ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

Saudi Arabia ຈັດພິທີສົ່ງສະການ ມື້ລາງເຈົ້າຟ້າອົງລັດຊະທາຍາດ


ມື້ລາງເຈົ້າຟ້າອົງລັດຊະທາຍາດ Sultan bin Abdul-Aziz ແຫ່ງ Saudi Arabia
ມື້ລາງເຈົ້າຟ້າອົງລັດຊະທາຍາດ Sultan bin Abdul-Aziz ແຫ່ງ Saudi Arabia

ພວກຜູ້ນໍາຊາອູດີ Arabia ໄດ້ຈັດພິທີສົ່ງສະການໃຫ້ມື້ລາງເຈົ້າຟ້າອົງລັດຊະທາຍາດ
Sultan bin Abdul-Aziz ແລະກະກຽມໃຫ້ລາດຊະອານາຈັກຊາອູດີ Arabia ແຕ່ງ
ຕັ້ງຜູ້ສືບທອດລາດຊະບັນລັງຄົນໃໝ່.

ພວກຜູ້ນໍາໂລກແລະພວກໄວ້ທຸກອື່ນໆໄດ້ໄປເຕົ້າໂຮມກັນຈົົນແໜ້ນວັດແຫ່ງນຶ່ງໃນນະ
ຄອນຫລວງຣີຢາດ ເມື່ອວັນອັງຄານວານນີ້ເພື່ອຄາລະວະສົບຄັ້ງ ສຸດທ້າຍຕໍ່ມື້ລາງອົງລັດ
ຊະທາຍາດ Sultan. ພະອົງໄດ້ສະເດັດສະຫວັນນະຄົດທີ່ນີວຢ໊ອກ ເມື່ອວັນເສົາຜ່ານ
ມານີ້ ຍ້ອນພະອາການປ່ວຍ ທີ່ບໍ່ໄດ້ມີການເປີດເຜີຍໃຫ້ຊາບ.

ເວລານີ້ ພວກເຈົ້າໜ້າທີ່ ຊາອູດີີ Arabia ຍັງບໍ່ໄດ້ປະກາດຊື່ຜູ້ທີ່ຈະສືບທອດຕຳແໜ່ງ
ອົງລັດຊະທາຍາດແທນພະອົງເທື່ອ ແຕ່ພວກນັກສັງເກດການທັງຫລາຍເຊື່ອກັນຢ່າງ
ກວ້າງຂວາງວ່າ ເຈົ້າຟ້າຊາຍ Nayaf ຊຶ່ງ ກຳຕຳແໜ່ງລັດຖະມົນຕີກະຊວງພາຍໃນ
ເວລານີ້ ຈະເປັນຜູ້ສືບຕໍາແໜ່ງ ເປັນອົງລັດຊະທາຍາດແທນ.

ກ່າວກັນວ່າ ເຈົ້າຟ້າພະອົງມີຄວາມສໍາພັນຢ່າງໄກ້ຊິດກັບພວກນັກບວດທີ່ ມີອິດທິພົນ ແລະເຄັ່ງຄັດສາສະໜາຂອງລາດຊະອານາຈັກຫລາຍກວ່າກັບກະສັດ Abdullah ຜູ້ທີ່ ໄດ້ທໍາການປະຕິຮູບຕ່າງໆທີ່ໂຮມທັງການອະ ນຸຍາດໃຫ້ພວກແມ່ຍິງມີສ່ວນປະກອບ ໃນການເລືອກຕັ້ງໃນອະນາຄົດນັ້ນ.

ມື້ລາງອົງລັດຊະທາຍາດໄດ້ຊົງເຂົ້າຮັບການຮັກສາປິ່ນປົວທີ່ນະຄອນນິວຢ໊ອກ ສະຫະລັດ
ອາເມຣິກາ ຍ້ອນບັນຫາແຊກຊ້ອນ. ສົບຂອງພະອົງໄດ້ຖືກນໍາກັບໄປຍັງນະຄອນຫລວງ
ຣີຢາດ ເມື່ອວັນຈັນຜ່ານມານີ້.

ທ່ານ ໂຈ ບາຍເດັນ ຮອງປະທານາທິບໍດີສະຫະລັດ ກໍຮວມຢູ່ໃນບັນດາ ແຂກຜູ້ມີກຽດ
ທີ່ໄປຮ່ວມພິທີສົ່ງສະການ. ກະສັດ Abdullah ຂອງຈໍແດນ, ກະສັດ Hamad bin Isa
al-Khalifa ຂອງບາຫ໌ເຣນ ແລະຈອມພົນ Hussein Tantawi ຂອງອີຈິບ ກໍໄດ້ໄປ
ຮ່ວມໃນພິທີສົ່ງສະການດັ່ງກ່າວ ນີ້.

ມື້ລາງອົງລັດຊະທາຍາດ Sultan ນັບວ່າເປັນຜູ້ຊົງມີອຳນາດຫຼາຍທີ່ສຸດຜູ້ນຶ່ງ ຂອງ
Saudi Arabia ແລະເຄີຍເປັນລັດຖະມົນຕີປ້ອງກັນປະເທດ ແລະ ຮອງນາຍົກລັດຖະ
ມົນຕີ ມາແລ້ວ.

XS
SM
MD
LG