ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຈົ້າໜ້າທີ່ ຂະຫຍາຍ ບໍລິເວນຄົ້ນຫາ ຖ້ຽວບິນ MH370 ຂອງສາຍການບິນ ມາເລເຊຍ ທີ່ຫາຍສາບສູນ


ພວກພະນັກງານພາກພື້ນດິນ ຢືນເບິ່ງ ຂະນະທີ່ ເຮືອບິນຍີ່ປຸ່ນ P-3C Orion ກຳລັງ ແລ່ນໄປຕາມເສັ້ນທາງເດີ່ນບິນ ຢູ່ຖານທັບອາກາດ RAAF Base Pearce ເພື່ອຕຽມຈະບິນຂຶ້ນໄປຊອກຫາ ເຮືອບິນໂດຍສານ ມາເລເຊຍ ຖ້ຽວບິນ MH370 ທີ່ຫາຍສາບສູນ ເປັນຖ້ຽວສຸດທ້າຍ ກ່ອນໜ້າ ທີ່ຈະເດີນທາງ ກັບຄືນໄປຍີ່ປຸ່ນ.
ພວກພະນັກງານພາກພື້ນດິນ ຢືນເບິ່ງ ຂະນະທີ່ ເຮືອບິນຍີ່ປຸ່ນ P-3C Orion ກຳລັງ ແລ່ນໄປຕາມເສັ້ນທາງເດີ່ນບິນ ຢູ່ຖານທັບອາກາດ RAAF Base Pearce ເພື່ອຕຽມຈະບິນຂຶ້ນໄປຊອກຫາ ເຮືອບິນໂດຍສານ ມາເລເຊຍ ຖ້ຽວບິນ MH370 ທີ່ຫາຍສາບສູນ ເປັນຖ້ຽວສຸດທ້າຍ ກ່ອນໜ້າ ທີ່ຈະເດີນທາງ ກັບຄືນໄປຍີ່ປຸ່ນ.

ບັນດາ​ເຈົ້າໜ້າ​ທີ່ ທີ່ເປັນຜູ້ນຳພາ ໃນການຊອກຄົ້ນຫາຂອງ
ນາໆຊາດ ​ເຮືອບິນ​ໂດຍສານ​ມາ​ເລ​ເຊຍ ທີ່​ຫາຍ​ສາບ​ສູນ​ໄປ​ນັ້ນ
ກ່າວ​ວ່າ ພວກ​ເຂົາ​ເຈົ້າ ​ແມ່ນ​ພ້ອມ​ແລ້ວ ​ທີ່​ຈະ​ເພີ້​ມ​ເຂດ​ຊອກ​ຫາ
​ໃນ​ມະຫາສະມຸດອິນ​ເດຍ ​ຂຶ້ນ​ເປັນ​ສອງ​ເທົ່າ ຖ້າ​ຫາກ​ວ່າ ບໍ່ພົບ
​ເຫັນ​ຫຍັງ​ໃນ​ບ່ອນ​ຫັ້ນ.

ຢູ່​ທີ່​ກອງ​ປະຊຸມ​ຖະ​ແຫລ​ງຂ່າວ ວັນ​ພະຫັດ​ມື້​ນີ້ ຢູ່​ໃນ​ນະຄອນ
ຫລວງ Kuala Lumpur ບັນດາ​ເຈົ້າໜ້າ​ທີ່ ​ຈາກ ຈີນ
ອອສ​ເຕຣ​ເລຍ ແລະ ມາ​ເລ​ເຊຍ ກ່າວ​ວ່າ 61 ​ເປີ​ເຊັນ ຂອງ​ເນື້ອ
ທີ່ 60,000 ຕາລາງ​ກິ​ໂລ​ແມັດ ທີ່​ເປັນ​ເຂດ​ຊອກ​ຫາ​ດັ້ງ​ເດີມໄດ້
ຖືກ​ກວດຂົ້ນ​ແລ້ວ ​ແລະ ​ບໍ່​ມີ​ຮ່ອງຮອຍ ​ຂອງ​ເຮືອບິນ​ດັ່ງກ່າວ​ເລີຍ.

ຖ້າ​ບໍ່​ພົບ​ເຫັນ​ຫຍັງ ພາຍ​ໃນ​ເດືອນ​ພຶດສະພານີ້ ​ເຂດ​ຊອກ​ຫາ​ກໍ​ຈະ​ຖືກ​ຂະຫຍາຍ​ອອກ​ໄປ​
ຕື່ມ​ອີກ “​ໃນ​ທຸກ​ທິດ​ທາງ” ອີງ​ຕາມ ຮອງ​ນາຍົກລັດຖະມົນຕີ ອອສ​ເຕຣ​ເລຍ ທ່ານ Warren Truss ຜູ້​ທີ່​ກ່າວ​ຕື່ມ​ວ່າ ການ​ຊອກຄົ້ນ​ຫາ ​ຕ້ອງໃຊ້​ເວລາຈົນໝົດ​ປີ ​ເພື່ອ​ຈະ​ສຳ​ເລັດ.

ທ່ານ Truss ກ່າວ​ວ່າ ການ​ຊອກ​ຫາ ​ແມ່ນເຕັມໄປດ້ວຍ “ອັນຕະລາຍ ​ແລະ ຕ້ອງ​ດຳ​
ເນີນ​ໄປ​ດ້ວຍ​ຄວາມລະມັດລະວັງ ເປັນ​ຢ່າງ​ສູງ”
​ ແຕ່​ໄດ້ເນັ້ນຢ້ຳວ່າ ຈະ​ພະຍາຍາມ​
ຢ່າງ​ສຸດຂີດບໍ່ອອມມື ​ເພື່ອ​ຊອກ​ຫາ​ເຮືອບິນ​ນັ້ນ. ຄຳ​ຖະ​ແຫລ​ງ​ດັ່ງກ່າວ ​ໄດ້ເປັນສຽງ
ສະທ້ອນອັນ​ດຽວກັນ​ກັບ ​ລັດຖະມົນຕີ​ຂົນ​ສົ່ງ​ ມາ​ເລ​ເຊຍ ທ່ານ Liow Tiong Lai ​ແລະ
ລັດຖະມົນຕີ​ຂົນ​ສົ່ງ​ ຈີນ ທ່ານ Yang Chuantang.

ຖ້ຽວ​ບິນ MH370 ຂອງສາຍ​ການບິນ​ມາ​ເ​ລ​ເຊຍໄດ້​ບັນທຸກຜູ້​ໂດຍສານ ​ແລະ ລູກ​ເຮືອ
239 ຄົນ ​ໃນ​ເວລາທີ່​ຫາຍ​ໄປ​ຈາກ​ເລ​ດາ ​ເມື່ອ​ເດືອນ​ມີນາ ລະຫວ່າງ ​ທີ່​ບິນ​ຈາກ Kuala
Lupur ​ໄປ​ຍັງ Beijing.

​ເຖິງ​ແມ່ນ​ວ່າ ລະບົບ​ສື່ສານ​ຕ່າງໆ​ປົກກະຕິ​ຂອງ​ເຮືອບິນ​ດັ່ງກ່າວ ​ໄດ້​ຖືກ​ມອດ​ໄປ​ກໍ​ຕາມ
ສັນຍານ​ດາວ​ທຽມ ຈາກ​ເຮືອບິນ ຊີ້​ໃຫ້​ເຫັນ​ວ່າ ມັນ​ໄດ້​ຕົກຢູ່​ບໍລິ​ເວນ​ຫ່າງ​ໄກ​ສອກ​ລີກ ທາງ​ພາກ​ໃຕ້​ຂອງ​ມະຫາສະມຸດ​ອິນ​ເດຍ ປະມານ 1,800 ກິ​ໂລ​ແມັດ ທາງກ້ຳ​ຕາ​ເວັນ​ຕົກ​ຂອງ​
ອອສ​ເຕຣ​ເລຍ.

ລັດຖະມົນຕີ​ຂົນ​ສົ່ງ​ມາ​ເລ​ເຊຍ ກ່າວ​ວ່າ ​ບັນດາ​ເຈົ້າໜ້າ​ທີ່ ​ແມ່ນ​ມີ “​ຄວາມໝັ້ນ​ໃຈ” ວ່າ
ພວກ​ເຂົາ​ເຈົ້າກຳລັງ​ຊອກ​ຫາ​ຖືກ​ບ່ອນ​ແລ້ວ ນັບ​ຕັ້ງ​ແຕ່ອັນ​ທີ່​ເອີ້ນ​ວ່າ ສຽງ “ປິ່ງ” ທີ່​ດັງ​
ອອກ​ມາ​ຈາກ​ເຮືອບິນ​ນັ້ນ ​ແມ່ນ ​ເຊື່ອ​ກັນ​ວ່າ ​ເປັນສຽງ “ສະ​ເພາະ​ທີ່​ສຸດ.”

Malaysia Jet Search
please wait
Embed

No media source currently available

0:00 0:00:56 0:00

Authorities leading the multinational hunt for the missing Malaysian jetliner say they are prepared to double the current search zone in the Indian Ocean, if nothing is found there soon.

At a news conference Thursday in Kuala Lumpur, Chinese, Australian and Malaysian officials said 61 percent of the original 60,000 square-kilometer search zone has been scoured, with no signs of the plane.

If nothing is found by May, that search area will be expanded "in every direction," according to Australian Deputy Prime Minister Warren Truss, who added the search would take the rest of the year to complete.

Truss said the search is "hazardous, and needs to be undertaken with great care," but stressed no effort will be spared to find the plane. Those comments were echoed by Malaysian Transport Minister Liow Tiong Lai and China Transport Minister Yang Chuantang.

Malaysia Airlines flight MH370 was carrying 239 passengers and crew when it disappeared from radar last March during a flight from Kuala Lumpur to Beijing.

Though the airplane's traditional communications systems were disabled, satellite transmissions from the plane suggest it crashed in a remote area of the southern Indian Ocean, about 1,800 kilometers west of Australia.

The Malaysian transport minister said authorities are "confident" they are searching in the correct area, since the so-called acoustic "pings" believed to emanate from the plane are "very specific."

XS
SM
MD
LG