ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກແມ່ຍິງ ຊາອຸດີ ອາຣາເບຍ ພາກັນ ໄປປ່ອນບັດ ເລືອກຕັ້ງ ເທື່ອທຳອິດ


ແມ່ຍິງ ຊາອຸດີ ອາຣາເບຍ ນາງ Fawzia al-Harbi ຜູ້ສະມັກເປັນ ສະມາຊິກສະພາເທດສະບານ ທ້ອງຖິ່ນຄົນໜຶ່ງ ກຳລັງຫາສຽງ.
ແມ່ຍິງ ຊາອຸດີ ອາຣາເບຍ ນາງ Fawzia al-Harbi ຜູ້ສະມັກເປັນ ສະມາຊິກສະພາເທດສະບານ ທ້ອງຖິ່ນຄົນໜຶ່ງ ກຳລັງຫາສຽງ.

ພວກແມ່ຍິງ ຊາ​ອຸ​ດີ ອາ​ເຣ​ເບຍ ກຳລັງ​ພາກັນ​ໄປ​ປ່ອນ​ບັດລົງ​ຄະ
​ແນນເປັນ​ເທື່ອທຳ​ອິດ ຢູ່​ໃນ​ການ​ເລືອກ​ຕັ້ງ​ເທດສະບານທີ່​ຍັງມີ
ບັນດາແມ່ຍິງ ພາກັນສະມັກ​ເອົາ​ບ່ອນ​ນັ່ງ​ຢູ່​ໃນ​ສະພາ​ທ້ອງ​ຖິ່ນ
ນຳ​ດ້ວຍ.

ພວກຜູ້​ຊາຍແລະແມ່ຍິງໄດ້​ເຂົ້າໄປ​ໃນ​ໜ່ວຍ​ປ່ອນ​ບັດຕ່າງໆ ທີ່​
ມີ​ການ​ແຍກ​ກັນ ຢູ່​ໃນ​ທົ່ວ​ປະ​ເທດ ​ເລີ້ມ​ແຕ່​ 8:00 ​ໂມງ​ເຊົ້າ ຕາ​ມ
​ເວລາ​ທ້ອງຖິ່ນ​ໃນ​ວັນ​ເສົາ​ມື້​ນີ້ ​ເວລາ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ຢ່າງ​
ເປັນ​ທາງ​ການ​ເລີ້ມຂຶ້ນນັ້ນ.

ການ​ປ່ຽນ​ແປງ​ດັ່ງ​ກ່າ​ວ ແມ່ນ​ເປັນ​ພາກສ່ວນນຶ່ງ​ຂອງ​ມູນ​ມໍລະດົກ
ມື້​ລາງກະສັດ Abdullah. ກະສັດ Abdullah ​ທີ່​ໄດ້​ສີ້​ນພະ​ຊົນ​ໃນ​ເດືອນ​ມັງກອນ ​ໄດ້​ອອກ ພະລາດ​ຊະ​ດຳລັດ​ໃນ​ປີ 2011 ອະນຸຍາດ​ໃຫ້​ພວກ​ແມ່ຍິງ​ປ່ອນ​ບັດ​ໄດ້ “​ເລີ້ມ​ຈາກການ​ເລືອ​ກຕັ້ງຊຸດ​ຕໍ່​ໄປ ພວກ​ແມ່ຍິງ​ມີ​ສິດສະ​ເໜີ​ຊື່ເຂົາ​ເຈົ້າ​ເອງ ເພື່ອເປັນ​ສະມາຊິກ ສະພາເທດສະບານ.

ການ​ໂຄສະນາ​ຫາ​ສຽງ ບໍ່ເປັນເລື້ອງງ່າຍ​ເລີຍ​ສຳລັບບັນດາ​ຜູ້​ສະມັກ​ແມ່ຍິງ. ຊາ​ອຸ​ດີ ອາຣາ​
ເບຍ ມີ​ກົດ​ລະບຽບ​ເຄັ່ງ​ຄັດ​ກ່ຽວ​ກັບການ​ແບ່ງ​ແຍກທາງເພດເພາະສະ ​ນັ້ນ ພວກ​ແມ່ຍິງຈຶ່ງ​
ບໍ່​ສາມາດ​ໂຄສະນາ​ຫາ​ສຽງ​ ກັບບັນດາ​ຜູ້​ມີ​ສິດປ່ອນ​ບັດທີ່​ເປັນ​ຜູ້​ຊາຍຢ່າງ​ໜ້ອຍ​ຕ້ອງມີ​ຜ້າ​
ກັ້ງ​ກັ້ນ​ເອົາ​ໄວ້. ມີ​ທາງ​ດຽວ​ທີ່​ເຂົາ​ເຈົ້າຈະ​ສາມາດ​ສົນທະນາ​ ກັບບັນດາ​ຜູ້​ມີ​ສິດປ່ອນ​ບັດ​ໄດ້
ກໍ​ຄື​ຜ່ານ​ຜູ້​ຊາຍ​ທີ່​ເປັນ​ຍາດຕິ​ພີ່ນ້ອງ.

Saudi Women to Vote in Elections for First Time
please wait

No media source currently available

0:00 0:01:09 0:00

ນາງ Fawzeya al-Harbi ຜູ້​ສະມັກ​ເປັນສະມາຊິກ​ສະພາເທ​ດສະບາ​ນທ້ອງ​ຖິ່ນກ່າວ​ວ່າ
“ພວກ​ເຮົາ​ໄດ້ລໍຖ້າໂອກາດ​ດັ່ງກ່າວມາເປັນ​ເວລາ 10 ປີ​ແລ້ວ. ສິບ​ປີ ​ເພື່ອ​ໃຫ້​ພວກ​ແມ່ຍິງ​
ປະກອບສ່ວນ​ເຂົ້າຮ່ວມໃນ​ການ​ຕັດສິນ​ໃຈ​ທາງການ​ ເມືອງ ​ແລະດ້ານສັງຄົມ​ຂອງ​ປະ​ເທດ.”

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ກ່າວ​ວ່າ ມັນ​ຍັງເປັນ​ການ​ຍາກ​ຫລາຍ​
ສຳລັບ​ພວກ​ແມ່ຍິງໄປ​ຈົດ​ທະບຽນ​ສຳລັບ​ປ່ອນ​ບັດ.

Saudi Arabia Women
please wait
Embed

No media source currently available

0:00 0:00:41 0:00

XS
SM
MD
LG