ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຂື່ອນ ໄຊຍະບູລີ ມີຄວາມກ້າວໜ້າ ໃນການກໍ່ສ້າງ 60 ເປີເຊັນ ຂອງແຜນການ ທີ່ວາງໄວ້


ສະຖານທີ່ກໍ່ສ້າງເຂື່ອນ ໄຊຍະບູລີ
ສະຖານທີ່ກໍ່ສ້າງເຂື່ອນ ໄຊຍະບູລີ

ການກໍ່ສ້າງເຂື່ອນໄຟຟ້າ ໄຊຍະບູລີ ຄືບໜ້າແລ້ວ 60 ເປີເຊັນ ຂອງ ແຜນການ ແລະ ຄາດໝາຍວ່າຈະສຳເລັດທັງ 100 ເປີເຊັນ ໃນເດືອນຕຸລາ 2019 ແລະ ຈະເລີ່ມສົ່ງກະແສໄຟຟ້າຂາຍໃຫ້ ໄທ ໃນທ້າຍປີດຽວກັນ.

ທ່ານ ອານຸພາບ ວົງລະຄອນ ຮອງກົມການຜູ້ຈັກການບໍລິສັດໄຊຍະບູລີ ພາວເວີຣ ຈຳກັດ ຖະ ແຫຼງຢືນຢັນວ່າການກໍ່ສ້າງເຂື່ອນໄຟຟ້າ ໄຊຍະບູລີ ເທິງແນວແມ່ນ້ຳຂອງ ທີ່ໄດ້ເລີ່ມລົງມືກໍ່ສ້າງ ນັບຕັ້ງແຕ່ປີ 2012 ເປັນຕົ້ນມາ ຈົນເຖິງປະຈຸບັນໄດ້ຄືບໜ້າໄປແລ້ວ 60 ເປີເຊັນຂອງແຜນ ການທັງໝົດ ໂດຍຫຼ້າສຸດໄດ້ສຳເລັດການກໍ່ສ້າງຕົວເຂື່ອນຝັ່ງເບື້ອງຂວາ ແລະ ພວກດຳເນີນ ການກໍ່ສ້າງເຮືອຈັກ ແລະ ຕົວເຂື່ອນຝັ່ງເບື້ອງຊ້າຍ ຊຶ່ງເປັນໄປຕາມແຜນການທີ່ວາງໄວ້ ຈຶ່ງ ເຊື່ອໝັ້ນວ່າການກໍ່ສ້າງເຂື່ອນ ໄຊຍະບູລີ ຈະສຳເລັດທັງ 100 ເປີເຊັນ ໃນເດືອນຕຸລາ 2019 ແລະ ເລີ່ມສົ່ງກະແສໄຟຟ້າຂາຍໃຫ້ ໄທ ນັບແຕ່ທ້າຍປີ 2019 ເປັນໄລຍະເວລາ 29 ປີ.

ຕົວຢ່າງ ເຂື່ອນໄຊຍະບູລີ.
ຕົວຢ່າງ ເຂື່ອນໄຊຍະບູລີ.

ໂຄງການເຂື່ອນໄຟຟ້າ ໄຊຍະບູລີ ຈະສາມາດຜະລິດພະລັງງານ ໄຟຟ້າໄດ້ 1,285 ເມກະວັດ ໂດຍໃນນີ້ຈະສົ່ງຂາຍໃຫ້ການໄຟຟ້າ ຝ່າຍຜະລິດແຫ່ງປະເທດ ໄທ 1,225 ເມກະວັດ ຫຼື ຄິດເປັນພະລັງ ງານໄຟຟ້າສະເລ່ຍ 6,929 ລ້ານກິໂລວັດ/ໂມງຕໍ່ປີ ແລະ ຄິດເປັນ ມູນຄ່າການສົ່ງອອກພະລັງງານໄຟຟ້າເຖິງ 15,000 ລ້ານບາດໃນ ແຕ່ລະປີ ຫຼື ຫຼາຍກວ່າ 435,000 ລ້ານບາດ ໃນຕະຫຼອດໄລຍະ 29 ປີ ສ່ວນທີ່ເຫຼືອອີກ 60 ເມກະວັດນັ້ນຈະນຳໃຊ້ພາຍໃນປະເທດ ລາວ.

ໂຄງການກໍ່ສ້າງເຂື່ອນໄຟຟ້າ ໄຊຍະບູລີ ມູນຄ່າໃນການລົງທຶນ ລວມເຖິງ 3,800 ລ້ານໂດລາໂດຍເປັນການຮ່ວມທຶນລະຫວ່າງ 4 ບໍລິສັດ ຈາກ ໄທ ກໍຄື ກຸ່ມບໍລິສັດ ຊ. ການຊ່າງຈຳກັດ (ມະຫາຊົນ), ບໍລິສັດ ນະທີ ຊີນເນີຣ໌ຢິ່ ຈຳກັດ, ບໍລິສັດ ຜະລິດໄຟຟ້າຈຳກັດ (ມະຫາຊົນ) ແລະ ບໍລິສັດ ພີທີ ຄອນສຕຣັກຊັ່ນ ແອນດ໌ ອິຣິເກ ຊັ່ນຈຳກັດ ໂດຍຖືຫຸ້ນລົງທຶນໃນສັດສ່ວນ 57.5 ເປີເຊັນ, 12.5 ເປີເຊັນ ແລະ 5 ເປີເຊັນຕາມ ລຳດັບ.

ແຕ່ຢ່າງໃດກໍຕາມ ໂຄງການເຂື່ອນ ໄຊຍະບູລີ ກໍຖືກຄັດຄ້ານຈາກເຄືອຂ່າຍອົງການອະນຸລັກ ສິ່ງແວດລ້ອມ ທຳມະຊາດຢ່າງກວ້າງຂວາງ ເນື່ອງຈາກເປັນໂຄງການທີ່ກໍ່ສ້າງເທິງແນວນ້ຳ ຂອງ ຈຶ່ງເຮັດໃຫ້ມີຄວາມຢ້ານກົວວ່າ ຈະສົ່ງຜົນກະທົບທັງຕໍ່ສັດນ້ຳ ແລະ ດິນຕະກອນ ທີ່ເປັນ ທັງແຫຼ່ງອາຫານຂອງສັດນ້ຳ ແລະ ເປັນປຸ໋ຍທີ່ອຸດົມສົມບູນສຳລັບການປູກພືດສະບຽງອາຫານ ໃນລຸ່ມແມ່ນນ້ຳຂອງດ້ວຍ ຊຶ່ງຕໍ່ກໍລະນີດັ່ງກ່າວນີ້ ກໍໄດ້ຮັບການຢືນຢັນຈາກທາງການ ລາວ ແລະ ຜູ້ລົງທຶນໃນໂຄງການເຂື່ອນໄຊຍະບູລີ ວ່າ ໄດ້ປ້ອງກັນບັນຫາ ແລະ ຜົນກະທົບຕ່າງໆ ຢ່າງໄດ້ມາດຕະຖານສາກົນແລ້ວ ດັ່ງທີ່ທ່ານ ສຸລິວົງ ດາລາວົງ ລັດຖະມົນຕີປະຈຳສຳນັກ ງານນາຍົກລັດຖະມົນຕີ ໄດ້ໃຫ້ການຢືນຢັນວ່າ.

ເຂື່ອນໄຊຍະບູລີ
ເຂື່ອນໄຊຍະບູລີ

“ໃນເບື້ອງຕົ້ນນີ້ຫຼາຍໆພາກສ່ວນມີຄວາມເປັນຫ່ວງວ່າ ເຂື່ອນໄຟ ຟ້ານຳ້ຕົກ ໄຊຍະບູລີ ນີ້ຈະເຮັດໃຫ້ເສຍລະບົບນິເວດຕ່າງໆ ມັນ ຈະກະທົບປາ ກະທົບນ້ຳໄສ ນ້ຳຂຸ້ນ ກະທົບການເດີນເຮືອ ຄວາມ ເປັນຫ່າວງເຫຼົ່ານີ້ ພວກຂ້າພະເຈົ້າໄດ້ກັບກຳໝົດເທົ່າທີ່ຂ້າ ພະ ເຈົ້າກຳໄດ້ນີ້ມີ 270 ກວ່າບັນຫາ ໄດ້ນຳເອົາ 270 ກວ່າບັນຫາ ນີ້ມາວິໄຈ ໂດຍນັກຊ່ຽວ ຊານທີ່ມີຊື່ສຽງຂອງໂລກ ຈົນມາຮອດ ດຽວນີ້ນີ່ ນັກຊ່ຽວຊານ ກໍໄດ້ຂະໜານນາມເຂື່ອນ ໄຟຟ້ານຳ້ຕົກ ໄຊຍະບູລີ ນີ້ວ່າເປັນເຂື່ອນ Transparent ຫຼືແປຄວາມນີ້ວ່າ ໂປ່ງໄສ.”

ທັງນີ້ໂດຍລັດຖະບານ ລາວ ໄດ້ວາງເປົ້າໝາຍການພັດທະນາທາງ ດ້ານພະລັງງານ ໃນຊ່ວງປີ 2016 - 2020 ໄວ້ວ່າຈະຊຸກຍູ້ ແລະ ສົ່ງເສີມໃຫ້ບໍລິສັດຕ່າງຊາດເຂົ້າມາລົງທຶນສ້າງເຂື່ອນໃນ ລາວ ໃຫ້ໄດ້ເຖິງ 19 ໂຄງການຊຶ່ງຈະ ເຮັດໃຫ້ຄວາມສາມາດໃນການຜະລິດກະແສໄຟຟ້າຂອງ ລາວ ເພີ່ມຂຶ້ນເຖິງ 30,000 ລ້ານກິ ໂລວັດ/ໂມງໃນປີ 2020 ທີ່ເປັນໄລຍະສິ້ນສຸດຂອງແຜນການພັດທະນາເສດຖະກິດ-ສັງຄົມໄລ ຍະ 5 ປີຄັ້ງທີ 8.

ໂດຍປະຈຸບັນ ປະເທດ ລາວ ມີແຫຼ່ງຜະລິດໄຟຟ້າດ້ວຍພະລັງງານນຳ້ 37 ແຫ່ງ ແລະ ໂຮງງານ ຜະລິດໄຟຟ້າດ້ວຍພະລັງງານຄວາມຮ້ອນຈາກຖ່ານ ລິກໄນທ໌ 1 ແຫ່ງມີກຳລັງຕິດຕັ້ງລວມ 6,264 ເມກະວັດທີ່ສາມາດຜະລິດພະລັງງານໄຟຟ້າໄດ້ 33,315 ລ້ານກິໂລວັດ/ໂມງຕໍ່ປີເພີ່ມ ຂຶ້ນເຖິງ 200​ ເທົ່າທຽບໃສ່ປີ 1975 ແລະ ຖ້າຫາກວ່າສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ແທ້ ກໍຈະເຮັດໃຫ້ ລາວ ມີແຫຼ່ງຜະລິດໄຟຟ້າເພີ່ມຂຶ້ນເປັນ 57 ແຫ່ງມີກຳລັງຕິດຕັ້ງລວມ 9,764 ເມກະວັດທີ່ຜະລິດໄຟຟ້າໄດ້ເຖິງ 63,315 ລ້ານກິໂລວັດ/ໂມງຕໍ່ປີ.

ທັງນີ້ໂດຍລັດຖະບານ ລາວ ໄດ້ລົງນາມໃນບັນທຶກຄວາມເຂົ້າໃຈຮ່ວມກັບບັນດາເອກະຊົນ ລາວ ແລະ ຕ່າງຊາດ ກ່ຽວກັບ ການພັດທະນາແຫຼ່ງຜະລິດພະລັງງານໄຟຟ້າໄປແລ້ວເຖິງ 357 ໂຄງ ການ ມີກຳລັງຕິດຕັ້ງລວມເຖິງ 26,147 ເມກະວັດ ຄິດເປັນກຳລັງການຜະລິດກະແສໄຟ ຟ້າ ລວມເຖິງ 115,118 ລ້ານກິໂລວັດ/ໂມງ.

XS
SM
MD
LG