ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກະສັດອົງໃໝ່ ຂອງຊາອຸດີ ອາຣາເບຍ ສັນຍາ ຈະສືບຕໍ່ ນະໂຍບາຍເດີມ


Saudi, Yemen Developments Are Sudden Complications for Obama
please wait

No media source currently available

0:00 0:02:22 0:00

ພະເຈົ້າ Salman ກະສັດ​ອົງ​ໃໝ່ຂອງ​ຊາ​ອຸດີ ອາຣາ​ເບຍ ​ໄດ້​
ໃຫ້ຄຳໝັ້ນສັນຍາ ວ່າ ​ຈະ​ສືບຕໍ່​ນະ​ໂຍບາຍ ຂອງ​ພະເສດຖາ
​ຕ່າງ​ມານ​ດາຂອງພະອົງຄືມື້​ລາງກະສັດ Abdullah ​ທີ່​ໄດ້​ຖືກ
​ນຳ​ໄປ​ຝັງ​ໃນ​ວັນ​ສຸກ​ວານ​ນີ້ ທີ່​ນະຄອນຫຼວງ Riyadh.

ກະສັດ Abdullah ທີ່​ໄດ້​ສີ້​ນພະ​ຊົນ​ໃນ​ຕອນ​ເຊົ້າ​ວັນ​ສຸກວານ
ນີ້ ​ໄດ້​ຖືກ​ນຳ​ໄປ​ຝັງ​ຢູ່ໃນຂຸ​ມຝັງ​ສົບ​ບໍ່​ມີ​ເຄຶ່ອງໝາຍຫລັງຈາກ​
ໄດ້ມີພິທີ​ແບ​ບລຽບໆ ທີ່​ເຂົ້າຮ່ວມ​ໂດຍ ບັນດາ​ຜູ້ສູງສຸດ​ຂອງ
​ໂລກ​ອາຣັບ ແລະສາສະໜາອິສລາມ.

ນຶ່ງ​ໃນ​ຈຳນວນ​ບໍ່​ເທົ່າໃດອົງ​ຂອງບັນດາ​ກະສັດ​ທີ່ຍັງປົກຄອງແບບສົມບູນຍາສິດທິລາດ
ຢູ່ນັ້ນ ກະສັດ Abdullah ​ເປັນ​ທີ່​ເຊື່ອ​ກັນວ່າ ​ມີ​ພະ​ຊົນມາຍຸ 90 ພັນ​ສາ. ຫວ່າງ​ມໍ່​ໆ​ມາ​ນີ້
ພະ​ອົງຊົງ​ເຂົ້າ​ຮັບການ​ປິ່ນປົວ​ໂຣກປອດ​ອັກ​ເສບ ທີ່ໂຮງພະຍາ ບານ.

Saudi King Abdullah Laid to Rest
please wait

No media source currently available

0:00 0:02:09 0:00

​ນັກ​ຂ່າວ​ໂທລະພາບ ຊາ​ອຸ​ດີ ກ່າວ​ວ່າ “​ໃນ​ນາມ​ພະຜູ້​ເປັນ​ເຈົ້າ ຖະ​ແຫລ​ງການ​ ຈາກສຳ
ນັກພະລາດ​ຊະ​ວັງ Diwan ດ້ວຍ​ຄວາມ​ເສົ້າສະຫ​ລົດ​ໃຈ ​ພະ​ເຈົ້າ Salman bin Abdul-
Aziz Al Saud ​ແລະ​ສະມາຊິກ​ຂອງລາດ​ຊະ​ວົງ​ທັງ​ໝົດ ມີຄວາ​ມ​ເສົ້າ​ເສຍ​ໃຈ ​ຂໍແຈ້ງໃຫ້​
ທ່ານ​ຊາບວ່າ ພະ​ເຈົ້າ Salman bin Abdul-Aziz Al Saud ໄດ້​ສີ້​ນພະ​ຊົນ ​ໃນ​ເວລາ 1
​ໂມງເຊົ້າ ຫລື 23:00 ​ໂມງ​ ຕາມເວລາມາດຕະຖານສາກົນໃນວັນ​ສຸກ​ນີ້ ຄືວັນທີ 3 ເດືອນ
4 ປີ 1436 ຕາມປະຕິທິນ ສາສະໜາອິສລາມ.”

ອານາຈັກທີ່ອຸດົມ​ສົມບູນໄປດ້ວຍນຳ້ມັນ ປົກຄອງ​ໂດຍ​ຊາວກະສັດທີ່ນັບຖືສາສະ ໜາອິສ
ລາມນິກາຍ Sunni ​ໄດ້​ເຄຶ່ອນ​ໄຫວ​ຢ່າງ​ວ່ອງ​ໄວ ເພື່ອຄໍ້າປະກັນໃຫ້ມີ ການໂອນອຳນາດ
ແບບລາບລື່ນ ໂດຍການ​ແຕ່ງ​ຕັ້ງກະສັດ​ອົງ​ໃໝ່ ຄືພະເຈົ້າ Salman ທີ່ໄດ້ກ່າວໃນການໃຫ້
ພະລາດຊະໂອວາດ ຜ່ານ​ທາງ​ໂທລະພາບ​ໃນ​ວັນ​ສຸກ​ວານີ້ວ່າ ຈະສືບຕໍ່​ດຳ​ເນີນ​ນະ​ໂຍບາຍ
ອັນຖືກຕ້ອງຂອງ​ກະສັດອົງກ່ອນ.

ກະສັດ Salman ຊຶ່ງຄິດ​ວ່າ​ ມີ​ພະ​ຊົນມາຍຸ 79 ພັນ​ສາ ​ໄດ້​ເປັນອົງ​ມົງກຸດ​ລາດ ຊະ​ກຸມມານ
​ແລະ​ລັດຖະມົນຕີປ້ອງ​ກັນ​ປະ​ເທດ ມາ​ຕັ້ງ​ແຕ່ປີ 2012. ພະອຸນຸຊາ​ຕ່າງມານ​ດາ ຂອງ​ພະອົງ
ຄືເຈົ້າຊາຍ Muqrin ​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້ເປັນອົງມົງ ກຸດລາດຊະ​ກຸມມານ​ຄົນ​ໃໝ່.

​ໃນ​ຕອນ​ແລງ​ວັນ​ສຸກ​ວານ​ນີ້ ຊາວ​ຊາ​ອຸ​ດີ​ຫລາຍ​ຮ້ອຍຄົນ ​ໄດ້ພາກັນ​ຢ້ຽມຢາມ​ພະລາດ​ຊະ​ວັງ ​ໃນ​ນະຄອນ Riyardh ​ເພື່ອ​ສະ​ແດງ​ຄວາ​ມຫວັງດີ ​ໃຫ້​ກະສັດ ອົງໃໝ່ ປົກຄອງປະເທດດ້ວຍ ຄວາມສຳເລັດຜົນ.

SAUDI KING DIES VO
please wait
Embed

No media source currently available

0:00 0:00:50 0:00

XS
SM
MD
LG