ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມອະນຸລັກ ປາວານ ພົບເຫັນ ເຮືອຫາປາວານ ຂອງຍີ່ປຸ່ນ ໃກ້ ຂົ້ວໂລກໃຕ້


ກຸ່ມອະນຸລັກປາວານ ພົບເຫັນເຮືອບໍລິສັດ ຫາປາວານຍີ່ປຸ່ນ Nisshin Maru ໃນມະຫາສະມຸດໃຕ້
ວັນທີ10 ກຸມພາ , 2011.
ກຸ່ມອະນຸລັກປາວານ ພົບເຫັນເຮືອບໍລິສັດ ຫາປາວານຍີ່ປຸ່ນ Nisshin Maru ໃນມະຫາສະມຸດໃຕ້ ວັນທີ10 ກຸມພາ , 2011.
ບັນດາ​ນັກ​ເຄື່ອນ​ໄຫວ​ຕໍ່​ຕ້ານ​ການ​ຈັບ​ປາວານ​ຈາກອົງການ​ອະນຸ
ລັກSea Shepherd Conservation Society ກ່າວ​ວ່າ ຕົນ​
ໄດ້ຕິ​ດຕາມ​ທັນຝູງ​ເຮືອ​ຫາ​ປາວານ​ຈຸນຶ່ງຂອງ​ຍີ່ປຸ່ນ​ຢູ່​ໃກ້ໆ​ກັບ​ຂົ້ວ
​ໂລກ​ໃຕ້.

ອົງການ Sea Shepherd ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຕົນ​ໄດ້​ພົບ
​ເຫັນ​ເຮືອ​ຫາ​ປາ​ທັງ 5 ລຳ​ຂອງ​ຍີ່ປຸ່ນ​ໃນ​ມະຫາ​ສະໝຸດ​ໃຕ້ ​ແລະ​
ໄດ້​ມີ​ຫຼັກ​ຖານ​ເປັນ​ຮູບ​ພາບ​ທີ່​ສະ​ແດງໃຫ້​ເຫັນ​ປາວານ​ພັນ
minke ​ 3 ໂຕ ​ໄດ້​ຖືກ​ຂ້າ​ຕາຍ​ ​ແລະ​ກຳລັງ​ຖືກ​ຄົວ​ແລະ​ຕັດ​ເປັນ
​ຕ່ອນໆ​ຢູ່​ເທິງ​ກຳ​ປັ່ນ​ຂອງ​ບໍລິສັດ​ເຮືອ Nisshin Maru. ກຸ່ມ​ອະ
ນຸລັກ​ປາວານ ກ່າວ​ວ່າຕົນ​ມີຂ່າວຂໍ້​ມູນ​ວ່າ ປາວານ​ໂຕ​ທີ​ສີ່ ​ໄດ້​
ຖືກ​ຂ້າ​ຕາຍ​ແລ້ວ​ເຊັ່ນ​ກັນ.

ກຸ່ມ​ອະນຸລັກ​ປາວານ Sea Shepherd Conservation Society ກ່າວ​ຫາ​ວ່າພວກປາວານ
​ເຫຼົ່າ​ນີ້ ​ໄດ້​ຖືກ​ນຳ​ເຂົ້າ​ໄປ​ໃນ​ສະຖານ​ທີ່​ຫລົບ​ໄພ​ປາວານ​ທີ່​ນາໆ​ຊາດ​ຮັບ​ຮູ້​ແຫ່ງ​ນຶ່ງ.

​ເປັນ​ເທື່ອ​ທຳ​ອິດ ທີ່​ພວກ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ​ແລະ​ຝູງ​ເຮືອ​ຫາ​ປາວານ​ໄດ້​ປະ​ເຊີນ​ໜ້າ​ກັນ​ໃນ​
ລະດູ​ນີ້.

ກຸ່ມ​ອະນຸລັກ​ປາວານ​ທີ່​ມີ​ຫ້ອງການ​ຕັ້ງ​ຢູ່​ໃນ​ສະຫະລັດ ຕາມ​ທຳ​ມະ​ດາ​ສົ່ງ​ພວກ​ເຮືອ​ລຳ​ນ້ອຍໆ
ເຂົ້າ​ໄປກໍ່ກວນ​ຝູງ​ເຮືອ​ຫາ​ປາ​ຍີ່ປຸ່ນ​ໃນ​ລະຫວ່າງ​ຍາມຫາ​ປາວານ​ປະຈຳ​ປີ. ​ເປັນ​ທີ່​ຮູ້​ກັນ​ວ່າ ກຸ່ມ
​ດັ່ງກ່າວ​ໃຊ້​ພວກ​ລະ​ເບີດ​ສົ່ງ​ກິ່ນ​ເໝັນ ​ເຄື່ອງໝາຍ​ຍ້ອມ​ສີ laser beams ​ແລະ​ສິ່ງ​ຂອງ​ອື່ນໆ​
ເພື່ອ​ພະຍາຍາມ​ລົບ​ກວນ​ພວກ​ເຮືອ​ຫາ​ປາວານ​ຍີ່ປຸ່ນ​ນັ້ນ.

ການ​ຄ້າຂາຍ​ປາວານ​ແມ່ນ​ຖືກຫ້າມ​ພາຍ​ໃຕ້​ສົນທິສັນຍາ​ລະຫວ່າງ​ຊາດ ​ແຕ່​ຍີ່ປຸ່ນ​ຍັງສືບ​ຕໍ່​ຫາ​
ປາວານ​ຢູ່​ຕໍ່​ມາ ​ໂດຍ​ໃຊ້​ຊ່ອງ​ຫວ່າງ​ຢູ່​ໃນ​ສົນທິສັນຍາ ທີ່​ອະນຸມັດ​ໃຫ້ຫາ​ປາວານ​ໄດ້ ​ໃນ​ນາມ​
ການ​ໃຊ້ໃນ​ທາງ​ວິທະຍາສາດ ອັນເປັນ​ການ​ປະພຶດ​ທີ່ໄດ້​ຮັບ​ການ​ປະນາມ​ຈາກພວກ​ປົກ​ປ້ອງ
​ສິ່ງ​ແວດ​ລ້ອມແລະ​ພວກ​ປະ​ເທດ​ທີ່​ຕໍ່ຕ້ານ​ການ​ຄ້າຂາຍ​ປາວານ​ນັ້ນ.
XS
SM
MD
LG