ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບັນຫາຂັດແຍ້ງກັບຈີນ ຈະເປັນ ຫົວຂໍ້ອັນດັບສູງສຸດ ຂອງກອງ​ປະຊຸມ ASEAN​ (ວີດິໂອ)


ລັດຖະມົນຕີ ປ້ອງ​ກັນປະ​ເທດສະຫະລັດ ທ່ານ Chuck Hagel (ຂວາ) ພົບປະກັບລັດຖະມົນຕີ ປ້ອງ​ກັນປະ​ເທດເກົາຫຼີໃຕ້ ທ່ານ Kim Kwan-jin.
ລັດຖະມົນຕີ ປ້ອງ​ກັນປະ​ເທດສະຫະລັດ ທ່ານ Chuck Hagel (ຂວາ) ພົບປະກັບລັດຖະມົນຕີ ປ້ອງ​ກັນປະ​ເທດເກົາຫຼີໃຕ້ ທ່ານ Kim Kwan-jin.
\ບັນຫາການ​ຜິດ​ຖຽງ​ກັນ​ເລື່ອງ​ຍາດ​ກັນ​ອ້າງ​ເອົາ​ກໍາມະສິດ​
ໃນດິນ​ດອນ​ໃນ​ເຂດທະ​ເລ​ຈີນ​ໃຕ້ ນັ້ນ ຄາດ​ວ່າ​ຈະ​ເປັນ​
ລາຍການສົນທະນາ​ອັນ​ດັບ​ສູງ​ສຸດ ຢູ່​ໃນ​ກອງ​ປະຊຸມ​ຂອງ
​ບັນດາລັດ ຖະມົນຕີປ້ອງ​ກັນ​ປະ​ເທດຂອງ​ສະມາຄົມ​ອາ​ຊ່ຽນ
ທີ່​ເລີ່​ມຂຶ້ນ​ໃນ​ວັນ​ພຸດ​ມື້​ນີ້ ​ຢູ່ປະ​ເທດ Brunei.

​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຝ່າຍ​ປ້ອງ​ກັນປະ​ເທດ ຈາກສະຫະລັດ​
ຈີນ ຍີ່ປຸ່ນ ​ແລະ​ເກົາຫຼີ​ໃຕ້ ​ແລະ​ອໍານາດ​ອື່ນໆໃນ​ຂົງ​ເຂດ
ກໍຈະເຂົ້າ​ຮ່ວມກອງ​ປະຊຸມ​ສຸດ​ຍອດອາ​ຊ່ຽນ ​ເປັນ​ເວລາ
2 ວັນ ຄັ້ງ​ນີ້​ນໍາ.

​ກ່ອນ​ກອງ​ປະຊຸມ​ໃນ​ມື້​ນີ້​ ລັດຖະມົນຕີການ​ຕ່າງປະ​ເທດຂອງ​ອາ​ຊ່ຽນຈໍານວນ​ນຶ່ງ ໄດ້​ຕົກລົງ
​ທີ່​ຈະ​ເອົາ​ທ່າ​ທີ​ເປັນ​ສຽງ​ດຽວ ​ໃນ​ການ​ຊຸກຍູ້​ໃຫ້ຈີນເຂົ້າ​ມາ ​ເຈລະຈາ​ເຮັດ​ກົດ​ແຫ່ງ​ການ
ປະພຶດປະຕິບັດ​ ທີ່​ມີ​ຂໍ້​ຜູກ​ມັດ​ທາງ​ກົດໝາຍ​ ​ເພື່ອ​ຊ່ອຍ​ປ້ອງ​ກັນ​ການ​ຂັດ​ແຍ້ງກ່ຽວ​ກັບ​
ການ​ຍາດ​ກັນ​ອ້າງ​ເອົາ​ເຂດ​ນໍ້າ​ແດນ​ດິນນັ້ນ.

​ບັນດາເຈົ້າ​ໜ້າ​ທີ່​ກ່າວ​ວ່າ ລັດຖະມົນຕີປ້ອງ​ກັນປະ​ເທດສະຫະລັດ ທ່ານ Chuck Hagel
ມີ​ແຜນການ​ທີ່​ຈະ​ຊຸກຍູ້ ​ການ​ໂອ້​ລົມ​ສົນທະນາ​ດັ່ງກ່າວ ​ໃນ​ການພົບ​ປະ​ຂອງ​ທ່ານກັບຄູ່​
ຕໍາ​ແໜ່​ງຈາກຈີນ ນາຍ​ພົນ Chang Wanquan ນອກ​ກອງ​ປະຊຸມອາ​ຊ່ຽນ​ນັ້ນ.

ຈີນ ຊຶ່ງ​ໄດ້​ອ້າງ​ເອົາ​ເປັນ​ກໍາມະສິດຊ້ອນ ກັບ​ຫຼາຍໆ​ປະ​ເທດ​ແຖບ​ເອ​ເຊຍ​ຕາ​ເວັນ​ອອກ
ສຽງ​ໃຕ້​ ບໍ່​ເຕັມ​ໃຈ​ທີ່​ຈະ​ຕົກລົງ​ກັບ​ອາ​ຊ່ຽນໂດຍ​ລວມກ່ຽວ​ກັບ​ບັນຫາ​ດັ່ງກ່າວ ​ແຕ່​ກັບ​
ຢາກ​ຈະ​ແກ້​ໄຂ​ບັນຫາ​ແບບ​ຕົວ​ຕໍ່​ຕົວ ກັບ​ແຕ່ລະປະ​ເທດໄປ.

ວີດິໂອ: ສະຫະລັດ ຈະຊ່ວຍສ້າງຄວາມເຂ້ມແຂງ ໃຫ້ບັນດາກອງທັບໃນຂົງເຂດ ເອເຊຍຕາເວັນອອກສຽງໃຕ້:

US Bolsters Asian Militaries in Face of China's Growth
please wait

No media source currently available

0:00 0:02:36 0:00
ລິງໂດຍກົງ
XS
SM
MD
LG