ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການຮັກສາປູປາໄວ້ ແມ່ນເລີ້ມຂຶ້ນ ຈາກເຮືອນຄົວ ເຮົາເອງ


Saving Global Fish Stocks Starts in the Kitchen
please wait

No media source currently available

0:00 0:02:26 0:00

ເບິ່ງວີດີໂອເລື້ອງນີ້

ໃນ​ຂະນະ​ທີ່​ມີ​ການ​ກະ​ປະມານ​ກັນ​ວ່າ 90 ​ເປີ​ເຊັນ​ຂອງພວກປາ
ໃຫຍ່ໃນໂລກ ​ໄດ້​ສູນ​ພັນ​ໄປ​ແລ້ວ ບັດ​ນີ້​ ມີຜູ້ຄົນໃນຈຳນວນ​ເພີ້​ມ
ຂຶ້ນ ຢູ່ໃນ​ວົງ​ການ​ອຸດສາຫະກຳ​ອາຫານ​ທະ​ເລ ກຳລັງ​ຍຶດ​ເອົາ​
ແນວ​ຄວາມ​ຄິດ​ຂອງ​ການ​ປະມົງ​ທີ່​ຍືນ​ຍົງ​ແລະ​ການ​ເຮັດ​ຟາ​ມ
ລ້ຽງ​ປາ. ນັກ​ຊີ​ວະ​ວິທະຍາ​ທາງ​ທະ​ເລ​ອາ​ເມຣິກັນ​ຄົນ​ນຶ່ງ ທີ່​ປ່ຽນ
​ອາຊີບ ​ມາ​ເປັນ​ເຈົ້າ​ຂອງ​ຮ້ານອາຫານ​ໃນ​ໄທ ກຳລັງ​ເຜີຍ​ແຜ່​ຂ່າວ
​ດັ່ງກ່າວໄປ​ຍັງ​ບັນດາ​ຫົວໜ້າ​ຄົວ​ນຳ​ກັນ ແລະ​ພວກ​ລູກ​ຄ້າ. ສິງ​
ຈະ​ນຳ​ເອົາ​ລາຍ​ງານ​ເລື້ອງ​ນີ້ ​ຈາກ​ນາຍ Steve Herman ຜູ້​ສື່
​ຂ່າວ​ວີ​ໂອ​ເອ ທີ່​ບາງກອກ​ ມາສະ​ເໜີ​ທ່ານ​.

ນາຍ Billy Marinelli ອະດີດ​ຜູ້​ແກະ​ຫອຍ​ນາງ​ລົມ ​ເປັນ​ຜູ້​ກະຕືລີ​ລົ້ນ​ດ້ານ​ສະພາບ​ແວດ​ລ້ອມ ກຳລັງ​ສັ່ງສອນ​ຄົນໃຫ້​ຮັກສາສິ່ງນຶ່ງເອົາໄວ້​ ຊຶ່ງບໍ່ແມ່ນຈິດວິນ​ຍານຂອງຕົນເອງ ແຕ່
ໃຫ້​ຮັກສາ​ທະ​ເລ​ໄວ້. ນາຍ Marinelli ​ເປັນຄົນ​ພື້ນ ​ເມືອງ​ຈາກ​ລັກ​ນີວຢອກ ກຳລັງ​ເປັນ​ນັກ​ເຄື່ອນ​ໄຫວ​ ຊັກ​ຊວນໃຫ້​ຜູ້​ຄົນ​ເຊົາ​ກິນ​ປາ ​ແລະ​ສັດທະ​ເລ​ອື່ນໆ ທີ່​ກຳລັງມີຈຳນວນຫຼຸດນ້ອຍ
ຖອຍລົງ​ຢ່າງ​ໄວ​ນັ້ນ.

ບັນດາ​ນັກວິທະຍາສາດເຕືອນ​ວ່າ ​ໃນ​ອັດຕາ​ການ​ເຄື່ອນ​ໄຫວ​ຂອງ​ການ​ຫາ​ປາໃນ​ປັດຈຸບັນ ​ພວກມະຫາ​ສະມຸດຈະ​ບໍ່​ມີ​ປາ​ພັນ​ຕ່າງໆ​ທີ່ສຳຄັນ​ສຳ ລັບເປັນ​ການ​ຄ້າ ກ່ອນ​ປີ 2050. ນາຍ Marinelli ກ່າວວ່າ​ໃນ​ແງ່​ດ້ານ​ສະພາບ​ແວດ​ລ້ອມ​ແລ້ວ ອັນນີ້​ຈະ​ເປັນ​ “ການ​ສິ້ນ​ສຸດ​ລົງ​ຂອງ​ໂລກ ດັ່ງ​ທີ່​ພວກ​ເຮົາ​ຮູ້ຈັກ​ນັ້ນ.”

ນາຍ Marinelli ກ່າວ​ວ່າ “ ຜູ້​ຄົນ​ພາກັນຕົກໃຈ​ເມື່ອໄດ້ຍິນຂ່າວນີ້ ​ແລະເວົ້າວ່າ
“​ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ບໍ່​ຮູ້ຈັກ​ເລື້ອງ​ນີ້? ​ເປັນ​ຫຍັງຂ້ອຍ​ຈຶ່ງ​ບໍ່​ໄດ້​ຍິນ​ເລື້ອງ​ນີ້? ​ເປັນ
​ຫຍັງ​ຂ່າວ​ນີ້​ຈຶ່ງບໍ່​ຢູ່​ໃນ​ໜ້າ​ປົກ​ຂອງ ໜັງສືພິມ Bangkok Post ຫຼື​ຢູ່​ໃນ​ຂ່າວ
CNN ທົ່ວ​ໄປ? ​ເປັນ​ຫຍັງ ພວກ​ເຮົາ​ຈຶ່ງ​ບໍ່​ຍິນ​ຂ່າວ​ນີ້​ ຕື່ມ​ອີກ?”

ທີ່ ​ບາ​ຫອຍ​ນາງ​ລົມ​ ຫຼື Oyster Bar ຂອງ​ລາວທີ່​ບາງກອກ ນາຍ Marinelli ກ່າວ​ຊີ້​ແຈງ​
ວ່າ ການ​ເປີດ​ເຜີຍ​ຂ່າວ​ຂອງ​ລາວໄດ້​ມີ​ຂຶ້ນ ເມື່ອ 6 ປີຜ່ານມາ ​ເວລາ​ລາວ​ອ່ານ​ປຶ້ນຫຼາຍ​ຫົວ​ກ່ຽວ​ກັບ​ເລື້ອງ​ນີ້ ​ແລະ ຕັດສິນ​ໃຈ​ເຊົາ​ຊື້​ປາ​ຊະນິດ​ໃດ​ກໍ​ຕາມ ທີ່​ລາວ​ສາມາດ​ຈັບບາຍ​ໂຕ
​ປາ​ໄດ້.

ນາຍ Marinelli ກ່າວ​ວ່າ” ປາ​ຂອງ​ຂ້ອຍ​ທີ່​ອອກ​ມາ​ຈາກຫ້ອງ​ຄົວ ທີ່​ນີ້ ທັງ​ໝົດ​ແມ່ນ​
ມາ​ຈາກ​ການ​ຕຶກ​ເບັດ​ຕຶກມອງ​ ຕຶກ​ກ່ອງ​ເອົາ. ​ແລະ​ພວກ ມອງ​ເຫຼົ່າ​ນີ້ ​ແມ່ນ​ເຮັດ​ໂດຍ​ພວກ​ຊາວ​ປະມົງ​ເອງ ຄື​ພວກ​ເຂົາ​ເຈົ້າ​ໄປ​ໃສ່ ມອງ​ເຫຼົ່າ​ນີ້​ໄວ້ ​ແລ້ວ​ປະມານ​ນຶ່ງ​ຊົ່ວ​ໂມງ
ຫຼືສອງ​ຊົ່ວ​ໂມງ ຕໍ່​ມາ ພວກ​ເຂົາ​ເຈົ້າ​ກັບ​ຄືນ​ໄປຢາມ​ມອງ ​ແລະ​ໄດ້​ປາສົດ ​ໃນ​ຂະນະ​
ທີ່ ມັນ​ຍັງລອຍ​ຫຼື​ຍັງ​ເປັນ​ຢູ່.”

ນາງ Nan Bunyasaranand ທີ່​ເປັນ​ເຈົ້າ​ຂອງ​ຮ້ານ​ອາຫານ Little Beast ​ໃນ​ບາງກອກ ​ໄດ້​ຍິນ​ຂ່າວ ​ກ່ຽວ​ກັບ​ການ​ສັ່ງສອນ​ທີ່​ຍືນ​ຍົງ​ຂອງ​ນາຍ Marinelli ຮວມທັງ​ຄວາມ​ເປັນ​ຫ່ວງ​ຕ່າງໆ​ຂອງ​ລາວ​ກ່ຽວ​ກັບ​ສິ່ງ​ເຈືອ​ປົນຫຼື​ສິ່ງ​ເປິ​ເປື້ອນ ​ໃນ​ໝູ່​ປາ​ຕ່າງໆທີ່​ລ້ຽງ​ຢູ່​ໃນ​ຟາ​ມ ​ເຊັ່ນ​ປາ salmon ນັ້ນ.

ນາງ Nan Bunyasaranand ຊຶ່ງ​ເປັນ​ຫົວໜ້າ​ຄົວ ກ່າວ​ວ່າ “ມີ​ອຸດສາຫະກຳລ້ຽງປາ
​ໃນ​ຟາ​ມຫຼາຍ​ແຫ່ງ​ໃນ​ໄທ ຊຶ່ງ​ຂ້າພະ​ເຈົ້າ​ໄດ້​ໃຊ້ປານີ້​ມາ​ກ່ອນ ​ແລະ​ຄຸນ​ນະພາ​ບຂອງ​
ປາ​ເຫຼົ່ານີ້​ບໍ່​ດີ​ພໍ. ປາ salmon ທີ່​ຂ້າພະ​ເຈົ້າ​ເຄີຍ​ໃຊ້ນັ້ນ ​ແມ່ນ​ເວລາ​ທີ່​ຂ້າພະ​ເຈົ້າ​ຍັງ​ສາວ ​ແລະ​ປາ salmon ສູ່​ມື້​ນີ້ ແມ່ນ​ແຕກ​ຕ່າງ​ກັນ​ຫຼາຍ​ກັບ​ແຕ່​ກ່ອນ
.

ນາງ ​ໃຫ້​ຄຳ​ແນະນຳ ​ໃຫ້​ພວກ​ຫົວໜ້າ​ຄົວ​ທີ່​ມີ​ຄວາມ​ລອບ​ຄອບ​ນັ້ນ ​ຮູ້​ຈັກວິທີ​ເລີ້ມ​ຕົ້ນ ​ໄປ​ຕາມ​ເສັ້ນທາງ​ຂອງ​ການ​ມີ​ປາ​ທີ່​ຍືນ​ຍົງ​.

ນາງ Bunyasaranand ກ່າວ​ວ່າ “ຖ້າ​ພວກ​ເຮົາ​ຄຶດ​ທາງ​ສ່ວນ​ຕົວ​ວ່າ ມັນ​ດີພໍ​ສຳລັບ
​ເຮົາ​ກິນ ​ແລະ​ລ້ຽງ​ຄອບ​ຄົວຂອງ​ເຮົາ​ເລ້​ວ ຂ້າພະ​ເຈົ້າ​ເຊື່ອວ່າ ອັນ​ນັ້ນ​ແມ່ນ​ພື້ນຖານ​ສຳຄັນ ​ແມ່ນ​ບໍ່?”

ນາຍ Steve Herman ນັກ​ຂ່າວ​ວີ​ໂອ​ເອກ່າວ​ວ່າ “ພວກ​ສະໜັບສະໜຸນຂະ​ບວນການ​
ທີ່​ບໍ່​ມີ​ປະສົບ​ການ ​ ຈະຮູ້ຈັກ​ວ່າ ຄວາມສຳ​ເລັດ​ມີ​ຂຶ້ນໃນ​ເມື່ອ​ໃດ ຫຼັງ​ຈາກ​ຜູ້​ຄົນ​ທີ່ມັກ
ກິນ​ອາຫານ​ທະເລຈາກ​ທົ່ວ​ໂລກ ບໍ່​ເຫັນ​ປູ​ປາ ທີ່​ຈັບ​ມາ​ບໍ່ໄດ້​ອີກ​ແລ້ວ​ເທົ່າ​ນັ້ນ ເປັນ​ສິ່ງ​
ຈະເລີ​ນອາຫານ​ຂອງ​ເຂົາ​ເຈົ້າ.”

ວີດີໂອກ່ຽວຂ້ອງ: ອຸດສາຫະກຳອາຫານທະເລໄທ ປະຕິເສດວ່າ ບໍ່ມີການພົວພັນກັບ ການຄ້າມະນຸດ

Thailand Seafood Industry Denies Links to Human Trafficking
please wait

No media source currently available

0:00 0:02:38 0:00

XS
SM
MD
LG