ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາອຸດີ ອາຣາເບຍ ເປີດສະຖານທູດ ຄືນໃໝ່ ທີ່ນະຄອນຫຼວງ ແບັກແດດ


ແຜນທີ່ອີຣັກ.
ແຜນທີ່ອີຣັກ.

ຊາ​ອຸ​ດີ ອາ​ຣາ​ເບຍ ​ເປີດ​ສະຖານທູດ​ຄືນ​ໃໝ່ໃນ​ນະຄອນ​ແບັກ
​ແດດ ​ໃນ​ວັນ​ສຸກ​ວານ​ນີ້ ອັນ​ເປັນ​ການ​ເຄື່ອນ​ໄຫວ ​ທີ່ໝາຍ​ເຖິງ
​ການຊ່ວຍເສີມ​ສ້າງ​ ຄວາມ​ເຂັ້ມ​ແຂງ ຂອງພັນທະ​ມິດ​ຢູ່​ໃນ​ຂົງ​
ເຂດຕ້ານກຸ່ມ​ລັດ​ອິ​ສລາມ ທີ່​ໄດ້​ຍຶດເອົາ​ດິນ​ແດນ ຢູ່ໃນ​ອີຣັກ ​
ແລະ​ຊີ​ເຣຍ.

ຊາ​ອຸ​ດີ ອາຣາ​ເບຍ ​ໄດ້​ຕັດ​ສຳພັນ​ທາງ​ການ​ທູດ​ ​ແລະ​ປິດ​ສະ
ຖານທູດ​ຂອງ​ຕົນໃນນະຄອນ​ແບັກແດດ ​ໃນ​ປີ 1990 ຫລັງ
ຈາກ​ມື້ລາງ​ ຜູ້ນຳ​ຜະເດັດ​ການ​ອີຣັກ ທ່ານ Saddam Hus-
sein ຮຸກ​ຮານຄູ​ເວດ.

​ເອກ​ອັກຄະ​ລັດຖະທູດ ຊາ​ອຸ​ດີ ປະຈຳ​ອີຣັກ ທ່ານ Thamer Al Sabhan ​ໄດ້​ກ່າວ​ຕໍ່
​ໂທລະພາບ al-Arabia ວ່າ ການ​ເປີດ​ຄືນ​ສະຖານທູດ​ນີ້ ​ຈະ​ອະນຸຍາດ​ໃຫ້​ທັງ​ສອງ​
ປະ​ເທດ ປະສານ​ງານກັນ​ໃນ​ດ້ານ​ຄວາມ​ໝັ້ນຄົງ ​ແລະ​ຄວາມ​ພະຍາ ຍາມ​ທາງດ້ານ
​ທະຫານ ຕ້ານ​ພວກ​ຫົວ​ຮຸນ​ແຮງຈັດ.

ທັງ​ສອງ​ປະ​ເທດ ​ໄດ້​ປຶກສາ​ຫາລື​ກັນ​ໃນ​ຂັ້ນຕັ້ນ​ເພື່ອ​ສ້າງ​ຕັ້ງ​ສາຍສຳພັນ​ຄືນໃໝ່​ ​ເມື່ອ
ໜຶ່ງ​ປີ​ກ່ອນ ​ເວລາ​ຄະນະຜູ້ຕາງໜ້າຊາ​ອຸ​ດີ ​ໄດ້​ເ​ດີ​ນທາງ​ໄປ​ນະຄອນ​ແບັກ​ແດດ ​ໃນ
​ເດືອນ​ມັງກອນ ປີ 2015 ​ເພື່ອ​ເລີ້ມ​ກະກຽມການ​ເປີດ​ສະຖານທູດ​ຄືນ​ໃໝ່.

ການ​ເຄື່ອນ​ໄຫວ​ໃນ​ວັນ​ສຸກ​ວານ​ນີ້ ​ເປັນ​ຮ່ອງ​ຮອຍຫ​ລ້າ​ສຸດຂອງ​ຄວາມ​ສຳພັນ​ທີ່ ອົບ​
ອຸ່ນ​ຂຶ້ນ ລະຫວ່າງ​ແບັກ​ແດດ ​ແລະ​ບັນດາປະ​ເທ​ດອາຣັບ ​ໃນ​ເຂດ​ອ່າວ​ເປີ​ເຊຍ​ ຊຶ່ງ
ຈຳນວນ​ໜຶ່ງ​ເຫັນ​ວ່າ ​ອີຣັກທີ່ຢູ່​ພາຍ​ໃຕ້​ການ​ນຳພາ​ຂອງຊາວ Shi’ite ມີ​ຄວາມ​ໃກ້
ຊິດເກີນ​ໄປກັບອີຣ່ານ ທີ່​ນັບຖື​ສາສະໜາ​ອິສລາມ ​ນິກາຍ Shi’iteທີ່​ເປັນ​ຄູ່​ແຂ່ງ​
ທີ່​ສຳຄັນ​ຂອງເຂົາ​ເຈົ້ານັ້ນ.

ຊາ​ອຸ​ດີ ອາຣາ​ເບຍ ທີ່​ປົກຄອງ​ໂດຍ ນິກາຍ Sunni ນັ້ນ ໄດ້​ກ່າວ​ຫາ​ອີຣັກມາ​ເປັນ​ເວລາ​
ນານ​ແລ້ວ​ວ່າ ມີ​ຄວາມ​ໃກ້ຊິດ​ກັບອີຣ່ານ​ເກີນ​ໄປ ແລະ​ໄດ້​ຊຸກຍູ້​ໃຫ້​ມີ ການ​ຈຳ​ແນ​ກກີດ
​ກັນ​ຕໍ່​ຊາວ Sunni ຊຶ່ງ​ເປັນການ​ກ່າວ​ຫາ​ທີ່ ​ແບັກແດດ ​ໄດ້​ປະ ຕິ​ເສດ​ແລ້ວນັ້ນ.

ຄວາມ​ເຄັ່ງຕຶງ​ໄດ້​ຫລຸດຜ່ອນ​ລົງ ລະຫວ່າງບັນດາ​ປະ​ເທດ​ໃນ​ເຂດ​ອ່າວ​ເປີ​ເຊຍ​ທີ່ ປົກຄອງ​
ໂດຍ​ນິກາຍ Sunni ​ແລະອີຣັກ ນັບ​ຕັ້ງ​ແຕ່ນາຍົກລັດຖະມົນຕີ Haider al-Abadi ໄດ້​ກຳ
​ຕຳ​ແໜ່ງ​ ໃນເດືອນ​ສິງຫາ ​ປີ 2014.

XS
SM
MD
LG