ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການສ້າງກ້າມເນື້ອ ຫົວໃຈຄືນໃໝ່ ອາດເປັນໄປໄດ້ ໃນອະນາຄົດ


Regeneration of Heart Muscle May be Possible
please wait

No media source currently available

0:00 0:01:47 0:00

ເປັນອັນທີ່ຮູ້ກັນວ່າ ພວກສັດເດຍລະສານດຶກດຳບັນ ເຊັ່ນ ກິໂກະຊະໜິດນຶ່ງ ທີ່ເອີ້ນວ່າ salamanders ແລະປາດາວ ສາມາດເຮັດໃຫ້ອະໄວຍະວະ ແລະແຂນຂາ ທີ່ສູນເສຍໄປ ປົ່ງຄືນໄດ້. ໃນຂັ້ນຕອນຈຸດໃດ ຈຸດນຶ່ງ ຂອງການວິວັດທະນາການຂອງໂລກ ພວກສັດ
ລ້ຽງລູກດ້ວຍນົມ ໄດ້ສູນເສຍຄວາມສາມາດັ່ງກ່າວແຕ່ວ່າ ການທົດລອງຕ່າງໆໄດ້ສະແດງ
ໃຫ້ເຫັນວ່າ ຄວາມສາມາດທີ່ວ່ານີ້ອາດກັບຄືນມາໄດ້. ທີ່ມະຫາວິທະຍາໄລ Pittsburgh ຈຳພວກປາມ້າລາຍໂຕນ້ອຍໆ ໄດ້ຊ່ອຍພວກນັກວິທະຍາສາດ ໄດ້ປົວແປງຫົວໃຈຂອງ ພວກໜູທີ່ຖືກທຳລາຍແລ້ວນັ້ນ ໃຫ້ດີຄືນໃໝ່. ດັ່ງທີ່ George Putic ມີລາຍງານ ຊຶ່ງວັນ ນະສອນ ຈະມີລາຍ​ລະອຽດ​ ມາສະ​ເໜີ​ທ່ານ.

ສິ່ງທີ່ເປັນອັນນິຍົມກັນ ຄືປາຢູ່ໃນນໍ້າທີ່ລ້ຽງໄວ້ເບິ່ງນັ້ນ ປາມ້າລາຍ ກໍເປັນສັດທີ່ໜ້າສົນໃຈ ຢູ່ໃນຫ້ອງທົດລອງວິທະຍາສາດ ເພາະວ່າມັນສາມາດທີ່ຈະເຮັດໃຫ້ຄີ ຜີວໜັງ ໝາກຫົວໃຈ ທີ່ຖືກທຳລາຍໄປນັ້ນ ຄືນມາໃໝ່ໄດ້.

ທ່ານ Yadong Wang ຈາກມະຫາວິທະຍາໄລ Pittsburgh ກ່າວວ່າທ່ານຈະສາມາດ ຕັດຫົວໃຈຂອງມັນອອກໄດ້ເຖິງ 20 ເປີເຊັນ ແລ້ວມັນກໍຈະປົ່ງຄືນມາໃໝ່. ເພາະສະນັ້ນ ຄວາມສາມາດທີ່ວິເສດທີ່ວ່ານີ້ ຈະພາໃຫ້ເຮົາຄິດວ່າເຮົາຈະສາມາດຢືມລະບົບການປົວ ແປງດັ່ງກ່າວມາ ແລ້ວໃຊ້ມັນເປັນເຄື່ອງຊ່ອຍ​ ພວກເຮົາເຮັດໃຫ້ໝາກຫົວໃຈປົ່ງຄືນມາໃໝ່ ໄດ້.

ຕອນ​ທີ່ພວກ​ນັກວິທະຍາສາດ ສັກ​ແຊລ໌ extracellular matrix ຫຼື ECM ຈາກ​ຫົວ​ໃຈ​ຂອງປາ​ມ້າ​ລາຍ ​ເຂົ້າ​ໄປ​ໃນ​ຫົວ​ໃຈ​ທີ່​ໄດ້​ຮັບ​ບາດ​ແຜ​ສາຫັດ​ຂອງ​ໜູນັ້ນ ກ້າມ​ເນື້ອ​ໃນ​ຫົວ​ໃຈຂອງ​ໜູ ​ຈະງອກ​ເງີຍຄືນ​ມາ​ ພຽງບໍ່​ເທົ່າ​ໃດ​ມື້ເທົ່ານັ້ນ.

ການ​ປົວແປງຮັກສາໃຫ້ຫາຍດີແມ່ນຈະ​ໄວໄປກວ່ານັ້ນຊໍ້າ ເວລາເອົາ ECM ​ມາຈາກ
ປາມ້າ​ລາຍ ຊຶ່ງຕົວມັນເອງ ​ກໍພວມຢູ່ໃນຂັ້ນ​ຕອນ​ການ​ປົວແປງ​ເນື້ອ​ເຫຍື່ອ​ທີ່ໄດ້ຮັບ
ຄວາມເສຍຫາຍນັ້ນຄືນ​ໃໝ່​ຢູ່.

ທ່ານນາງ Wang ກ່າວວ່າລະຫວ່າງ ໃນຈຳນວນ 2 ຢ່າງ​ນີ້ ການປົວແປງຮັກສາເມຕຣິກ ຈາກໝາກ​ຫົວ​ໃຈ​ຂອງປາ​ມ້າ​ລາຍ ຈະມີ​ຄວາມ​ສາມາດ​ພິ​ເສດ ຫຼາຍ​ກວ່າ​ທຳມະດາ.

ສະ​ຖາ​ບັນ ຊີວະສາດ​ຂອງ​ສະຫະພາບ​ຢູ​ໂຣບ ຫຼື Jawahar Swaminathan
European Bioinformatics Institution
​ໂມ​ໂລ​ກູລ ທີ່​ເອີ້ນ​ວ່າ neuregulin 1
​ເບິ່ງ​ຄື​ວ່າ​ຈະມີ​ບົດບາດ​ສຳຄັນກວ່າ ​ໃນ​ການ​ກະຕຸ້ນການປົ່ງຄືນ​ໃຫມ່​ນີ້.

ທ່ານ Wang ກ່າວ​ວ່າ “ພວກ​ເຮົາ​ເຫັນວ່າຫົວ​ໃຈ​ຂອງປາ​ມ້າ​ລາຍ ​ແມ່ນ​ມີ neuregulin 1 ຫຼາຍ​ກວ່າ​ຫົວ​ໃຈ​ຂອງ​ໜູ. ການ​ຮັກສາ​ປົວ​ແປງຫົວ​ໃຈປາ​ມ້າ​ລາຍ
ນັ້ນ​ແມ່ນ​ຍິ່ງ​ດີກວ່າ​ປົກກະຕິ ​ເພາະສະ​ນັ້ນ ມັນ​ຈຶ່ງໄດ້ສະ​ແດງໃຫ້​ເຫັນ​ວ່າ
neuregulin 1 ນັ້ນ​ ແມ່ນ​ມີ​ບົດບາດ​ອັນໃຫຍ່ຫຼວງ ​ແຕ່​ວ່າ ​ພວກ​ເຮົາຍັງ​ຕ້ອງໄດ້​ສຶກສາໄປຕື່ມອີກ ​ໃຫ້ຫຼາຍ​ກວ່າ​ນີ້ກ່ອນ.”

ຂັ້ນ​ຕອນ​ຕໍ່​ໄປ ​ຈະແມ່ນການ​ທົດ​ລອງຄວາມ​ສາມາດ​ໃນ​ການ​ປົ່ງຄືນຂອງ ECM
ປາ​ມ້າ​ລາຍ ​ໃນຈຳ​ພວກ​ສັດ​ທີ່​ລ້ຽງ​ລູກ​ດ້ວຍ​ນົມໂຕໃຫຽ່ກວ່າເກົ່າ ເຊັ່ນ​ພວກ​ໜູ ​ເປັນ​ຕົ້ນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG