ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ມາ​ເລ​ເຊຍວ່າ ຊາຍ​ໜຸ່ມ​ອີ​ຣ່ານ ທີ່​ໃຊ້​ໜັງ​ຜ່ານ​ແດນ ​ລັກ​ມານັ້ນ ບໍ່ໄດ້​ພົວພັນ​ ກັບ ​ພວກ​ກໍ່​ການ​ຮ້າຍ (ວີດີໂອ/ສະໄລດ໌)


Investigators Search for Two Key Items from Malaysian Crash
please wait

No media source currently available

0:00 0:02:19 0:00
ຕຳຫຼວດ​ຂອງ​ມ​າ​ເລ​ເຊຍ​ກ່າວ​ວ່າ ນຶ່ງ​ໃນ​ສອງ​ຜູ້​ໂດຍສານ
ທີ່​ໃຊ້​ໜັງສືຜ່ານ​ແດນ​ທີ່​ຖືກ​ລັກ​ມາ​ເພື່ອຂຶ້ນ​ເຮືອບິນໂດຍສານ
​ຂອງ​ສາຍ​ການບິນມາ​ເລ​ເຊຍ ​ທີ່​ໄດ້​ຫາຍ​ສາບ​ສູນໄປ​ນັ້ນ
ບໍ່ປະກົດວ່າ ມີ​ສ່ວນ​ພົວພັນໃດໆ​ກັບ​ພວກ​ກໍ່​ການ​ຮ້າຍ.

ນາຍ​ພົນຕຳຫຼວດ Khalid Tan Sri ​ຜູ້ກວ​ດກາຂອງມາ​ເລ​ເຊຍ
​ກ່າວ​ວ່າ ຜູ້ຊາຍ​ຊາວອີຣ່ານ ໄວ 19 ປີ ທີ່ມີການເປີດເຜີຍ
ຊື່ວ່າ ແມ່ນທ້າວ Nour Mohammad Mehrdad
ນັ້ນ​ເບິ່ງ​ຊົງ​ວ່າ ຜູ້ກ່ຽວຈະພະຍາຍາມລັກລອບເຂົ້າ​ໄປ​ຢູ່​
ປະ​ເທດ​ເຢຍຣະມັນ.

ທ່ານ Tan Sri ກ່າວ​ວ່າ: “ພວກ​ເຮົາ​ໄດ້​ສືບສວນ​ສອບສວນ​ປະຫວັດເບື້ອງຫຼັງ
ຂອງ​ຜູ້ກ່ຽວ​ແລ້ວ. ນອກນັ້ນ ພວກ​ເຮົາ​ຍັງ​ໄດ້​ກວດກາ​ກັບ​ອົງການຕຳຫຼວດ​ອື່ນໆ
ເບິ່ງປະຫວັດຂອງ​ຜູ້ກ່ຽວ​ແລະ​ກໍ​ເຊື່ອ​ວ່າ ລາວ​ບໍ່​ແມ່ນ​ສະມາຊິກ​ຂອງ​ກຸ່ມ​ກໍ່​ການ​
ຮ້າຍໃດ​ໆ ແລະ​ພວກ​ເຮົາ​ເຊື່ອ​ວ່າ ລາວ​ພຽງ​ແຕ່ຫາທາງລັກລອບເຂົ້າໄປຢູ່​
ປະ​ເທດ​ເຢຍຣະມັນ.”


ທ່ານ Tan Sri ​ໄດ້​ກ່າວ​ວ່າ ​ແມ່​ຂອງ​ຊາຍ​ໜຸ່ມຄົນ​ນີ້ ພວມ​ລໍຖ້າ​ລູກ​ຊາຍ​ຂອງ​ລາວ​
ຢູ່​ທີ່ນະຄອນ Frankfurt ​ແລະ​ໄດ້​ກ່າວ​ວ່າ ລາວ​ເອງ​ກໍໄດ້ຕິດຕໍ່​ຢ່າງໃກ້ຊິດ​ກັບພວກ
​ເຈົ້າ​ໜ້າ​ທີ່.

ສ່ວນ​ຜູ້​ໂດຍສານ​ອີກ​ຄົນ​ນຶ່ງ​ແມ່ນ​ຍັງ​ຢູ່​ໃນ​ລະຫວ່າງການສືບ​ສວບ​ສອບ​ສວນ​ຢູ່ ​ແຕ່ການ
ເຄື່ອນ ໄຫວທີ່ວ່ານີ້ ປະກົດ​ວ່າໄດ້ເຮັດໃຫ້ຄວາມເປັນໄປໄດ້ຫລຸດນ້ອຍລົງ ທີ່ວ່າພວກ​
ເຂົາ​ເຈົ້າ​ໄດ້​ທຳງານ​ຮ່ວມກັນ ໃນຖານະທີ່ເປັນພາກສ່ວນນຶ່ງຂອງການວາງແຜນກໍ່ການ
ຮ້າຍ ດັ່ງທີ່ບາງຄົນສະ ເໜີແນະນັ້ນ.

ໃນເວລານີ້ ຍັງບໍ່ທັນມີຮ່ອງຮອງໃດໆຂອງເຮືອບິນ Boeing 777 ຂອງ​ສາຍ​ການບິນ​
ມາ​ເລ​ເຊຍເທື່ອ​ ນັບ​ຕັ້ງ​ແຕ່ມັນ​ໄດ້​ຫາຍສາບສູນໄປຈາກເຣດາ ​ໂດຍ​ປາດ​ສະ​ຈາກ​ການ​
ສົ່ງສັນຍານຂໍ ຄວາມຊ່ອຍເຫຼືອ​ໃດໆ ​ໃນ​ວັນ​ເສົາ​ແລ້ວ​ນີ້ ປະມານນຶ່ງ​ຊົ່ວ​ໂມງ​ຫລັງຈາກ
ເດີນທາງອອກ​ຈາກ ກຸງກົວ​ລາລຳ​ເປີ.

ການ​ຄົ້ນ​ຫາ ​ເຮືອບິນ​ລຳ​ດັ່ງກ່າວ​ ​ແມ່ນ​ໄດ້​ຂະຫຍາຍ​ວົງ​ກວ້າງ​ອອກ​ ​ໃນ​ວັນ​ອັງຄານມື້​ນີ້
​ໃນ​ຂະນະ​ທີ່​ຍາດ​ພີ່ນ້ອງ ຂອງ​ຜູ້​ໂດຍສານ 239 ຄົນ ​ທີ່ໄດ້​ເດີນທາງໄປນຳ​ເຮືອບິນນັ້ນ
ຕຽມ​ຕົວ​ທີ່​ຈະ​ປະ​ເຊີນກັບ​ຂ່າວ​ຮ້າຍ.

ມີສິບ​ປະ​ເທດ ເຮືອບິນ ​20​ ລຳ ​ແລະກໍາ​ປັ່ນອີກ ຫຼາຍ​ກວ່າ 40 ລຳ ​ຮວມທັງເຮືອ​ພິຄາດ
ຂອງ​ສະຫະລັດ 2 ລຳ ໄດ້ຮ່ວມ​ທຳການ​ຄົ້ນ​ຫາ ​ໃນ​ເຂດ​ທະ​ເລ​ຈີນ​ໃຕ້​ ແຕ່ເທົ່າ​ເຖິງ​ປະຈຸ
​ບັນ​ນີ້ ຍັງ​ບໍ່​ມີ​ຮ່ອງຮອຍ​ໃດ​ໆ​ເລີຍວ່າ ມັນ​ເປັນໄປ​ໄດ້​ຢ່າງ​ໃດ​ທີ່ເຮືອບິນ​ທີ່​ອອກ​ແບບທັນ
ສະໄໝ​ເຖິງ​ທີ່​ມີເຄື່ອງອີເລັກໂທຣນິດຕ່າງໆ​ນັ້ນ ຈະ​ຫາຍສາບສູນໄປໂດຍປາດສະຈາກ
ຮ່ອງຮອຍ.

ການ​ຄົ້ນ​ຫາ​ດັ່ງກ່າວ​ນີ້ ​ແ​ມ່ນ​ໄດ້ຂະ​ຫຍາຍວົງ​ກວ້າງອອກ ກາຍ​ຂອບ​ເຂດ ໝາຍກຳນົດ
ເສັ້ນ ທາງບິນ ຊຶ່ງ​ປະຈຸ​ບັນນີ້ ມີລັດສະໝີກວ້າງເຖິງ 185 ກິໂລແມັດ ຈາກບ່ອນທີ່ເຮືອບິນ
ໄດ້ ຫາຍສາບສູນໄປ ຮວມທັງບໍລິເວນພາກພື້ນດິນນຳ.

XS
SM
MD
LG