​ແມ່ນເປັນ​ຄົນຈີນ.

ຜູ້ອຳນວຍການ​ບໍລິຫານ​ຂອງ​ສາຍ​ການບິນ​ມາ​ເລ​ເຊຍ ທ່ານ Ahmad Jauhari Yahya ກ່າວ​ໃນ​ເວລາ​ນັ້ນວ່າ ພວກ​ເຮົາ​ບໍ່​ຮູ້ຈັກ​ວ່າ​ ເປັນ​ຫຍັງ​ແລະ​ບໍ່​ຮູ້ຈັກ​ວ່າ ​ໂສກ​ນາດຕະກຳ​ນີ້​ເກີດ​ຂຶ້ນ​ໄດ້​ແນວ​ໃດ.

ຄະນະ​ສືບສວນ​ກ່າວ​ໃນ​ປີ 2014 ວ່າ ​ເຂົາ​ເຈົ້າບໍ່​ໄດ້​ປະຕິ​ເສດ​ເຖິງ​ຄວາ​ມ​ປັນ​ໄປ​ໄດ້​ໃດໆ​ທັງ​ສິ້ນຮວມທັງ​ບັນຫາດ້ານ​ເຄື່ອງ​ຈັກ ການ​ກໍ່​ວິນາດສະກຳໂດຍນັກ​ບິນ​ຫລື​ການ​ກໍ່​ການ​ຮ້າຍ.

ບໍ່​ມີ​ການ​ຮຽນ​ຮູ້​ໃດໆ​ນັບ​ແຕ່​ນັ້ນມາ​ທີ່​ພາ​ໃຫ້​ມີ​ການ​ປ່ຽນ​ແປງ​ທັດສະນະ​ຄວາມ​ເຫັນ​ທີ່​ວ່າ​ນີ້.

ຊິ້ນສ່ວນ​ຂອງ​ເຮືອບິນ​ຈຳນວນ​ນຶ່ ງ​ທີ່​ອາດ​ມາ​ຈາກ​ ເຮືອ​ບິນ​ໂດຍສານ​ ທີ່​ຫາຍ​ສາບ​ສູນ​ໄປ​ຂອງ​ມາ​ເລ​ເຊຍໄດ້​ຖືກ​ພັດ​ຂຶ້ນມາ​ແຄມ​ຝັ່ງ​ຂອງ​ໝູ່​ເກາະ​ໃນ​ເຂດ​ມະຫາ​ສະມຸດ​ອິນ​ເດຍນັບ​ຕັ້ງແຕ່​ເຮືອບິນ​ໄດ້​ຫາຍ​ສາບ​ສູນ​ໄປ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG