ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ກ່າວວ່າ ການໂຈມຕີ ນຳພາໂດຍ ຊາອຸດີ ອາຣາເບຍ ແນເປົ້າໝາຍໃສ່ ພົນລະເຮືອນເຢເມັນ


ຊາຍຄົນໜຶ່ງຢືນຢູ່ເທິງ ຊາກຫັກພັງ ຂອງເຮືອຫຼັງໜຶ່ງ ທີ່ຖືກທຳລາຍ ໂດຍການໂຈມຕີທາງອາກາດ ທີ່ນຳພາໂດຍຊາອຸດີ ອາຣາເບຍ ໃນເມືອງ Houdieda ທີ່ເປັນເມືອງທ່າ ທະເລແດງ ຂອງເຢເມັນ, ວັນທີ 21 ທັນວາ 2015.
ຊາຍຄົນໜຶ່ງຢືນຢູ່ເທິງ ຊາກຫັກພັງ ຂອງເຮືອຫຼັງໜຶ່ງ ທີ່ຖືກທຳລາຍ ໂດຍການໂຈມຕີທາງອາກາດ ທີ່ນຳພາໂດຍຊາອຸດີ ອາຣາເບຍ ໃນເມືອງ Houdieda ທີ່ເປັນເມືອງທ່າ ທະເລແດງ ຂອງເຢເມັນ, ວັນທີ 21 ທັນວາ 2015.

ຫົວໜ້າດ້ານສິດທິມະນຸດ ຂອງອົງການສະຫະປະຊາຊາດ ກ່າວ
ວ່າ ແນວໂຮມທະຫານທີ່ນຳພາໂດຍຊາອຸດີ ອາຣາເບຍ ໃນເຢເມັນ
ປາກົດວ່າ​ເປັນ​ຜູ້ຮັບຜິດຊອບ ​ໃນການໂຈມຕີ ຕໍ່ພົນລະເຮືອນ ທີ່
ເຫັນວ່າ “ບໍ່ສົມສ່ວນ” ຢູ່ໃນປະເທດທີ່ພວມ​ມີ​ການ​ສູ້​ລົບ​ກັນ​ຢູ່​ນັ້ນ.

ທ່ານ Zeid Raad al-Hussein ຂ້າ​ຫຼວງ​ໃຫຍ່​ດ້ານ​ສິດທິ​ມະນຸດ​
ຂອງ ສະຫະ​ປະຊາ​ຊາດ ລາຍງານຕໍ່ສະພາຄວາມໝັ້ນຄົງ ອົງການ
ສະຫະປະ ຊາຊາດ ໃນວັນອັງຄານວານນີ້ ວ່າ ການໂຈມຕີ ທາງ
ອາກາດແລະປືນ ໃຫຍ່ ທີ່ນຳພາໂດຍຊາອຸດີ ອາຣາເບຍ ຊຶ່ງໄດ້ເລີ້ມ
ຂຶ້ນເມື່ອຕົ້ນປີນີ້ ໄດ້ແນເປົ້າໝາຍໃສ່ເຂດຕ່າງໆ ຂອງພົນລະເຮືອນ
ແລະ ໄດ້ນຳໄປສູ່ການທຳ ລາຍໂຮງໝໍ ແລະ ໂຮງຮຽນຈຳ​ນວນ​ນຶ່ງ.

ທ່ານ Zeid ໄດ້ກ່າວຖະແຫລງສອງມື້ຫຼັງຈາກການເຈລະຈາສັນຕິພາບ ທີ່​ໄດ້​ຮັບ​ຄວາມ
ອຸບປະຖຳໂດຍສະຫະ​ປະຊາ​ຊາດ ຢູ່ໃນປະເທດສະວິດເຊີແລນ ໄດ້ນຳເອົາບັນດາຜູ້ຕາງ
ໜ້າກຸ່ມກະບົດຊີໄອ ທີ່ໜູນຫຼັງໂດຍອີ ຣ່ານ ແລະ ກຸ່ມແນວໂຮມອາຣັບທີ່ນາໆຊາດຮັບຮູ້
ແລະ ສະໜັບສະໜູນ ປະທານາທິບໍດີ Abdu Rabu Mansour Hadi ເຂົ້າມາເຈລະຈາ
ຮ່ວມກັນ. ການເຈລະຈາດັ່ງກ່າວ ຊຶ່ງ​ມີ​ກຳນົດຈະ​ເລີ້ມຄືນ​ອີກ​ໃນ​ເດືອນ ມັງກອນຈະມາ
ເຖິງ​ນີ້ ໄດ້ສິ້ນສຸດລົງໂດຍປາດສະຈາກການຕົກລົງ​ໃດໆ ແລະເຕັມ​ໄປ​ດ້ວຍ ການລະເມີດ
ສັນຍາຢຸດຍິງ ຊ້ຳແລ້ວຊ້ຳອີກ ໂດຍສອງຝ່າຍ.

ທັງສອງຝ່າຍໄດ້ສູ້ລົບກັນ ຕັ້ງແຕ່ເດືອນມີນາ ເປັນຕົ້ນມາ ແລະ ຂໍ້ມູນຂອງສະຫະປະຊາຊາດ
ສະແດງໃຫ້ເຫັນວ່າ ມີປະຊາຊົນ ຫຼາຍກວ່າ 5,700 ຄົນ ສ່ວນໃຫຍ່ເປັນພົນລະເຮືອນ ໄດ້
ຖືກຂ້າຕາຍ ໃນບັນຫາຂັດແຍ່ງກັນນີ້.

ຂ້າ​ຫລວງ​ໃຫຍ່ Zeid ພ້ອມດ້ວຍທູດພິເສດຈາກເຢເມັນ ທ່ານ Ismail Ould Cheikh
Ahmed ໄດ້ເຂົ້າຮ່ວມການເປີດກອງປະຊຸມ ສະພາຄວາມໝັ້ນຄົງ ທີ່ໄດ້ກ່າວ​ເຖິງການ
ເຈລະຈາໃນທ້າຍສັບປະດາຜ່ານ​ມາ ໃນເມືອງ Magglingen ຂອງສະວິດເຊີແລນວ່າ ເປັນການເປີດເຜີຍໃຫ້ຮູ້ເຖິງ “ຄວາມແຕກແຍກກັນຢ່າງເລິກ​ເຊິ່ງລະຫວ່າງສອງຝ່າຍ
ກ່ຽວກັບ ເສັ້ນທາງໄປສູ່ສັນຕິພາບ ແລະຮູບຮ່າງຂອງຂໍ້ຕົກລົງໃນອະນາຄົດ.”

Yemen
please wait
Embed

No media source currently available

0:00 0:00:56 0:00

XS
SM
MD
LG