ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອາກາດປ່ຽນແປງ ແລະເຂື່ອນຢູ່ແມ່ນໍ້າຂອງ ຈະສົ່ງຜົນກະທົບ ຕໍ່ປະຊາຊົນ (ວີດິໂອລາວ/ອັງກິດ)


ຊາວກໍາປູເຈຍຄົນນຶ່ງ ກໍາລັງຂວ່າງແຫ ເອົາປາໃນແມ່ນໍ້າຂອງ ອັນ ເປັນວິຖີການດໍາລົງຊີວິດຫຼັກຂອງລາວນັ້ນ.
ຊາວກໍາປູເຈຍຄົນນຶ່ງ ກໍາລັງຂວ່າງແຫ ເອົາປາໃນແມ່ນໍ້າຂອງ ອັນ ເປັນວິຖີການດໍາລົງຊີວິດຫຼັກຂອງລາວນັ້ນ.
ບັນດານັກວິທະຍາສາດ ທີ່ປະຊຸມກັນຢູ່ທີ່ບາງກອກ ເມືອງຫຼວງ
ຂອງໄທ ໃນອາທິດແລ້ວນີ້ ໄດ້ເຕືອນວ່າ ສະພາບອາກາດທີ່ຮຸນ
ແຮງທີ່ສຸດຍ້ອນ ການປ່ຽນແປງຂອງດິນຟ້າອາກາດນັ້ນ ແມ່ນຈະ
ສົ່ງຜົນໃຫ້ປະລິມານປາ ແລະພືດພັນສໍາຄັນຕ່າງໆ ຢູ່ໃນອ່າງແມ່
ນໍ້າຂອງຫຼຸດລົງຢ່າງຫຼວງຫຼາຍ ຖ້າຫາກວ່າບັນດາປະເທດໃນຂົງ
ເຂດເອເຊຍຕາເວັນ ອອກ ສຽງໃຕ້ ບໍ່ພາກັນປັບປ່ຽນ. ແຕ່ແນວ
ໃດກໍດີ ບັນດານັກວິທະຍາສາດຍັງເຕືອນອີກວ່າ ການສ້າງເຂື່ອນ ຊຶ່ງສ່ວນໃຫຍ່ແມ່ນເພື່ອສ້າງພະລັງງານຈາກນໍ້ານັ້ນເປັນໄພຂົ່ມຂູ່
ຢ່າງດຽວທີ່ໃຫຍ່ຫຼວງທີ່ສຸດຕໍ່ການຫາປາ ທີ່ເປັນສິ່ງຄໍ້າຈຸນຊີວິດ
ຂອງປະຊາຊົນຫຼາຍລ້ານຄົນນັ້ນ. Daniel Schearf ມີລາຍງານ
ຈາກບາງກອກ ຊຶ່ງທອງປານຈະນໍາມາສະເໜີທ່ານ.

ເບິ່ງວີດິໂອລາຍງານ ເປັນພາສາລາວ:


ມີການປະເມີນກັນວ່າ ຊາວປະມົງແລະຊາວນາ ປະມານ 60 ລ້ານຄົນ ແມ່ນເພິ່ງພາອາໄສ
ແມ່ນໍ້າຂອງ ທີ່ອຸດົມສົມບູນໄປດ້ວຍທາດອາຫານແລະປູປານາໆພັນນັ້ນ ເພື່ອລ້ຽງຊີບ.

ຜົນການສຶກສາຄົ້ນຄວ້າໃໝ່ໂດຍນັກວິທະຍາສາດກຸ່ມນຶ່ງ ເວົ້າວ່າພາຍໃນປີ 2050 ສະພາ
ວະດິນຟ້າອາກາດປ່ຽນແປງ ອາດສາມາດເຮັດໃຫ້ລະດັບອຸນຫະພູມ ໃນຫຼາຍພາກສ່ວນ
ຂອງອ່າງແມ່ນໍ້າຂອງ ຖີບສູງຂຶ້ນສອງເທົ່າຕົວໄວ ກວ່າລະດັບສະເລ່ຍໃນທົ່ວໂລກ.

Jeremy Carew-Reid ຫົວໜ້າສຶກສາຄົ້ນຄວ້າດັ່ງກ່າວເວົ້າວ່າ ແລະນັ້ນຈະເຮັດໃຫ້
ສະພາວະອາກາດປັ່ນປ່ວນ ເຊັ່ນໄພນໍ້າຖ້ວມ​ນັ້ນ ເພີ້ມຄວາມຮ້າຍແຮງຂຶ້ນ ແລະປະລິ
ມານ ປາພ້ອມທັງຜົນລະປູກ ກໍຈະຕົກຕໍ່າລົງ.

ທ່ານ Jeremy ເວົ້າວ່າ: “ສະເພາະໃນລາວປະເທດດຽວ ກໍມີປະມານປູປາ ແລະ
ພືດພັນ ປະມານ
700 ຊະນິດແລ້ວທີ່ຄໍ້າຈຸນການດໍາລົງຊີວິດ ຂອງພວກເຂົາເຈົ້າ
ຊຶ່ງພວກເຮົາ
ມີຄວາມຮູ້ໜ້ອຍຫລາຍ ກ່ຽວກັບສິ່ງເຫຼົ່ານີ້.”

ໃນຂະນະທີ່ ພືດພັນບາງຊະນິດຈະໄດ້ຮົບຜົນດີຈາກອາກາດທີ່ຮ້ອນຂຶ້ນນັ້ນ ແຕ່ພືດປູກ ທີ່ສໍາຄັນ ເຊັ່ນກາເຟຢູ່ໃນຫວຽດນາມ ແລະເຂົ້າຢູ່ໃນປະເທດໄທ ອາດຖືກບັງຄັບໃຫ້ຍ້າຍ
ໄປປູກຢູ່ບ່ອນໃໝ່.

ແຕ່ຈໍາພວກປາຢູ່ໃນລໍາແມ່ນໍ້າຂອງ ຊຶ່ງເປັນແຫຼ່ງການປະມົງຕາມລໍາແມ່ນໍ້າທີ່ໃຫຍ່ທີ່ສຸດ
ຂອງໂລກນັ້ນ ແມ່ນຈະຍົກຍ້າຍໄປຖິ່ນອື່ນບໍ່ໄດ້ຢ່າງງ່າຍໆ ແລະການລ້ຽງປາກໍແມ່ນໄດ້
ກ້າວ ຂຶ້ນສູ່ລະດັບສູງສຸດ ທີ່ຈະບໍ່ທໍາລາຍສະພາບແວດລ້ອມ ທີ່ຍືນຍົງນັ້ນແລ້ວ.

ທ່ານ Carew-Reid ເວົ້າອີກວ່າ ສິ່ງກໍ່ສ້າງກັ້ນແມ່ນໍ້າຂອງທີ່ມະນຸດເຮັດຂຶ້ນມາ ປະມານ 30.000 ແຫ່ງ ເຊັ່ນເຂື່ອນໄຟຟ້າພະລັງນໍ້ານັ້ນ ກໍເພີ້ມຕື່ມໃສ່ຜົນກະທົບຂອງສະພາວະ ດິນຟ້າອາກາດປ່ຽນແປງ ນໍາອີກ.

ທ່ານ Carew-Reid ເວົ້າວ່າ: “ຖ້າພວກເຮົາລວມເອົາສິ່ງເຫຼົ່ານັ້ນເຂົ້າໃສ່ ກັບ
ສະພາວະດິນຟ້າອາກາດປ່ຽນແປງແລ້ວ ພວກເຮົາກໍຈະເຫັນສະພາບ
ການ
ທີ່ຈະສົ່ງຜົນລົບ
ຕໍ່ຈໍາພວກປານັ້ນຢ່າງໃຫຍ່ຫຼວງທີ່ສຸດ ຢູ່ໃນລໍາແມ່ນໍ້າຂອງ.”

ບັນດານັກວິທະຍາສາດ ທີ່ງານເຜີຍແຜ່ລາຍງານຜົນການສຶກສາຄົ້ນຄວ້າດັ່ງກ່າວ ເມື່ອ
ວັນສຸກອາທິດແລ້ວນີ້ ທີ່ບາງກອກນັ້ນ ເວົ້າວ່າ ເຂື່ອນແລະຝາຍກັ້ນນໍ້າອື່ນໆ ແມ່ນເປັນ
ໄພຂົ່ມຂູ່ອັນດຽວທີ່ໃຫຍ່ທີ່ສຸດ ຕໍ່ຄວາມຫຼາກ ຫຼາຍຂອງປາ ແລະການລ້ຽງປາ.

ໃນການເຄື່ອນໄຫວທີ່ສ້າງຄວາມຂັດແຍ້ງນັ້ນ ສປປ ລາວ ກໍາລັງດໍາເນີນການກໍ່ສ້າງ
ເຂື່ອນໄຟຟ້າພະລັງນໍ້າ ແຫ່ງທໍາອິດໃນຫຼາຍໆແຫ່ງທີ່ຈະສ້າງຂຶ້ນ ຢູ່ຕາມລໍາແມ່ນໍ້າຂອງ
ກໍຄື ເຂື່ອນໄຊຍະບູລີ.

Hans Guttman ຫົວໜ້າເຈົ້າໜ້າທີ່ບໍລິຫານປະຈໍາກໍາມາທິການແມ່ນໍ້າຂອງ ຫຼື MRC
ເຕືອນວ່າ ຂອບເຂດຂອງຄວາມເສຍຫາຍຈາກເຂື່ອນທັງຫຼາຍ ຈະມີຫຼາຍສໍ່າໃດນັ້ນ
ກໍຍັງບໍ່ຮູ້ໄດ້.

ທ່ານ ກຸທມັນ ເວົ້າວ່າ:ກໍາລັງມີການພິຈາລະນາກັນຢ່າງຂຸ້ນຂ້ຽວຢູ່ວ່າ ຜົນເສຍ
ຫາຍຈະມີຫຼາຍສໍ່າໄດ້
ແລະເຂື່ອນທັງໝົດນັ້ນຈະຖືກສ້າງຂຶ້ນມາ ຕາມແຜນທີ່
ອອກແບບໄວ້
ຫຼືບໍ່ ຫຼືວ່າເຂື່ອນບາງເຂື່ອນຈະຖືກສ້າງຂຶ້ນມາ ທີ່ບາດແລ້ວ ກໍ ແມ່ນຈະສ້າງຜົນກະທົບໃນລະດັບທີ່ແຕກຕ່າງໄປ ແລະຜົນປະໂຫຍດທີ່ໄດ້ຮັບ ຈາກເຂື່ອນເຫຼົ່ານັ້ນຈະຖືກນໍາໃຊ້ແບບໃດ ເພື່ອຊົດເຊີຍ ຫຼືຈັດການແກ້ໄຂຜົນ ກະທົບບາງປະການນັ້ນ ທັງໝົດນີ້ ແມ່ນເປັນສິ່ງທີ່ຍັງບໍ່ຮູ້ໄດ້ຢ່າງແນ່ນອນ
ຫຼາຍທີ່ສຸດ.”

ອົງການພັດທະນາລະຫວ່າງປະເທດຂອງສະຫະລັດ ຫຼື ຢູເສດ ເປັນຜູ້ໃຫ້ທຶນເຮັດການ ສຶກສາຄົ້ນຄວ້າດັ່ງກ່າວ ອັນເປັນພາກສ່ວນນຶ່ງຂອງໂຄງການລິເລີ່ມແມ່ນໍ້າຂອງຕອນລຸ່ມ
ຫຼື LMI ຂອງສະຫະລັດ.

Alfred Nakatsuma ເປັນຜູ້ອໍານວຍການປະຈໍາຂົງເຂດ ຂອງຫ້ອງການສະພາບແວດ ລ້ອມຂອງ ຢູເສດ.

ທ່ານ Nakatsuma ເວົ້າວ່າ: “ໂດຍທົ່ວໄປແລ້ວ ລັດຖະບານທັງຫຼາຍໃນຂົງເຂດ
ເຫຼົ່ານີ້ ແມ່ນສົນໃຈທີ່ສຸດຕໍ່ສະພາວະດິນຟ້າອາກາດປ່ຽນແປງ ຍ້ອນວ່າສະວັດດີ
ການຂອງປະຊາຊົນຂອງພວກຕົນ
ເປັນເດີນພັນສູງໃນເລື່ອງນີ້ ແລະມັນຈະດີ
ກວ່າ
ຖ້າເຮົາຈະທໍາການແກ້ໄຂບັນຫາເຫຼົ່ານີ້ແຕ່ບັດນີ້ ແທນທີ່ຈະເຮັດໃນພາຍ
ຫຼັງ ຊຶ່ງແນ່ນອນວ່າ
ມັນຈະສິ້ນເປືອງຄ່າໃຊ້ຈ່າຍຫຼາຍກ່ວານັ້ນ.”

ແຕ່ບັນດານັກວິທະຍາສາດເວົ້າວ່າ ຄືກັນກັບທີ່ເສດຖະກິດເປັນຕົວຂັບດັນ ໃຫ້ພາກັນ
ສ້າງເຂື່ອນນັ້ນ ຄວາມທຸກຈົນກໍແມ່ນຈະເຮັດໃຫ້ຍາກຫຼາຍຂຶ້ນ ສໍາລັບປະຊາຊົນທີ່ຈະ
ປັບຕົວເຂົ້າກັບສະພາບອຸນຫະພູມ ທີ່ຖີບຕົວສູງຂຶ້ນໄປນັບມື້ນັ້ນ.

ເບິ່ງວີດິໂອ ພາສາອັງກິດ:

Scientists say Climate Change, Dams Threaten Mekong Livelihoods
please wait

No media source currently available

0:00 0:03:00 0:00
ລິງໂດຍກົງ
XS
SM
MD
LG