ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກະສັດຊາອູດີ ອາເຣເບຍ ຈະບໍ່ມາຮ່ວມ ກອງປະຊຸມ ສຸດຍອດ ສະຫະລັດ-ອາຫຣັບ


ກະສັດ Salman bin Abdul-Aziz Al Saud ແຫ່ງຊາອູດີ ອາເຣເບຍ
ກະສັດ Salman bin Abdul-Aziz Al Saud ແຫ່ງຊາອູດີ ອາເຣເບຍ

ທ່ານ Adel al-Jubeir ລັດຖະມົນຕີ​ຕ່າງປະ​ເທດ​ຊາ​ອູ​ດີ​ອາ​ເຣ
​ເບຍ ກ່າວໃນ​ວັນ​ອາທິດ​ວານ​ນີ້ວ່າ ກະສັດ Salman ​ແຫ່ງ​ຊາ​ອູ
​ດີ​ອາ​ເຣ​ເບຍ ຈະ​ບໍ່​ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ​ສຸດ ສະຫະລັດ-​ອາ
ຫຣັບ​ ທີ່​ປະທານາທິ ບໍດີ​ບາຣັກ ​ໂອ​ບາ​ມາ​ ຈະເປັນ​ເຈົ້າພາບ​ຈັດ
​ຂຶ້ນ​ໃນ​ສັບປະດາ​ນີ້ ​ໂດຍ​ໄດ້ລົບ​ລ້າງເຊັ່ນ​ກັນ ​ແຜນການ​ພົບ​ປະ
ກັນ​ຢູ່​ທີ່​ທຳນຽບຂາວ ທີ່​ໄດ້​ປະກາດ​ໃຫ້​ຮູ້ ​ພຽງ​ບໍ່​ເທົ່າ​ໃດ​ມື້ກ່ອນ
​ໜ້າ​ນີ້.

ກອງ​ປະຊຸມ​ສຸດ​ຍອດ​ດັ່ງກ່າວ ​ຈະ​ເລີ້ມ​ຂຶ້ນ​ໃນ​ວັນ​ພຸດ​ມື້ຮື​ນີ້ ​ໂດຍ​
ຈະ​ມີ​ຄະນະ​ຜູ້ຕາງໜ້າ​ມາ​ຈາກ 6 ປະ​ເທດ​ສະມາຊິກ​ຂອງ​ສະພາ​
ການ​ຮ່ວມ​ມື​ ໃນ​ເຂດ​ອ່າວ​ເປີ​ເຊຍ ​ມາ​ຢ້ຽມຢາມ​ທຳນຽບຂາວ ​ແລະຫຼັງ​ຈາກ​ນັ້ນ​ກໍຈະ​ທຳ
ການໂອ້​ລົມ​ສົນທະນາ​ກັນ ​ຕໍ່ໃນວັນ​ພະຫັດ ຢູ່​ສະຖານ​ທີ່ພັກຜ່ອນຂອງປະທານາທິບໍດີ
ສະຫະລັດ ​ທີ່ Camp David ນັ້ນ.

ທ່ານ Jubeir ກ່າວ​ວ່າ ກະສັດ Salman ​ຈະ​ສົ່ງ​ອົງ​ມົງກຸດ ​ເຈົ້າຊາຍ Mohammed bin Nayef ​ໄປ​ແທນ​ພະ​ອົງ. ທ່ານ Jubeirໄດ້ອ້າງ​ເຫດຜົນ​ວ່າ ​ກອງ​ປະຊຸມ​ສຸດ​ຍອດ​ດັ່ງກ່າວ
ເກີດ​ຂຶ້ນ ​ໃນ​ຊ່ວງ​ເວລາດຽວ​ກັນ​ກັບ​ ກຳນົດການ​ຢຸດ​ຍິງ​ ​ແລະ​ດຳ​ເນີນຄວາມ​ພະຍາຍາມ
ດ້ານ​ມະນຸ​ດສະ​ທຳ ເປັນ​ເວລາ​ຫ້າ​ມື້ໃນ​ປະ​ເທດ​ເພື່ອນບ້ານ ​ເຢ​ເມັນ ບ່ອນ​ທີ່ Saudi Arabia ​
ໄດ້​ນຳພາ​ໃນ​ການ​ໂຈມ​ຕີ​ທາງ​ອາກາດ ​ຕໍ່​ພວກ​ນັກ​ຕໍ່ສູ້​ຝ່າຍ​ກະບົດ​ ຕໍ່ຕ້ານ​ລັດຖະບານ​ນັ້ນ.

​ເຈົ້າ​ໜ້າ​ທີ່​ລັດຖະບານ​ໂອ​ບາ​ມາທ່ານ​ນຶ່ງ​ກ່າວ​ວ່າ ການ​ປ່ຽນ​ແປງ​ທີ່​ວ່າ​ນີ້ ບໍ່​ໄດ້ “ເປັນ​ການ
ຕອບ​ສະໜອງ​ຕໍ່​ບັນຫາ​ທີ່​ມີ​ແກ່ນສານ​ໃດໆ.”

​ເນື່ອງ​ຈາກ​ກະສັດ Salman ຈະ​ບໍ່​ມາ​ຮ່ວມ​ກອງ​ປະຊູມສຸດ​ຍອດຄັ້ງ​ນີ້ ກໍຈະ​ມີ​ແຕ່​ພວກ​ຜູ້ນຳ​
ປະ​ເທດກາ​ຕ້າ ​ແລະ​ Kuwait ​ເທົ່າ​ນັ້ນ ທີ່ຈະ​ເປັນ​ຫົວ​ໜ້ານຳ​ພາຄະ​ນະ​ຜູ້​ແທນ​ຂອງ​ຕົນ​ມາ
ຮ່ວມ. Emir ຫຼືກະສັດ Sabah Ahmad al-Sabah ​ແຫ່ງ Kuwait ​ໄດ້​ເດີນທາງ​ມາ​ຮອດ​
ວໍ​ຊິງ​ຕັນ​ແລ້ວ ​ໃນ​ວັນ​ອາທິດ​ວານ​ນີ້ ​ແລະ Emir ແຫ່ງ Qatar Sheikh Tamim bin Hamad Al Thani ​ມີກຳນົດ​ຈະ​ອອກ​ເດີນທາງ​ຈາກ Doha ​ໃນ​ວັນ​ຈັນ​ມື້​ນີ້.

Sultan Qabooss bin Said ​ແຫ່ງ Oman ​ແລະ​ປະທານາທິບໍດີ Khalifa bin Zayed al-Nahyan ​ແຫ່ງ​ສະຫະລັດ​ອາຫຣັບ Emirates ຈະ​ບໍ່​ມາ​ຮ່ວມ​ນຳ ຍ້ອນເຫດຜົນ​ດ້ານ
ສຸຂະພາບ. ສ່ວນ​ຄະນະ​ຜູ້​ແທນ​ຂອງ​ບາ​ເຣນ ​ແມ່ນ​ຈະ​ນຳພາ​ໂດຍ ອົງ​ມົງກຸດ ​ແທນ​ກະສັດ Hamad bi Isa Al-Khakifa. ບາ​ເຣນບໍ່​ໄດ້​ໃຫ້​ເຫດຜົນ​ໃດໆ.

Gulf Partners to Seek US Reassurances at Summit
please wait

No media source currently available

0:00 0:02:51 0:00

XS
SM
MD
LG