ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນັກບິນໄວລຸ້ນ ອາເມຣິກັນ ທີ່ພະຍາຍາມ ຈະບິນ ອ້ອມໂລກ ເສຍຊີວິດ ຍ້ອນເຮືອບິນຕົກ (ວີດີໂອ)


ທ້າວ Haris Suleman ກັບພໍ່
ທ້າວ Haris Suleman ກັບພໍ່

ເດັກໄວ​ລຸ່ນອະ​ເມຣິກັນ​ຄົນ​ນຶ່ງ ພະຍາຍາມ​ເປັນ​ນັກ​ບິນ​ທີ່​ໜຸ່ມທີ່​
ສຸດ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ ​ທີ່ຈະບິນ​ອ້ອມ​ໂລກ ​ໄດ້​ເສຍ​ຊີວິດ​ເວລາ
​ເຮືອບິນ​ຂອງ​ລາວເກີດ​ອຸ​ບັດ​ເຫດ ​ຕົກລົງ​ໃສ່​ມະຫາ​ສະມຸດ​ປາຊີ​ຟິກ.

ພວກ​ສະມາຊິກ​ຄອບຄົວ​ກ່າວວ່າ ທ້າວ Haris Suleman ​ໄວ 17
ປີ ​ໄດ້​ເປັນ​ຄົນ​ຂັບ​ເຮືອບິນ​ໝາກ​ປິ່ນ​ດຽວ Hawker Beechcraftກັບ​ພໍ່​ຂອງລາວ ທ່ານ Berber Suleman ທີ່​ຂີ່​ເຮືອບິນ​ໄປ​ນຳ​ລູກ​ຊາຍ​ນັ້ນ. ​ເຮືອບິນ​ຂອງ​ເຂົາ​ເຈົ້າ​ຫາ​ກໍ​ບິນ​ອອກ​ຈາກ​ເມືອງ Pago Pago ​ໃນ​ເກາະ Samoa ຂອງອາ​ເມ​ຣິກາ ​ໃນ​ຄືນ​ວັນ​ອັງຄານ​ມື້ກ່ອນ​
ນີ້ ​ເວລາ​ມັນ​ເກີດ​ອຸ​ບັດ​ເຫດ​ຕົກ​ນັ້ນ.

ສອງ​ພໍ່​ລູກ​ນີ້​ກຳລັງ​ບິນ​ກັບ​ຄືນ​ໄປ​ຍັງ​ລັດ Indiana ບ່ອນ​ທີ່​ພວກ​ເຂົາ​ເຈົ້າ ​ໄດ້​ອອກ​ຈາກ​
ບ້ານ ​ໄປ​ໃນ​ວັນ​ທີ 19 ມິຖຸນາ​ຜ່ານ​ມາ. ພວກ​ເຂົາ​ເຈົ້າ​ໄດ້​ຢຸດ​ແວ່​ຫລາຍ​ບ່ອນ​ໃນ​ທະວີບ
ຢູ​ໂຣບ ອະ​ຟຣິກາ ​ເອ​ເຊຍ ​ແລະ​ມະຫາ​ສະມຸດ​ປາຊີ​ຟິກຕອນ​ໃຕ້.

ໜ່ວຍ​ຍາມ​ຝັ່ງ​ສະຫະລັດ ກ່າວ​ວ່າ ຕົນ​ໄດ້​ພົບ​ເຫັນ​ສົບ​ຂອງ​ທ້າວ Haris Suleman ​ແລ້ວ ​ແລະ​ເວລາ​ນີ້ ພວກ​ເຈົ້າ​ໜ້າ​ທີ່​ຍັງ​ສືບ​ຕໍ່​ຊອກ​ຫາ​ສົບ​ຂອງ​ພໍ່​ລາວ​ຢູ່.

ສອງ​ພໍ່​ລູກ​ນີ້ ​ໄດ້​ໃຊ້​ການ​ເດີນທາງ​ດັ່ງກ່າວ ​ເພື່ອ​ຫາ​ເງິນ​ມາ​ໃຫ້​ມູນ​ນິທິ Citizens ຊຶ່ງເປັນມູນ​ນິທິ ທີ່​ບໍ່​ຫາ​ຜົນ​ກຳ​ໄລ ເພື່ອ​ສ້າງ​ໂຮງຮຽນຫລາຍໆແຫ່ງ ໃນ​ປາ​ກິ​ສຖານ.

teenpilotcrash24july14
please wait

No media source currently available

0:00 0:01:01 0:00

An American teenager attempting to become the youngest pilot ever to fly around the world was killed when his plane crashed in the Pacific.

Family members say 17-year-old Haris Suleman was piloting the single-engine Hawker Beechcraft airplane, with his father, Barber Suleman, along for the ride. Their aircraft had just taken off from Pago Pago in American Samoa Tuesday night when it crashed.

The Sulemans were on their way back to Indiana where they departed on June 19. They had made stops across Europe, Africa, Asia and the South Pacific.

The U.S. Coast Guard says it recovered the remains of the younger Suleman. Authorities continue to search for his father.

The father and son were using the trip to raise money for the Citizens Foundation. The nonprofit builds schools in Pakistan.

XS
SM
MD
LG