ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Scotty Moore ນັກຫລິ້ນກີຕ້າ ທີ່ມີຊື່ສຽງ ໃຫ້ແກ່ Elvis Presley ເສຍຊີວິດແລ້ວ


ທ່ານ Scotty Moore ອະດີດນັກຫລິ້ນກິຕ້າ ໃຫ້ແກ່ Elvis Presley.
ທ່ານ Scotty Moore ອະດີດນັກຫລິ້ນກິຕ້າ ໃຫ້ແກ່ Elvis Presley.

​ທ່ານ​ Scotty Moore ມື​ກີ​ຕ້າ​ທີ່ບຸກ​ເບີດ​ກ່ຽວ​ກັບ​ດົນຕີ​ປະ​ເພດ​ rock-and-roll ທີ່ໃຫ້ການ​ໜູນ​ຫຼັງຕໍ່ Elvis Presley ​ໃນ​ຕອນ​ຕົ້ນ​ຂອງ​ຄວາມ​ໂດ່​ງດັງ​ຂອງ​ທ່ານ ​ໄດ້ເສຍ​ຊີວິດ ​ໃນ​ວັນ​ອັງຄານ​ວານ​ນີ້ ຮວມ​ອາຍຸໄດ້ 84 ປີ ຢູ່​ທີ່​ບ້າ​ນພັກ​ທີ່ເມືອງ Nashville ​ໃນລັດ Tennessee.

ທ່ານ Moore ​ໄດ້​ຫລິ້ນຢູ່​ວົງ​ດົນ​ຕີລູກ​ທົ່ງທ້ອງຖິ່ນ ​ໃນ​ເມືອງ Memphis ລັດ Tennessee ​ໃນ​ປີ 1954 ​ເວລາ ທ່ານ Sam Phillip ​ເຈົ້າຂອງ​ບໍລິສັດ​ອັດ​ແຜ່​ນສຽງ Sun Records ​ໄດ້​ຖາມ​ລາວ​ ໃຫ້ໄປເຮັດ​ວຽກ​ກັບ ທ່ານ Presley ​ເວລາ​ນັ້ນ ​ມີອາຍຸ​ໄດ້ 19 ປີ. ​ໃນ​ມື້​ຕໍ່​ມາ ທ່ານ Presley ​ແລະ ທ່ານ Moore ພ້ອມ​ດ້ວຍ​ຄະນະ​ວົງ​ດົນຕີ ມີືເບ​ດ ທ່ານ Bill Black ​ໄດ້​ອັດ​ຫລາຍ​ສິບ​ເພງ ຮວມ​ທັງ “That’s All Right” ທີ່ໄດ້ປະສົມ​ປະສານເຂົ້າ ກັນລະຫວ່າງເພງ​ທີ່​ຮ້ອງ​ຢູ່​ໃນ​ໂບດ ​ແລະ​ເພງປະ​ເພດ blue ຂອງ ທ່ານ Presley ກັບ​ເພງ blue ຂອງ​ທ່ານ Moore ໃນ​ເພງ​ປະ​ເພດ jazz ​ແລະເພງ​ລູກ​ທົ່ງ ທີ່​ໄດ້ແຊກ​ເຂົ້າດ້ວຍ ການ ຮ້ອງດ່ຽວ.

ການນຳ​ອອກ​ຈຳໜ່າຍ​ເພງ “That’s All Right” ​ໃນ​ບໍ່ໍ່ຊ້າ​ໄດ້​ເປັນ​ທີ່​ນິຍົມ​ແກ່​ບັນດາ​ແຟນໆ​ເພງ​ຢູ່​ທາງ​ພາກ​ໃຕ້​ສະຫະລັດ ​ແລະ​ໄດ້​ເ​ລີ້​ມການ​ເດີນທາງ​ຂອງ​ທ່ານ Presley ​ໄປ​ສູ່ການ​ເປັນ​ດາ​ລາ​ໃຫຍ່ rock-and-roll. ທ່ານ Moore, Black ​ແລະ ມື​ກອງທ່ານ D,J Fontana ​ໄດ້​ທຳ​ການ​ອັດ​ຫລາຍໆ​ຮ້ອຍ​ເພງ​ປະ​ເພດ rock-and-roll ອຶ່ນໆ​ກັບທ່ານ Presley ​ໃນ​ຊຸມປີ 1950 ຮວມ​ທັງ​ເພງ​ເກົ່າ​ເຊັ່ນ​ວ່າ “Heartbreak Hotel” “Don’t Be Cruel” ​ແລະ “Hound Dog.”

ນະ​ວັດຕະ​ກຳ​ໃນ​ການຫລິ້ນຂອງ​ທ່ານ Moore ​ໄດ້ເປັນ​ທີ່​ດຶງ​ດູດ​ໃຈ​ ສຳລັບ​ຫລາຍໆ​ເຊັ່ນຄົນຂອງ​ນັກ​ດົນ​ຕີ rock ຮວມ​ທັງ Rolling Stones ນັກ​ຫລິ້ນກິ​ຕ້າ Keith Richards ຜູ້ທີ່​ຕໍ່​ມາ​ໄດ້​ກ່າວ​ວ່າ “ທຸກຄົນ​ຕ້ອງການ​ຢາກ​ເປັນ Elvis. ຂ້າພະ​ເຈົ້າ​ຢາກ​ເປັນ Scotty.”


ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG