ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການສະຫລອງບຸນ Eid al-Adha ເລີ້ມຂຶ້ນແລ້ວ ທີ່ ຊາອຸດີ ອາເຣເບຍ ແລະທົ່ວໂລກ (ສະໄລດ໌ກັບວີດີໂອ)


Muslim Hajj Pilgrimage Enters Final Stage
please wait

No media source currently available

0:00 0:00:51 0:00
ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບພິທີເລີ່ມຕົ້ນ ຂັ້ນຕອນສຸດທ້າຍ ຂອງການສະແຫວງບຸນ Hajj ຢູ່ ຊາອຸດີ ອາເຣເບຍ.

ຊາວ​ມຸສລິ​ມ ຫລາຍ​ລ້ານ​ຄົນ ​ໄດ້ພາກັນ​ເລີ່​ມ​ດໍາ​ເນີນ​ຂັ້ນ​ຕອນ
​ສຸດ​ທ້າຍ ຂອງ​ການ​ສ​ະ​ແຫວ​ງບຸນ Hajj ທີ່ Saudi Arabia ​
ໃນ​ວັນ​ສຸກ​ວາ​ນນີ້.

​ເຂົາ​ເຈົ້າພາກັນເດີນທາງໄປ​ຍັງ​ເຂດ Mina ​ຂອງ​ເມືອງ Mecca
ໃນ​ການເລີ້ມ​ຕົ້ນໄລຍະສາ​ມວັນ ຂອງ​ພິທີ​ແກ່ວ​ງກ້ອນ​ຫີນໄລ່​ຜີສາດ.

ການສະ​ແຫວ​ງບຸນ Hajj ​ແມ່ນ​ນຶ່ງ​ຂອງ​ຈໍານວນ​ຫ້າ​ຫລັກເຫງົ້າ​ຂອງ ສາສະໜາ​ອິສລາມ ທີ່​ດຶງດູດໃຫ້​ຜູ້​ສ​ະ​ແຫວ​ງບຸນ​ ​ເດີນທາງ​ໄປ​ຫາ​ບ່ອນ​ເກີດ​ຂອງສາສະໜາ​ອິສລາມ ຢ່າງ​ໜ້ອຍ​ນື່ງ​ເທື່ອ​ໃນ​ຊີວິດ ຖ້າຫາກ​ເປັນ​ໄປ​ໄດ້.

ກ່າວ​ກັນ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່ ຊາ​ອຸ​ດີ ອາ​ເຣ​ເບຍ ​ໄດ້​ປັບປຸງສະພາບ​ການແລະ​ສະຖານ​ທີ່​ໃຫ້​ດີ​ຂຶ້ນ ສໍາລັບຝູງຊົນຈໍານ​ວນ​ຫລາຍ​ລ້ານ​ຄົນ ​ທີ່​ໄປ​ສະ​ຫວງ​ບຸ​ນນັ້ນ ຮ່ວມ​ທັງ​ການ​ເພີ້​ມ​ເຕີມກ້ອງຖ່າຍຮູບ ​ເພື່ອ​ຕິດຕາມເບິ່ງ​ລະດັບ​ຄວາມແອ​ອັດຂອງ​ຝຸງ​ຊົນ.

​ເມື່ອ​ຫົກ​ປິ​ກ່ອນ ຫລາຍ​ກວ່າ 340 ຄົນ​ໄດ້​ເສຍ​ຊີວິດ​ ຍ້ອນ​ຄວາມ​ແອ​ອັດ​ຢຽບ​ກັນ​ຕາຍ ຢູ່​ບ່ອນປະກອບພິທີ ບຸນ Hajj ນັ້ນ.

ເບິ່ງພາບຊາວມຸສລິມໃນທົ່ວໂລກ ພາກັນສະຫລອງບຸນ Hajj:
XS
SM
MD
LG