ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຊອກຫາ ເຮືອບິນ ມາເລເຊຍ ຂະຫຍາຍອອກ ກວມຫຼາຍລ້ານ ຕາລາງກິໂລແມັດ (ສະໄລດ໌)


ລັດຖະມົນຕີ ຮັກສາການ ກະຊວງຂົນສົ່ງ ຂອງມາເລເຊຍ ທ່ານ Hishammuddin Hussein (ກາງ)
ລັດຖະມົນຕີ ຮັກສາການ ກະຊວງຂົນສົ່ງ ຂອງມາເລເຊຍ ທ່ານ Hishammuddin Hussein (ກາງ)
ເຈົ້າ​ໜ້າ​ທີ່​ມາ​ເລ​ເຊຍ​ກ່າວວ່າ ການ​ຊອກ​ຄົ້ນ​ຫາ​ເຮືອບິນ​ທີ່​
ຫາຍ​ໄປ ​ໄດ້​ຂະຫຍາຍ​ກວ້າງ​ອອກ​ໄປ​ກວມ​ເອົາ​ພື້ນ​ທີ່
ກວ້າງ​ກ່ວາ 4 ລ້ານ​ຕາລາງ​ກິ​ໂລ​ແມັດ.

ພ້ອມ​ດຽວ​ກັນ ໃນ​ວັນ​ອັງຄານ​ມື້​ນີ້ ລັດຖະມົນຕີ​ປ້ອງ​ກັນ
​ປະ​ເທດ​ມາ​ເລ​ເຊຍ ທ່ານ Hishammuddin Hussein
ຍັງ​ຮ້ອງຂໍ​ການ​ຮ່ວມ​ມືຈາກ​ນາໆ​ຊາດ​ຕື່ມ​ອີກ ​ໃນ​ການ​ຊ່ວຍ​
ເຮັດ​ໃຫ້ການ​ຊອກ​ຄົ້ນ ​ແຄບ​ເຂົ້າ.

ບັນດາ​ເຈົ້າ​ໜ້າ​ທີ່​ເຊື່ອ​ວ່າ ​ເຮືອບິນ​ໂບອິ້ງ 777 ຂອງ​ສາຍ​ການບິນ​ມາ​ເລ​ເຊຍ​ລຳນັ້ນ ​ໄດ້​ຖືກ​ຫັນ​ເຫ​ອອກ​ຈາກ​ທິດ​ທາງ​ບິນ​ດັ້ງ​ເດີມ ​ໂດຍ​ເຈດ​ຕະນາ ​ແລະ​ໄດ້​ບິນ​ຂຶ້ນ​ເໜືອ​ໄປ​ຍັງ​ເຂດ​ເອ​ເຊຍພາກ​ກາງ ຫລື​ບໍ່​ກໍ​ບິນ​ລົງ​ໃຕ້ ​ໄປ​ຍັງ​ມະຫາ​ສະມຸດ​ອິນ​ເດຍ.



ມີ​ຫລາຍ​ກ່ວາ 26 ປະ​ເທດ​ ພົວພັນ​ໃນ​ຄວາມ​ພະຍາຍາມ​ຊອກ​ຄົ້ນ​ຫາ​ເຮືອບິນ​ລຳ​ນີ້ ທີ່​ໄດ້​ຫາຍ​ໄປ​ໃນ​ວັນ​ທີ 8 ຜ່ານ​ມາ ​ໃນ​ລະຫວ່າງ​ບິນ​ຈາກ ກົວ​ລາ​ລຳ​ເປີ​ໄປ​ຍັງ​ປັກ​ກິ່ງ. ເຈົ້າ​ໜ້າ​ທີ່​ບໍ່​ໄດ້​ຕັດ​ຊ່ອງ
​ທາງ​ທີ່​ອາດ​ເປັນ​ໄປ​ໄດ້ທຸກ​ທາງ ​ໂຮມ​ທັງ​ການ​ກໍ່​ການ​ຮ້າຍ ການ​ຈີ້ ຫລື​ວ່າ​ເຄື່ອງ​ຈັກ​ຕິດ​ຂັດ.

​ໃນ​ວັນ​ອັງຄານ​ມື້​ນີ້​ເຊ່ນ​ກັນ ຈີນກ່າວ​ວ່າ ປາກົດວ່າ ບໍ່​ມີຜູ້ໃດ​ໃນ​ຈຳນວນ​ຜູ້​ໂດຍ ສານຊາວ​
ຈີນ​ 154 ຄົນ ຢູ່ໃນ​ເຮື​ອບິນລຳທີ່ຫາຍ​ສາບ​ສູນ​ໄປ​ນັ້ນ ​ມີ​ການ​ພົວພັນ​ກັບການ​ກໍ່​ການ​ຮ້າຍ ​ຫລື​ວ່າການ​ຈີ້​ເຮືອບິນ.

ທ່ານ Huang Huikang ​ເອກ​ອັກຄະ​ລັດຖະທູດ​ຈີນປະ​ຈໍາາ ມາ​ເລ​ເຊຍ ກ່າວວ່າໄດ້ມີການ
ກວດສອບເບິ່ງປະຫວັດເບື້ອງ​ຫລັງຂອງຜູ້​ໂດຍສານຈາກ ຈີນ​ແຜ່ນດິນ​ໃຫຍ່ທັງ​ໝົດ​ນັ້ນ​ ຢ່າງ​ລະອຽດແລ້ວ​. ທ່ານກ່າວຕື່ມວ່າ:

“ຈີນ ​ໄດ້​ທຳການ​ສືບ​ສວນ​ຢ່າງ​ຖີ່​ຖ້ວນ​ເບິ່ງປະຫວັດ​ຂອງ​ຜູ້​ໂດຍສານ​ຈີນຢູ່​ໃນ​ເຮືອບິນ. ເທົ່າ​ທີ່​ຜ່ານ​ມາ ຈີນຍັງ​ບໍ່​ໄດ້​ພົບ​ເຫັນ​ການ​ປະຕິບັດ​ງານໃດໆ ທີ່​ເປັນ ​ໄພ​ຕໍ່ສາຍ​ການບິນ​ມາ​ເລ​ເຊຍ
MH 370​. ​ເພາະສະ​ນັ້ນ ​ພວກເຮົາຈຶ່ງສາ​ມາດ​ປະຕິເສດ ເຖິງ​ຄວາມເປັນ​ໄປ​ໄດ້​ ທີ່ວ່າຜູ້​ໂດຍ
ສານ​ຈີນຄວນຖືກ​ສົງ​ໄສ​ວ່າ ມີ ການພົວພັນ​ກັບ​ການ​ກໍ່​ການ​ຮ້າຍ​ຢ່າງໃດຢ່າງ​ນຶ່ງ ຫລື​ກິດ​ຈະ​
ການ ​ທີ່​ເປັນ​ໄພ ອັນຕະລາຍ.​”

​ເອກ​ອັກຄະ​ລັດ​ຖະ​ທູດ Huang ຍັງ​ກ່າວ​ວ່າ ຈີນ ​ໄດ້​ເລີ້ມ​ຊອກ​ຫາ​ເຮືອບິນ Boeing 777
​ແລະຜູ້​ໂດ​ຍສານ 239 ຄົນ​ທີ່ຢູ່​ໃນ​ເຮືອບິນ “ຢູ່​ໃນ​ດິນ​ແດນ ຂອງຕົນ ເລາະຕາມເຂດພາກ
ເໜືອ” ​ຂອງເຂດທີ່​ຊອກ​ຄົ້ນ​ຫາ.

ຂະນະ​ດຽວ​ກັນ ໜັງ​ສື​ພິມ The New York Times ລາຍ​ງານ​ວ່າ ​ເສັ້ນທາງເຮືອບິນທີ່​ຕັ້ງ​
ໄວ້​ນັ້ນ ປາກົ​ດວ່າ​ໄດ້​ຖືກປ່ຽນແປງຢູ່ໃນລະບົບຄອມ​ພິວ​ເຕີ ຊຶ່ງມີ ທ່າງທາງວ່າຈະ ເປັນ​ການ
ກະທຳຂອງຜູ້​ໃດ​ຜູ້​ນຶ່ງ​ຢູ່​ໃນ​ຫ້ອງ​ຂັບ​ເຮືອບິນ ທີ່​ຮູ້​ດີ ​ກ່ຽວ​ກັບລະບົບອັນ​ກ້າວໜ້າ​ຂອງ​ເຮືອບິນ.

XS
SM
MD
LG