ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກວິທະຍາສາດ ຄົ້ນຄ້ວາພັດທະນາ ລໍ້ນັ່ງ​ ທີ່ບັງຄັບ ດ້ວຍ​ສາຍຕາ (ວີດີໂອ ລາວ/ອັງກິດ)


Scientists Develop Eyetracking Wheelchair for Severely Disabled
please wait

No media source currently available

0:00 0:02:29 0:00

ເບິ່ງວີດີໂອ ພາສາອັງກິດ ກ່ຽວກັບລາຍງານນີ້.

ນັກວິທະຍາສາດກຸ່ມ​ນຶ່ງ ​ທີ່​ນະຄອນຫລວງ​ລອນ​ດອນຂອງ
ປະ​ເທດ​ອັງກິດ ກຳລັງ​ພະຍາຍາມ ​ພັດທະນາຕັ່ງ​ອີ້ ຫລື​ລໍ້ນັ່ງ
​ສຳ​ຫລັບ​ຄົນ​ພິການ ທີ່​ຜູ້​ນັ່ງ​ສາມາດ​ຄວບຄຸມ ​ແລະບັງຄັບມັນ
ດ້ວຍ​ການ​ພຽງ​ແຕ່​ໃຊ້​ສາຍຕາ ​ເບິ່​ງ​ໄປ​ຍັງ​ທິດ​ທາງ​ທີ່​ຕົນ​ຢາກ​
ໃຫ້​ລໍ້​ພາ​ໄປ ​ໂດຍ​ບໍ່​ຕ້ອງ​ໃຊ້​ມື​ບັງຄັບ​ມັນ. ຖ້າ​ຫາກ​ໂຄງການ​ນີ້
​ສຳ​ເລັດ​ຜົນ ກໍ​ຈະ​ມີ​ການ​ນຳ​ໃຊ້ software ລາຄາ​ຖືກໆ ​ເພື່ອ​
ອຳນວຍ​ໃຫ້​ພວກ​ຄົນ​ພິການ ທີ່​ເປັນ​ອຳມະພາດ ແລະ​ພວກ
​ທີ່​ບໍ່​ມີ​ແຂນ ສາມາດ​ເຄື່ອນ​ໄຫວ​ໄປມາ​ໄດ້​ດີ​ຂຶ້ນ. ຜູ້​ສື່​ຂ່າວ​
ວີ​ໂອ​ເອ Zlatica Hoke ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງ​ນີ້
ຊຶ່ງໄຊ​ຈະ​ເລີ​ນສຸກ ຈະ​ນຳ​ມາສະ​ເໜີ​ທ່ານ​ ​ໃນ​ອັນ​ດັບ​ຕໍ່​ໄປ.

ເບິ່ງວີດີໂອລາຍງານນີ້ ເປັນພາສາລາວ:

ຜູ້​ຄົນ​ສ່ວນ​ໃຫຍ່ ທີ່ກະດູກ​ສັນຫລັງ​ໄດ້​ຮັບ​ບາດ​ເຈັບ ຫລືວ່າ​ເປັນ​ multiple sclerosis
ຄື​ມີ​ອາການ​ເລືອດ​ແຂງ​ຫລື​ຕີບ​ຕັນຫລາຍໆ​ອັນ ທີ່​ພາ​ໃຫ້​ສູນ​ເສຍ​ການ​ຄວບ​ຄຸມ​ກ້າມ​
ເນື້ອນັ້ນ ​ແມ່ນ​ຍັງ​ສາມາດ​ໃຊ້ ສາຍຕາ​ຂອງ​ເຂົາ​ເຈົ້າ​ໄດ້​ຢູ່ ​ເພາະວ່າ​ເສັ້ນ​ປະສາດ​ຕາ​ແມ່ນ​
ເຊື່ອມ​ຕໍ່​ໂດຍ​ກົງ​ກັບ​ສະໝອງ. ປັດຈຸບັນ​ນີ້ ມີ​ເທັກ​ໂນ​ໂລ​ຈີ ​ທີ່​ອຳນວຍ​ໃຫ້​ຜູ້​ຄົນ​ທີ່​ພິການ
​ຮ້າຍ​ແຮງ​ນັ້ນ ຈ້ອງ​ເບິ່ງ​ລູກສອນຢູ່​ໃນ​ຄອມ​ພິວ​ເຕີ້​ ​ແລະ ບອກ​ໃຫ້​ມັນ​ຊີ້​ໄປ​ໃສ່​ບ່ອນ​ໃດ
​ກໍໄດ້ ຫລື​ວ່າ​ບອກ​ໃຫ້​ລໍ້ນັ່ງ​ ຫລື wheelchair ນັ້ນ ແລ່ນ​ໄປມາ​ທາງ​ໃດກໍ​ໄດ້. ​ແຕ່​ກໍ​ຍັງ​ມີ
​ຫລາຍ​ໆ​ບັນ​ຫາຢູ່​ ກ່ຽວ​ກັບ​ລະບົບ​ທີ່​ວ່າ​ນີ້ ອັນ​ໂຮມ​ທັງ​ມີ​ການ​ຊັກ​ຊ້າ​ ໃນ​ລະຫວ່າງ​ການ
​ເຄື່ອນ​ໄຫວ​ຂອງ​ສາຍຕາ ກັບ​ລໍ້​ນັ່ງ ຊຶ່ງ Kirubin Pillay ນັກ​ສຶກສາ​ປະລິນຍາ​ເອກ ທີ່
ປະກອບສ່ວນ​ໃນ​ໂຄງການ​ນີ້​ ຂອງ​ມະຫາວິທະຍາ​ໄລ Imperial College London
ອະທິບາຍ​ວ່າ:

Kirubin Pillay ​ເວົ້າ​ວ່າ “​ເຄື່ອງ​ຊອຟ​ແວຣ໌​ໃຊ້​ຕິດຕາມ ຫລື​ນຳ​ທາງ​ໄປ ທີ່​ມີ​ຢູ່​ ໃນ​
ປັດຈຸບັນ​ນີ້ ສ່ວນ​ຫລາຍ​ແມ່ນ​ຈະ​ໃຊ້​ລະບົບ ທີ່​ອິງ​ໃສ່​ຈໍ ຄື​ທ່ານ​ເປີດຈໍ​ໄວ້​ ແລ້ວ​
ທ່ານກໍ​ຈ້ອງ​ເບິ່ງ​ ຈຸດ​ຕ່າງໆ​ຢູ່​ໃນ​ຈໍ​ນັ້ນ. ບັນຫາ​ກັບ​ເລື້ອງ​ນີ້ ກໍ​ແມ່ນ​ວ່າ​ ມັນ​ເປັນ​
ອຸບປະກອນ​ທີ່​ງ່າຍ​ຫລາຍ ​ແລະ​ມັນ​ກໍ​ຫັນ​ເຫ​ ຄວາມ​ສົນ​ໃຈຂອງ​ຜູ້​ໃຊ້ ​ໄປ​ຈາກ​
ໂລກ​ພາຍ​ນອກ​ ແລະ​ເພາະສະ​ນັ້ນ ຈຶ່ງມີ​ຄວາມ​ສ່ຽງ​ຫລາຍ​ຂຶ້ນ ທີ່​ວ່າມັນ​ຈະ​ເຮັດ​
ໃຫ້​ຜູ້​ໃຊ້ ບໍ່​ສົນ​ໃຈ​ອຸບປະສັກ ຫລື​ສິ່ງ​ອື່ນໆ​ທີ່​ຂວາງ​ທາງ​ຢູ່.”

ທີ​ມຄົ້ນ​ຄ້ວາທີ​ມນຶ່ງ ​ທີ່​ນຳ​ໂດຍ ດຣ. Aldo Faisal ຢູ່​ມະຫາວິທະຍາ​ໄລ Imperial
College London ​ໄດ້​ພັດທະນາ software ນຶ່ງ​ຂຶ້ນ​ມາ ທີ່​ອຳນວຍໃຫ້​ຜູ້​ໃຊ້ ສາມາດ
​ບັງ​ຄັບ​ໃຫ້ລໍ້​ນັ່ງ​ແລ່ນ​ໄປມາ​ທາງ​ໃດ​ກໍ​ໄດ້ ​ໂດຍ​ການ​ພຽງ​ແຕ່​ເບິ່ງ​ໄປ​ຍັງ​ ທິດ​ທາງທີ່​ຢາກ
​ໃຫ້​ມັນ​ໄປ.

ດຣ. Aldo Faisal ອະທິບາຍ​ວ່າ: “ຕາ​ຂອງ​ພວກ​ເຮົາ ບໍ່ໄດ້​ເປັນ​ພຽງ​ປ່ອງ​ອ້ຽມ ​
ເພື່ອ​ເບິ່ງ​ເຂົ້າ​ໄປທາງ​ໃນ​ຈິດ​ວິນ​ຍານ​ຂອງ​ເຮົາ​ເທົ່າ​ນັ້ນ ​ແຕ່​ມັນ​ຍັງ​ເປັນ​ປ່ອງອ້ຽມ​
ເບິ່ງ​ເຂົ້າ​ໄປ​ຫາ​ເຈດ​ຕະນາ​ ຂອງ​ພວກ​ເຮົາ​ນຳ. ສະ​ນັ້ນ ຖ້າ​ຫາກ​ວ່າ​ທ່ານ​ຢາກ​ຈະ​
ໄປບ່ອນ​ໃດ​ບ່ອນ​ນຶ່ງ ຄື​ໂຕ​ຢ່າງ ຖ້າ​ຂ້ອຍ​ຢາກ​ຈະ​ໄປ​ທາງ​ນັ້ນ ຫລື​ທາງ​ນີ້ ຂ້ອຍ​ກໍ​
ພຽງ​ແຕ່​ຈະ​ເລ່ງ​ຕາເບິ່ງ​ໄປ​ທາ​ງນັ້ນ ​ແລະ​ພວກ​ເຮົາ​ກໍສາມາດ​ສ້າງ​ລະບົບ​ ຄອມ​
ພິວ​ເຕີ້ ທີ່​ສາມາດ​ຖອດ​ລະຫັດ​ ການ​ເຄື່ອນ​ໄຫວ​ ຂອງ​ຕາເຮົາ ດ້ວຍ​ຊອຟ​ແວຣ໌
ທີ່​ຕິດຕາມ​ສາຍຕາ​ຂອງ​ເຮົາ ​ແລະ​ແປມັນ​ອອກ​ມາ​ເປັນ​ຄຳ​ສັ່ງ ​ແລ້ວ​ບັງຄັບໃຫ້​
ລໍ້​ນັ່ງ ​ແລ່ນ​ໄປ​ໃນ​ທິດ​ທາງ​ ທີ່​ເຮົາ​ຢາກ​ໃຫ້​ມັນ​ໄປ.”

ພວກ​ນັກ​ຄົ້ນ​ຄ້ວ​າ​ເອົາ​ເສົາ​ເຫລັກ​ນ້ອຍໆ ມາ​ຕັ້ງກວມ​ໃສ່ທາງໜ້າ​ລໍ້ນັ່ງ​ທັງ​ສອງ​ເບື້ອງ
ແລ້ວ​ກໍ​ມີ​ທ່ອນ​ນຶ່ງ ຂວາງ​ຢູ່​ທາງ​ໜ້າ ທີ່​ມີ​ກ້ອງ​ຖ່າຍຮູບ​ຕິດ​ຕັ້ງ​ຢູ່​ໃນ​ນັ້ນ ຊຶ່ງມັນ​ຈະ​ແນ​ໄປ
​ໃສ່​ຕາ​ຂອງ​ຜູ້​ນັ່ງ​ຢູ່​ລໍ້ ເພື່ອສັງ​ເກດ​ເບິ່ງ​ວ່າ​ ສາຍຕາ​ແນ​ໄປ​ທາງ​ໃດ ​ແລະ​ມັນ​ກໍ​ສາມາດ​
ບອກ​ໄດ້​ວ່າ ຜູ້ກ່ຽວ​ພຽງ​ແຕ່​ຫລຽວ​ເບິ່ງ​ໄປ​ອ້ອມໆ ຫລື​ວ່າ​ ຢາກ​ເຄື່ອນ​ຍ້າຍ​ໄປ​ທາງ​ໃດ.

ນັກ​ຄົ້ນ​ຄ້ວາ William Abbott ​ເວົ້າ​ວ່າ: “​ໂດຍ​ເນື້ອ​ຫາ​ແລ້ວ ກໍ​ແມ່ນ​ວ່າ ພວກ​ເຮົາ​
ຕິດຕາມ​ການ​ເຄື່ອນ​ໄຫວ ຂອງ​ຈຸດ​ດຳ​ຂອງ​ແກ່ນ​ຕາ ​ແລະ​ຜ່ານ​ຂັ້ນ​ຕອນ​ ການ
ປັບ​ໃຫ້​ເຂົ້າກັນ ພວກ​ເຮົາ​ກໍ​ຖ່າຍ​ທອດ​ໄປ​ຍັງ​ບ່ອນ​ທີ່ ​ຜູ້​ທີ່​ນັ່ງ​ຢູ່​ລໍ້ ຫລຽວໄປ​ເບິ່ງ
ຢູ່​ອ້ອມ​ຂ້າງ​ເຂົາ​ເຈົ້າ.”

ຂໍ້​ມູນ​ທາງ​ສາຍຕາ ທີ່​ກ້ອງຖ່າຍ​ມອງ​ເຫັນ​ນັ້ນ ຈະ​ຖືກ​ວິ​ໄຈອອກ​ມາ​ພາຍ​ໃນ ​ເວລາ 10
ສ່ວນ​ 1000 ຂອງ​ນຶ່ງ​ວິນາທີ ​ໂດຍ​ໃຊ້​ລະບົບ ອາລກໍ​ຣິ​ເທິ​ມ​ (algorithm​) ແລ້ວ​ແປ​ເປັນ
​ຄຳ​ສັ່ງ​ໃຫ້​ລໍ້​ນັ່ງ​ ເຄື່ອນ​ຍ້າຍ​ໄປ​ຕາມ ​ຄວາມ​ຕ້ອງການ ​ເກືອບ​ວ່າ​ໃນ​ທັນທີ​ທັນ​ໃດ.

ນັກ​ສຶກສາ ​Kirubin Pillay ອະທິບາຍ​ວ່າ: “​ດ້ວຍ​ການ​ພຽງ​ແຕ່​ເລ່ງ​ສາຍຕາ​ໄປ​ໃສ່​
ພື້ນຫ້ອງ ໃນ​ເວລາ​ນັ້ນ ຂ້ອຍກໍ​ຈະເຄື່ອນ​ຍ້າຍ​ໄປ​ຂ້າງ​ໜ້າ​ໄດ້ ​ແລະ​ຖ້າ​ເລ່ງ​ໄປ​
ໃສ່​ຈຸດ​ນຶ່ງ​ຈຸດໃດ​ ໂດຍ​ສະ​ເພາະທີ່​ຂ້ອຍ​ຢາກ​ຈະ​ໄປ ລໍ້​ນັ່ງ​ກໍ​ຈະ​ພາ​ໄປຍັງ​ຈຸດ​ນັ້ນ.
ສະ​ນັ້ນ ຖ້າ​ຂ້ອຍ​ຫລຽວ​ໄປຂວາ ທາງ​ທ່ານ
Will ໜ້ອຍ​ນຶ່ງ ລໍ້​ກໍ​ຈະ​ພາ​ຂ້ອຍ​ໄປ​
ທາງ​ນັ້ນ ແລະ​ຖ້າ​ຫລຽວ​ໄປ​ທາງ​ຊ້າຍ ຂ້ອຍ​ກໍ​ຈະ​ໄປ​ທາງ​ນັ້ນ​ໄດ້​ຄື​ກັນ. ລໍ້​ນັ່ງ​ຈະ
ຕອບສະໜອງ​ ສາຍຕາ​ຂອງ​ຂ້ອຍ ​ແລະ​ພາ​ໄປ​ຍັງ​ບ່ອນ​ທີ່​ຂ້ອຍ​ຢາກ​ຈະ​ໄປ
."

ລະບົບ​ທີ່​ໃຊ້​ກ້ອງຖ່າຍຮູບນີ້ ມີ​ລາຄາ​ພຽງ​ແຕ່ 85 ດອລລ່າ​ເທົ່າ​ນັ້ນ​ ເພາະວ່າ ວຽກສ່ວນ
​ໃຫຍ່​ແມ່ນ​ໃຊ້​ລະບົບ algorithm ​ແລະ​ບໍ່​ຕ້ອງການ​ອຸບປະກອນ hardware ທີ່​ລາຄາ
​ແພງ​ໃດໆ. ທີ​ມຄົ້ນ​ຄ້ວາ​ທີ່​ນະຄອນຫລວງ​ລອນ​ດອນ ​ຫວັງ​ວ່າ ຈະ​ສາມາດ​ຜະລິດ​ລະບົບ​
ດັ່ງກ່າວນີ້​ ອອກ​ວາງ​ຕະຫລາດ​ຂາຍ​ໄດ້ ພາຍ​ໃນ​ເວລາ​ສາມ​ປີ.

XS
SM
MD
LG