ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

NASA ເວົ້າວ່າ ອຸນນະພູມສະເລ່ຍຂອງໂລກ ໃນປີ 2011 ເປັນທີ 9 ທີ່ຮ້ອນທີ່ສຸດ ນັບແຕ່ປີ 1880 ມາ


ເດັກນ້ອຍໄປຊອກຫາຕັກນໍ້າ ຍ້ອນໄພແຫ້ງແລ້ງທີ່ຮ້າຍແຮງຈຶ່ງເຮັດໃຫ້ນໍ້າແຫ້ງ ຢູ່ໜອງນໍ້າຕ່າງໆ ໃນເຂດ Lucknow ຂອງອິນເດຍໃນເດືອນ 6 ປີ, 2005 (AP Photo/Ajay Singh)
ເດັກນ້ອຍໄປຊອກຫາຕັກນໍ້າ ຍ້ອນໄພແຫ້ງແລ້ງທີ່ຮ້າຍແຮງຈຶ່ງເຮັດໃຫ້ນໍ້າແຫ້ງ ຢູ່ໜອງນໍ້າຕ່າງໆ ໃນເຂດ Lucknow ຂອງອິນເດຍໃນເດືອນ 6 ປີ, 2005 (AP Photo/Ajay Singh)

ອົງການ NASA ຊຶ່ງເປັນອົງການອາວະກາດຂອງສະຫະລັດ ເວົ້າວ່າອຸນນະພູມສະເລ່ຍ
ຂອງພື້ນຜີວໂລກ ສືບຕໍ່ຢູ່ໃນທ່າອຽງທີ່ເພີ້ມຂຶ້ນຢ່າງໜ້າຕົກໃຈ​ໃນປີ 2011 ຊຶ່ງໄດ້ຖືກ
ຈັດໃຫ້ເປັນປີນຶ່ງ ໃນຈໍານວນ 9 ປີທີ່ຮ້ອນທີ່ສຸດ ນັບແຕ່ປີ 1880 ເປັນ ຕົ້ນມານັ້ນ.

ພວກນັກວິທະຍາສາດຢູ່ທົ່ວໂລກ ໄດ້ພາກັນເຫັນພ້ອມນໍາກັນຢ່າງຖ້ວມລົ້ນວ່າ ການປ່ອຍ
ອາຍ​ແກັສກາບອກໄດອັອກໄຊທີ່ສ້າງຂຶ້ນດ້ວຍມະນຸດ ຫລາຍໆພັນ ລ້ານໂຕນ ຂຶ້ນໄປ
ສູ່ບັນຍາກາດຂອງໂລກໃນໄລຍະ 100 ປີຜ່ານມານີ້ ໄດ້ ຖືກັນວ່າເປັນສາເຫດອັນ​ສຳຄັນ
ທີ່ເຮັດໃຫ້​ໂລກມີສະພາບຮ້ອນເອົ້າຂຶ້ນ.

ສະຖາບັນສຶກສາດ້ານອາວະກາດ Goddard ຂອງອົງການ NASA ທີ່ນີວຢອກກ່າວວ່າ
ການວິໃຈຂໍ້ມູນໃໝ່ ສະແດງໃຫ້ເຫັນວ່າ ອຸນນະພູມຂອງພື້ນຜີວໂລກຢູ່ໃນ ປີ 2011 ໄດ້
ຖີບຕົວຂຶ້ນ 0.52 ອົງສາແຊນສຽສ ສູງກວ່າອຸນນະພູມ ສະເລ່ຍ ທີ່ແທກຢູ່ໃນກາງສັດຕະ
ວັດທີ 20 ນັ້ນ.

ປີ 2010 ໄດ້ຖືກຈັດໃຫ້ເປັນປີທີ່ຮ້ອນທີ່ສຸດ ນັບແຕ່ປີ 1880 ເປັນຕົ້ນມາ.

ແຕ່ເຖິງຢ່າງໃດກໍຕາມ ນັກວິໃຈຈາກສະຖາບັນ Goddard ກໍໄດ້ເວົ້າວ່າ ການປ່ຽນແປງ
ຂຶ້ນໆລົງໆ ຂອງອາກາດໃນແຕ່ລະປີ ບໍ່ສໍາຄັນເທົ່າກັນກັບທ່າອ່ຽງເພີ້ມຂຶ້ນຂອງອາກາດ
ທີ່ໄດ້ ກວາມເອົາໄລຍະນຶ່ງທົດສະວັດ ຫລືດົ​ນກວ່ານັ້ນ. ການກວດເບິ່ງລາຍງານຂອງອົງ
ການ NASA ໄດ້ພົບວ່າ 11 ປີ ໃນຈໍານວນ 12 ປີທີ່ຮ້ອນເອົ້າທີ່ສຸດ ໃນປະຫວັດສາດ
ແມ່ນເກີດຂຶ້ນຢູ່ໃນສັດຕະວັດ ທີ 21 ນີ້ ຄື​ແຕ່​ປີ 2001 ຫາ 2011. ສ່ວນ​ອີກ​ປີ​ນຶ່ງ​ນັ້ນ
ແມ່ນ​ປີ 1998.

ພວກນັກວິທະຍາສາດຂອງອົງການ NASA ຍັງໄດ້ໃຫ້ຂໍ້ສັງເກດອີກວ່າມາ​ຮອດ​ປັດຈຸບັນ​ນີ້
ສັດຕະວັດທີ 21 ໄດ້ກາຍເປັນທົດສະວັດທີ່ຮ້ອນທີ່ສຸດ ຢູ່ໃນຮອບ 100 ປີທີ່ຜ່ານມາ.

ປີກາຍນີ້ ພວກນັກຄົ້ນຄວ້າຂອງອົງການ NASA ທີ່ໄດ້ດໍາເນີນການສຶກສາຄົ້ນຄວ້າອີກ
ບັ້ນນຶ່ງຕ່າງຫາກ ໄດ້ເຕືອນວ່າ ສັດຕະວັດທີ 21 ອາດຈະເປັນສັດຕະວັດ ທີ່ມີການປ່ຽນແປງ ຂອງດິນຟ້າອາກດຢ່າງວ່ອງໄວ ແລະສ້າງຄວາມຫາຍຍະນະ ຫລາຍທີ່ສຸດ ຖ້າຫາກວ່າ ສະ
ພາບໂລກຮ້ອນເອົ້າ ຫາກສືບຕໍ່ຖີບຕົວສູງຂຶ້ນໃນ ອັດຕາຄວາມໄວຂອງປັດຈຸບັນນີ້. ພວກ ນັກວິດທະຍາສາດຍັງໄດ້ທໍານາຍອີກວ່າ ຄົນເຮົາອາດຈະປະເຊີນສະພາບພະຍຸທີ່ຮ້າຍແຮງ
ແລະຖີ່ຫລາຍຂຶ້ນ, ນໍ້າຖ້ວມ ແລະໄພແຫ້ງແລ້ງທີ່ຮ້າຍແຮງ ແລະການປ່ຽນແປງຢ່າງໃຫຍ່
ຫລວງໃນການຕົກຂອງນໍ້າຝົນ ຫລາຍຂຶ້ນກວ່າເກົ່າ.

XS
SM
MD
LG