ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄວາມຫວັງ ຈະມີການຢຸດຍິງ ໃນຊີເຣຍ ມີໜ້ອຍລົງ


ທະຫານກອງທັບຊີເຣຍເສລີກໍາລັງໃຫ້ການປິ່ນປົວເດັກນ້ອຍ ທີ່ຖືກລະເບີດ ຢູ່ເມືອງ Aleppo, Syria.
ທະຫານກອງທັບຊີເຣຍເສລີກໍາລັງໃຫ້ການປິ່ນປົວເດັກນ້ອຍ ທີ່ຖືກລະເບີດ ຢູ່ເມືອງ Aleppo, Syria.
ການ​ໂຈມ​ຕີ​ຂອງລັດຖະບານ​ແລະ​ການສູ້​ລົບ​ກັນຢ່າງ​ດຸ​ເດືອດຍັງ​
ດຳ​ເນີນ ຢູ່​ຕໍ່​ມາ​ໃນຊີ​ເຣຍ ​ໃນ​ວັນ​ອັງຄານ​ມື້​ນີ້ ຂະນະ​ທີ່​ຄວາມ​ຫວັງ​
ກ່ຽວ​ກັບ​ການ ຢຸດ​ຍິງ​ນັ້ນ​ມີ​ໜ້ອຍ​ລົງ ​ໃນ​ລະຍະ​ການ​ສະ​ຫລອງ​ບຸນ​
ຂອງ​ຊາວ​ມຸສລິ​ມ​ໃນ​ອາທິດ​ນີ້.


ກຸ່ມ​ສິ້ງຊອດ​ສິດທິ​ມະນຸດ​ໃນຊີ​ເຣຍກ່າວ​ວ່າ ​ເຮືອບິນ​ໄດ້​ຖີ້ມລະ​
ເບີດໃສ່ຄຸ້​ມໆ​ນຶ່ງ ​ໃນເມືອງ Aleppo ​ແລະ​ກໍາລັງ​ຂອງ​ພວກ​ກະ
ບົດ ​ລາຍ​ງານ​ວ່າ ໄດ້​ທໍາ​ການ​ສູ້ລົ​ບກັບ​ກໍາລັງ​ທະຫານ​ລັດຖະ
ບານ ຢູ່ໃນ​ຫລາຍເຂດ​ຂອງ​ປະ​ເທດ.

ກຸ່ມ​ສິ້ງຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍ​ກ່າວ​ວ່າ ກະບົດ​ຜູ້​ນຶ່ງ​ໄດ້​ຖືກ​
ສັງຫານ ຈາກ​ການສູ້​ລົບກັນທີ່​ເມືອງ Aleppo ​ແລະ​ອົງການ​
ຂ່າວ​ຝຣັ່ງ ກ່າວ​ວ່າຢ່າງ​ໜ້ອຍ​ພວກ​ກະບົດ​ສອງ​ຄົນ​ໄດ້​ຖືກ​ສັງຫານ ​ໃນ​ການ​ປະ​ທະ​ກັນເລັກ
ນ້ອຍຢູ່ນອ​ກນະຄອນຫລວງ Damascus. ມີ​ລາຍ​ງານວ່າ​ໄດ້​ຍິນ​ສຽງ ປືນ​ດັງ​ຂຶ້ນ​ຢູ່​ໃນ​ນະ
ຄອນ​ຫລວງຂອງ​ຊີ​ເຣຍ.

ນອກ​ນັ້ນ ຍັງມີ​ລາຍ​ງານວ່າ ​ໄດ້​ເກີດການ​ປະ​ທະ​ກັນ ຢູ່​ທີ່ແຂວງ Deir Ezzor ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ​ແລະ​ຢູ່​ທີ່​ແຂວງ Daraa ​ໃນພາກໃຕ້​ຂອງຊີ​ເຣຍ.

ການ​ສູ້ລົບກັນ​ເກີ​ດຂື້ນບໍ່​ເທົ່າ​ມື້​ກ່ອນ​ໜ້າບຸນ Eid al-Adha ​ໃນ​ຂະນະ​ທີ່ທູດ​ສັນຕິພາບ​ນາໆ​ຊາດ ທ່ານ Lakhdar Brahimi ​ໄດ້​ສະ​ເໜີ​ໃຫ້​ມີ ການ​ຢຸດ​ຍິງ. ຫົວໜ້າກຳລັງ​ຮັກສາ​ສັນຕິພາບສະຫະ​ປະຊາ​ຊາດກ່າວ​ວ່າ ທ່ານກໍາລັງ​ຕຽມ​ພ້ອມ​ໃນ​ກໍລະນີ​ທີ່​ການ​ຢຸດ​ຍິງ​ມີ​ຂຶ້ນຢູ່​ໃນຊີ​ເຣ​ຍ.

ກ່ຽວຂ້ອງກັນ

XS
SM
MD
LG