ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອອສເຕຣເລຍ ກ່າວວ່າ ການຊອກຫາ ຖ້ຽວບິນ MH370 ຈະເຄື່ອນໄປສູ່ ລະຍະໃໝ່ (ວີດີໂອ)


malaysiaplane28april14
please wait

No media source currently available

0:00 0:01:48 0:00

ເບິ່ງວີດີໂອເລື້ອງນີ້

ທ່ານ Tony Abbott ນາຍົກລັດຖະມົນຕີອອສ​ເຕຣ​ເລຍ
ກ່າວ​ວ່າ ມີ​ຄວາມ​ເປັນ​ໄປ​ໄດ້​ຢ່າງ​ສູງ​ທີ່​ວ່າ​ຈະບໍ່​ພົບ​ເຫັນ​ສິ່ງ
​ຫັກ​ພັງ​ໃດໆ​ຈາກ​ເຮືອບິນ​ອາຍ​ພົ່ນໂດຍສານຂອງ​ສາຍ​ການ
ບິນ​ມາ​ເລ​ເຊຍ​ທີ່​ຫາຍ​ສາບ​ສູນ​ໄປຢູ່​ໃນ​ໜ້າ​ນ້ຳຂອງ​ມະຫາ​
ສະມຸດ​ອິນ​ເດຍ.

ທ່ານ Abbott ກ່າວ​ເຊັ່ນ​ນີ້​ຕໍ່​ກອງ​ປະຊຸມ​ນັກ​ຂ່າວ​ໃນ​ວັນ​ຈັນ​
ມື້​ນີ້​ວ່າ ການ​ຊອກ​ຄົ້ນ​ຫາ​ເຮືອບິນ​ລຳ​ດັ່ງກ່າວ​ຈະ​ເຂົ້າ​ສູ່​ລະຍະ
​ໃໝ່ ​ໃນ​ລະຫວ່າງ​ຮຸ່ນ​ຍົນຂອງ​ກອງທັບ​ເຮືອ​ສະຫະລັດ ​ທີ່​ກຳ
ລັງ​ຢູ່​ໃຕ້​ນ້ຳ​ຈະ​ສິ້ງ​ຊອມ​ເບິ່ງ​ໃນ​ເຂດທີ່​ກວ້າງ​ໃຫຍ່​ກວ່າ​ເກົ່າ​
ໃນ​ພື້ນ​ມະຫາ​ສະມຸດ​ອິນ​ເດຍນັ້ນ.

ທ່ານ Abbott ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ສັບປະດາ​ແລ້ວ​ນີ້​ວ່າ ຖ້າຫາກ​ເຮືອ​ດຳ​ນ້ຳ​
ນ້ອຍ​ທີ່​ບໍ່​ມີ​ຄົນ​ຂັບ​ລຳ​ນີ້ ບໍ່​ພົບ​ເຫັນ​ຊິ້ນ​ສ່ວນຫັກ​ພັງ​ໃດໆ ຢູ່​ນອກຝັ່ງ​ທະ​ເລທາງ​
ພາກ​ຕາ​ເວັນ​ຕົກ​ຂອງ​ອອສ​ເຕຣ​ເລຍ​ແລ້ວ ບັນດາ​ເຈົ້າ​ໜ້າ​ທີ່ຈະ“ຄຶດ​ຄືນ​ໃໝ່​
ກ່ຽວ​ກັບ​ການ​ຊອກ​ຄົ້ນ​ຫາ​ເຮືອ
ບິນ​ລຳ​ນີ້​.” ​ແຕ່ທ່ານ​ກ່າວ​ຕື່ມ​ວ່າ ຈະ​ບໍ່​ຢຸດ​ເຊົາ​
ການຊອກ​ຄົ້ນ​ຫາ​ດັ່ງກ່າວ. ທ່ານ​ກ່າວ​ຕໍ່​ໄປ​ວ່າ ພວກຄອບຄົວ​ຂອງ​ພວກ​ທີ່​ໄດ້​ຮັບ
​ເຄາະ​ຮ້າຍ ສົມຄວນ​ຈະ​ໄດ້​ຮູ້ຈັກ​ວ່າ​ມີ​ຫຍັງ​ເກີດ​ຂຶ້ນກັບ​ເຮືອບິນ​ລຳ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ມາ​ເລ​ເຊຍ​ເຊື່ອ​ວ່າ ມີ​ຜູ້​ໃດ​ຜູ້​ນຶ່ງ​ໄດ້​ຫັນປ່ຽນ​ທິດ​ທາງ​ການບິນ​ໂດຍ
​ເຈດ​ຕະນາ ​ແຕ່​ພວກ​ເຂົາ​ເຈົ້າ​ບໍ່ປະຕິ​ເສດ​ຕໍ່​ຄວາມ​ເປັນ​ໄປ​ໄດ້​ທີ່​ວ່າ ​ເຮືອບິນ​ອາຍ​ພົ່ນ​
ຂອງ​ສາຍ​ການ​ບິນ​ມາ​ເລ​ເຊຍ​ລຳ​ນີ້ ອາດປະສົບ​ກັບ​ບັນຫາ​ສຳຄັນ​ທີ່ວ່າເຄື່ອງ​ຈັກ​ບໍ່​
ປະຕິບັດ​ງານ​ໄດ້​ຕາມ​ປົກກະຕິນັ້ນ.

​ເຮືອບິນ​ອາຍ​ພົ່ນ​ Boeing 777 ​ໄດ້​ຫາຍ​ສາບ​ສູນ​ໄປ​ໃນ​ວັນ​ທີ​ 8 ເດືອນ​ມີນາ​ ​ໃນ​ລະ
ຫວ່າງ​ຖ້ຽວ​ບິນ​ຈາກ​ກົວ​ລາ​ລຳ​ເປີ ​ໄປ​ຍັງ​ນະຄອນຫຼວງ​ປັກ​ກິ​່ງ ພ້ອມກັບ​ຄົນ​ໂດຍສານ
​ 239 ຄົນ​.
XS
SM
MD
LG