ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄດ້ຮັບສັນຍານ ຕື່ມອີກ ທີ່ເຊື່ອວ່າ ມາຈາກ ເຄື່ອງບັນທຶກ ຂໍ້ມູນ ຂອງຖ້ຽວບິນ MH370 (ວີດີໂອ/ສະໄລດ໌)


MALAYSIA PLANE CNPK
please wait
Embed

No media source currently available

0:00 0:02:16 0:00
ພວກ​ພະນັກງານ​ກູ້​ໄພ ​ທີ່ພວມຊອກຄົ້ນຫາໃນ​ມະຫາ​ສະມຸດ
​ອິນ​ເດຍ ​ໄດ້​ຮັບ​ສັນຍານ ຈາກພື້ນທະເລອີກ ທີ່​ພວກ​ເຂົາ
ເຈົ້າ​ເຊື່ອ​ວ່າ​ ອາດ​ມາ​ຈາກເຄື່ອງບັນທຶກຂໍ້​ມູນ​ຂອງ​ເຮືອບິນ
ໂດຍສານມາ​ເລ​ເຊຍ ທີ່​ຫາຍ​ສາບ​ສູນ​ນັ້ນ.

ຫົວໜ້າ​ປະສານງານທີ່ກຳກັບນຳ​ການ​ຄົ້ນ​ຫາ​ຂອງ​ອອສ​ເຕຣ​ເລຍ
ທ່ານ Angus Houston ​ໄດ້​ກ່າວ​ວ່າ ​ສັນຍານດັ່ງກ່າວແມ່ນ
ຈັບໄດ້ ໂດຍເຄື່ອງແກ່ທີ່ບອກບ່ອນຢູ່ສັນຍານຂອງກອງທັບ
ເຮືອສະຫະລັດ ໃນ 2 ໂອກາດດ້ວຍກັນ ໃນວັນອັງຄານວານນີ້.

ທ່ານ Houston ກ່າວ​ວ່າ: “ສັນຍານ​ໃນ​ມື້ວານ​ນີ້ ຈະ​ຊ່ອຍ​ໃນ​ການ​ວິ​ເ​ຄາະ​ທີ່​ດີ​ຂຶ້ນ ​ເພື່ອຫລຸດ​ບໍລິເວນໃນການຊອກຄົ້ນ​ຫາໃຕ້​ພື້ນທະ​ເລ ໃຫ້​ນ້ອຍ​ລົງ​ແລະ​ສາມາດຄວບ​ຄຸມໄດ້. ຂ້າພະ​ເຈົ້າ​ເຊື່ອວ່າ ພວກ​ເຮົາ​ນີ້​ກຳລັງ​ຊອກ​ຄົ້ນ​ຫາ ​ໃນ​ບໍລິ​ເວນ​ທີ່​ຖືກຕ້ອງ​ແລ້ວ ​ແຕ່​ພວກ​ເຮົາ​ມີ​ຄວາມ​ຈຳ​ເປັນ ຕ້ອງໄດ້ເຫັນຊາກ​ຫັກ​ພັງ​ຂອງ​ເຮືອບິນ​ລຳ​ດັ່ງກ່າວ ກ່ອນ​ທີ່​ພວກ​ເຮົາ​ຈະ​ສາມາດໃຫ້ການ ຢືນຢັນວ່າ ນີ້​ແມ່ນ​ສະຖານ​ທີ່​ສຸດ​ທ້າຍ​ຂອງ​ຖ້ຽວບິນ MH370 ນັ້ນ.”

ທ່ານ​ໄດ້​ກ່າວ​ວ່າ ທາງຄະນະຊອກຄົ້ນ​ຍັງຕ້ອງ​ຢາກໄດ້ຮັບ​ສັນຍາ​ນ​ຕື່ມອີກຫຼາຍ​ກວ່ານີ້ແລະຈຳກັດບໍລິ​ເວນຄົ້ນຫາໃຫ້​ຊັດ​ເຈນ ​ກ່ອນທີ່ຈະ​ສົ່ງຫຸ່ນ​ຍົນ​ລົງ​ໄປ​ຊອກ​ຄົ້ນ​ຫາໃຕ້ພື້ນ​ທະ​ເລ.

​ເຈົ້າ​ໜ້າ​ທີ່​ບໍ່​ມີເວລາເຫລືອຫຼາຍ​ໃນ​ຂະນະ​ທີ່​ຖ່ານຫຼືແບັດເຕີຣີ​ຂອງ ເຄື່ອງສົ່ງສັນຍານ
ບອກບ່ອນ ຢູ່ເຄື່ອງບັນທຶກຂໍ້ມູນເຮືອບິນລຳ​ດັ່ງກ່າວ​ ມີອາຍຸແຕ່ພຽງ 30 ມື້​ເທົ່າ​ນັ້ນ.

​ແລະ​ນີ້​ມັນ​ກໍ​ໄດ້​ກາຍນຶ່ງເດືອນ​ມາແລ້ວ ນັບ​ຕັ້ງ​ແຕ່​ເຮືອບິນ Boeing 777 ​ໄດ້​ຫາຍ​ສາບ​ສູນ​ ​ໃນຂະນະທີ່ພວມເດີນທາງ​ແຕ່ນະຄອນຫຼວງ Kuala Lumpur ສູ່ນະຄອນ
ຫຼວງ​ປັກ​ກິ່ງ ທີ່ບັນຈຸ​ຜູ້​ໂດຍ​ສານແລະພະນັກງານ 239 ຄົນ​ນັ້ນ.
XS
SM
MD
LG