ບັນດາຜູ້ປ່ອນບັດຊາວ Scotland ໄດ້ລົງຄະແນນສຽງເຫັນດີ
ໃຫ້ຮັກສາ ການເປັນສະຫະພັນ ກັບອັງກິດ ທີ່ມີມາເປັນເວລາ
307 ປີນັ້ນ ດຳເນີນຕໍ່ໄປ ໃນການລົງປະຊາມະຕິຄັ້ງປະຫວັດ
ສາດ.
ຜົນການລົງຄະແນນສຽງ ສະແດງໃຫ້ເຫັນວ່າ 55 ເປີເຊັນ ຂອງ
ການປ່ອນບັດເຫັນດີໃຫ້ Scotland ສືບຕໍ່ເປັນພາກສ່ວນຂອງ
ອັງກິດ ຊຶ່ງປຽບທຽບກັບ 45 ເປີເຊັນ ທີ່ລົງຄະແນນສຽງໃຫ້ແຍກ
ໂຕອອກເປັນເອກກະລາດນັ້ນ.
ຢູ່ທີ່ເມືອງ Glasgow ຊຶ່ງເປັນເມືອງໃຫຍ່ສຸດຂອງ Scotland ນັ້ນ 61 ເປີເຊັນຂອງຜູ້ປ່ອນ
ບັດ ໄດ້ເລືອກເອົາ ການ “ເຫັນດີ” ເພື່ອແຍກໂຕ ອອກເປັນເອກກະ ລາດແລະ 39 ເປີເຊັນ
ໄດ້ປ່ອນບັດບໍ່ເຫັນພ້ອມ. ເຖິງຢ່າງໃດກໍດີ ບັນດາຜູ້ປ່ອນ ບັດ ຢູ່ເມືອງ Edinburgh ຊຶ່ງ
ເປັນເມືອງຫລວງຂອງ Scotland ແລະເມືອງ Aberdeen ຊຶ່ງເປັນເມືອງໃຫຍ່ອັນສາມ
ນັ້ນ ບັນດາຜູ້ປ່ອນບັດໄດ້ປະຕິເສດຕໍ່ການເປັນເອກກະລາດ ດ້ວຍຄະແນນສຽງຢ່າງຫຼວງ
ຫຼາຍ. ຜູ້ນຳໃນການໂຄສະນາຫາສຽງ ໃຫ້ຢູ່ຮ່ວມກັນດີກ່ອນ ທ່ານ Alistair Darling ກ່າວ
ເຖິງຜົນການປ່ອນບັດໃນວັນສຸກມື້ນີ້ວ່າ ມັນມີຄວາມໝາຍສຳຄັນໃຫ້ແກ່ທັງສອງ Scotland ແລະ ອັງກິດ ຮວມກັນແລ້ວ.
ທ່ານ Darling ກ່າວວ່າ “ປະຊາຊົນ Scotland ໄດ້ສະແດງອອກມາໃຫ້ເຫັນ ແລ້ວ. ພວກ
ເຮົາໄດ້ເລືອກເອົາການຢູ່ຮ່ວມກັນ ແທນທີ່ຈະແຍກຈາກກັນ ແລະການປ່ຽນແປງໄປໃນທາງ
ດີ ແທນທີ່ຈະແບ່ງແຍກຈາກກັນ ໂດຍບໍ່ມີຄວາມຈຳເປັນ.”
ຢູ່ໃນຄຳຖະແຫລງທີ່ີຍອມຮັບເຖີງການເສຍໄຊນັ້ນຜູ້ນຳຫົວຊາດນິຍົມ Scotland ທ່ານ
Alex Salmond ຮ້ອງການລົງປະຊາມະຕິວ່າ ເປັນໄຊຊະນະ ຂອງຂັ້ນ ຕອນປະຊາທິປະ
ໄຕ ແລະຮຽກຮ້ອງໃຫ້ບັນດາຜູ້ສະໜັບສະໜູນຄວາມເປັນເອກ ກະລາດຂອງ Scotland
ນັ້ນ ຈົ່ງຮັບເອົາຜົນຂອງການລົງຄະແນນສຽງ.
ທ່ານ Salmond ຍັງຮຽກຮ້ອງໃຫ້ລອນດອນ ຈົ່ງໃຫ້ກຽດໃນຄຳໝັ້ນສັນຍາຂອງຕົນ ທີ່ຈະ
ໃຫ້ສິດອຳນາດຫຼາຍຂຶ້ນແກ່ບັນດາຜູ້ແທນ Scotland.
ນາຍົກລັດຖມົນຕີ ອັງກິດ ທ່ານ David Cameron ກ່າວວ່າ ການອະພິປາຍກັນກ່ຽວກັບ
ເອກກະລາດ ຂອງ Scotland ບັດນີ້ໄດ້ສີ້ນສຸດລົງແລ້ວ ແລະ ອັງກິດ ຈະໃຫ້ກຽດຕໍ່ຄວາມ
ໝັ້ນໝາຍຂອງຕົນທີ່ຈະອຳນາດໃໝ່ແກ່ Scotland ຮວມທັງກິດຈະການຕ່າງໆ ເຊັນວ່າ
ການເກັບພາສີ ການໃຊ້ຈ່າຍ ແລະສະວັດດີການຂອງປະຊາຊົນ. ທ່ານ Cameron ກ່າວ
ວ່າ ສິດທິເຫຼົ່ານັ້ນ ຍັງຈະໃຫ້ແກ່ ອັງກິດ Wales ແລະ Ireland ເໜືອ.
ຜູ້ມີສິດປ່ອນບັດເກືອບທັງໝົດສີ່ລ້ານຄົນຂອງ Scotland ຄື 97 ເປີເຊັນຂອງ ພວກທີ່ໄປ
ຈົດທະບຽນນັ້ນ ໄດ້ໄປປ່ອນບັດໃນການລົງປະຊາມະຕິຄັ້ງນີ້. ການໄປ ປ່ອນບັດມີລາຍງານວ່າ ມີປະມານ 86 ເປີເຊັນ.
Scottish voters have voted in favor of keeping the country's 307-year union with Britain intact in a historic independence referendum
Results show that 55 percent of votes were in favor of remaining part of Britain compared to 45 percent who voted for independence.
In Glasgow, Scotland's largest city, 61 percent of voters chose 'Yes' to independence, with 39 percent voting against it. However, voters in the Scottish capital, Edinburgh, and Aberdeen, the country's third largest city, rejected independence by wide margins.
Better Together campaign leader Alistair Darling said Friday's results were momentous for both Scotland and Britain as a whole.
"The people of Scotland have spoken. We have chosen unity over division and positive change rather than needless separation."
In a speech conceding his defeat, Scottish Nationalist Leader Alex Salmond called the referendum a triumph of the democratic process and urged Scotland's independence supporters to accept the results of the vote.
"And Scotland has by a majority has decided not, at this stage, not to become an independent country. I accept that verdict of the people and I call on all of Scotland to follow suit in accepting the democratic verdict of the people of Scotland."
Salmond also called on London to honor its pledge of granting more powers to Scottish lawmakers.
British Prime Minister David Cameron said the debate on Scottish independence has now been settled, and that Britain will honor its commitments to give Scotland new powers, including on affairs such as tax, spending and welfare. Mr. Cameron said those rights will also be extended to England, Wales and Northern Ireland.
Nearly all of Scotland's 4 million eligible voters - 97 percent - registered to cast their ballot in the referendum. The turnout was reported at around 86 percent.