ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຖ້ຽວບິນ ມາເລເຊຍ ມີທ່າທາງ ໃຊ້ເຄື່ອງຂັບ ອັດຕະໂນມັດ ເວລາຕົກ (ວີດີໂອ)


ຕຳຫຼວດນອນພັກຜ່ອນ ຢູ່ງຂ້າງແຜ່ນປ້າຍນຶ່ງ ທີ່ຂຽນ
ສານຕ່າງໆ ສຳລັບພວກຄົນໂດຍສານທີ່ຫາຍສາບສູນໄປ
ໃນຖ້ຽວບິນມາເລເຊຍ ໃນລະຫວ່າງການປະຊຸມລັບ ຂອງພວກເຈົ້າໜ້າ ທີ່ມາເລເຊຍ ແລະຍາດຕິພີ່ນ້ອງຂອງພວກພວກຄົນຈີນ ທີ່ຫາຍໄປນຳເຮື້ອບິນລຳນີ້ ທີ່ໂຮງແຮມ Lido .
ຕຳຫຼວດນອນພັກຜ່ອນ ຢູ່ງຂ້າງແຜ່ນປ້າຍນຶ່ງ ທີ່ຂຽນ ສານຕ່າງໆ ສຳລັບພວກຄົນໂດຍສານທີ່ຫາຍສາບສູນໄປ ໃນຖ້ຽວບິນມາເລເຊຍ ໃນລະຫວ່າງການປະຊຸມລັບ ຂອງພວກເຈົ້າໜ້າ ທີ່ມາເລເຊຍ ແລະຍາດຕິພີ່ນ້ອງຂອງພວກພວກຄົນຈີນ ທີ່ຫາຍໄປນຳເຮື້ອບິນລຳນີ້ ທີ່ໂຮງແຮມ Lido .

ບັນດາ​ເຈົ້າ​ໜ້າ​ທີ່​ອອສ​ເຕຣ​ເລຍກ່າວ​ວ່າ ພວກ​ເຂົາ​ເຈົ້າ​ມີ​ຄວາມ
​ໝັ້ນ​ໃຈທີ່​ວ່າ​ເຮືອບິນ​ອາຍ​ພົ່ນ ສາຍ​ການບິນ​ມາ​ເລ​ເຊຍ ກຳລັງ​ໃຊ້
​ອຸບປະກອນ​ການ​ຂັບ ​ແບບ​ອັດຕະ​ໂນ​ມັດ ​ເວລາ​ມັນ​ຕົກ ​ແລະ​ວ່າ
ພວກ​ນັກ​ບິນ​ຂອງ​ເຮືອບິນ​ລຳນີ້​ເບິ່ງ​ຄື​ວ່າ ພາກັນສະຫລົບໄປ​
ເນື່ອງ​ຈາກ​ຂາດ​oxygen.

ການໃຫ້ຄວາມ​ເຫັນ​ ໃນ​ວັນ​ພະຫັດ​ມື້​ນີ້ ​ເປັນ​ທິດ​ສະ​ດີ​ ທີ່​ໜັກ​ແໜ້ນ​
ທີ່​ສຸດ​ເທົ່າ​ພວກ​ເຈົ້າ​ໜ້າ​ທີ່ເປີດ​ເຜີຍ​ໃຫ້​ຊາບ​ມາ ກ່ຽວ​ກັບ​ສາ​ເຫດ ​ທີ່
ພາໃຫ້​ເຮືອບິນ Boeing 777 ຫາຍ​ສາບ​ສູນ​ໄປ​ນີ້ ຊຶ່ງ​ເຫດການ​ດັ່ງ
ກ່າວ​ໄດ້​ເປັນຄວາມ​ລຶກລັບ​ຄັ້ງ​ໃຫຍ່​ທີ່​ສຸດ​ ໃນ​ຍຸກ​ການບິນ​ສະ​ໄໝ​ໃໝ່.

ທີ່​ກອງ​ປະຊຸມ​ຖະແຫຼງ​ຂ່າວ ຮອງ​ນາຍົກລັດຖະມົນຕີ Warren Truss ກ່າວ​ວ່າ “ມີ
ຄວາມເປັນໄປໄດ້ຢ່າງສູງ”
ທີ່ວ່າເຮື​ອບິນລຳ​ນີ້​ ໃຊ້​ອຸບປະກອນ​ຂັບ​ແບບ​ອັດຕະ​ໂນ​
ມັດ​ ເວລາມັນໝົດນ້ຳມັນ ບໍ່​ດັ່ງ​ນັ້ນ ​ເຮືອບິນ​ລຳ​ນີ້​ ຈະ​ບໍ່​ບິນ​ໄປ​ຕາມ​ເສັ້ນທາງ​ບິນ​ຕາມ​ທີ່​
ໄດ້​ເຫັນ​ຢູ່​ໃນ​ເຄື່ອງ​ອ່ານ​ດາວ​ທຽມ ທີ່ໃຊ້ເພື່ອຕິດຕາມເບິ່ງ ບ່ອນທີ່ເຮືອບິນລຳນີ້ ອາດ
ຈະຕົກນັ້ນ.

ຢູ່​ໃນ​ລາຍ​ງານ ​ທີ່​ນຳອອກເຜີຍ​ແຜ່​ໃນຕອນ​ບ່າຍ​ວັນ​ພະຫັດ​ມື້​ນີ້ ກົມ​ຮັກ ສາ​ຄວາມ​ປອດ​
ໄພ​ໃນ​ການ​ຂົນ​ສົ່ງ​ຂອງ​ອອສ​ເຕຣ​ເລຍ ກ່າວ​ວ່າ ທາງ​ບິນ​ທີ່ກົງໄປແບບຕໍ່ເນື່ອງ​ຂອງ​ຖ້ຽວ
ບິນ ​ແລະ​ການ​ຂາດ​ການ​ຄົມ​ມະ​ຄົມ​ຕິດ​ຕໍ່​ກັນພາ​ໃຫ້​ມີ​ການ​ເຊື່ອ​ວ່າ ​“ສະພາບການຂາດ oxygen ຢ່າງຮ້າຍແຮງ ປາກົດ​ວ່າ ​ເໝາະ​ສົມທີ່​ສຸດ​ກັບ​ຫຼັກ​ຖານທີ່​ພວກ​ເຮົາ​ມີ
ຢູ່.

ສະພາບການ​ຂາດ oxygen ຢ່າງຮ້າຍແຮງ ຊຶ່ງ​ສາມາດ​ເກີດ​ຂຶ້ນ​ໄດ້ເວ ລາ​ເຮືອບິນ​ເສຍ​ຄວາມ​ກົດ​ດັນ​ອາກາດ ທີ່​ເກີດ​ຈາກ​ ການ​ບໍ່ມີ oxygen ​ໄປລ້ຽງສະໝອງ ແມ່ນ​ຍັງ​ຜົນ​ໃຫ້​
ມີ​ການ​ສັບສົນ ບໍ່​ຮູ້​ເມື່ອ​ຄີງ ​ແລະ​ເສຍ ຊີວິດ​ໃນ​ທີ່​ສຸດ. ບັນດາ​ເຈົ້າ​ໜ້າ​ທີ່ ແລະ​ພວກ​ນັກວິ​ເຄາະ​ເຫດການ ​ໄດ້​ກ່າວ​ມາເປັນ​ເວລາ​ດົນ​ນານ​ວ່າ ການ​ລົດ​ຄວາມດັນ ​ເປັນ​ນຶ່ງ​ໃນ​ຫຼາຍ​ເຫດການ ​ທີ່​ເປັນ​ໄປ​ໄດ້ ທີ່​ກຳລັງ​ທຳ​ການ​ສືບສວນ​ຢູ່​ໃນ​ເວລາ​ນີ້.

ເຮືອບິນໂດຍສານ Boeing 777 ຂອງ​ສາຍ​ການບິນ​ມາ​ເລ​ເຊຍ ​ໄດ້​ກຳລັງ​ມຸ້ງ​ໜ້າໄປ​ຍັງ​ນະຄອນຫຼວງ​ປັກ​ກິ່ງ ຈາກ​ນະຄອນ​ກົວ​ລາ​ລຳ​ເປີ​ໃນ​ວັນ​ທີ 8 ມີນາ ​ເວລາ​ມັນ​ຫາຍ​ສາບ​ສູນ​ໄປ ຊຶ່ງ​ບັນຈຸ​ຄົນ​ໂດຍສານ​ພ້ອມ​ດ້ວຍ​ຈຸ​ບິນ 239 ຄົນ ​ແລະ​ບໍ່​ໄດ້​ຮ້ອງ​ຂໍ​ຄວາມ​ຊ່ອຍ​ເຫຼືອ​
ສຸກ​ເສີນ​ໃດໆ​.

MALAYSIAN PLANE SEARCH SOTVO
please wait

No media source currently available

0:00 0:00:29 0:00

XS
SM
MD
LG