ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາອູດີ ອາເຣເບຍ ສະກັດກັ້ນ ລູກສອນໄຟ ທີ່ຍິງຈາກ ປະເທດ ເຢເມນ


ນັກຮົບນິກາຍ Shiite ຮູ້ດັ່ງກັບ Houthi, ນັ່ງຢູ່ເທິງລົດລາດຕະເວນ ຮ້ອງຄຳຂວັນ ໃນລະຫວ່າງການເຕົ້າໂຮງຊົນເຜົ່າ ເພື່ອສະແດງການສະໜັບສະໜູນໃຫ້ແກ່ ຂະບວນການ Houthi ໃນນະຄອນຫຼວງ Sanaa, ປະເທດ ເຢເມນ.
ນັກຮົບນິກາຍ Shiite ຮູ້ດັ່ງກັບ Houthi, ນັ່ງຢູ່ເທິງລົດລາດຕະເວນ ຮ້ອງຄຳຂວັນ ໃນລະຫວ່າງການເຕົ້າໂຮງຊົນເຜົ່າ ເພື່ອສະແດງການສະໜັບສະໜູນໃຫ້ແກ່ ຂະບວນການ Houthi ໃນນະຄອນຫຼວງ Sanaa, ປະເທດ ເຢເມນ.

ຊາອູດີ ອາເຣເບຍ ກ່າວວ່າ ພວກເຂົາເຈົ້າໄດ້ສະກັດກັ້ນລູກສອນໄຟຂີປະນາວຸດລູກໜຶ່ງ ທີ່ຖືກຍິງຂຶ້ນຈາກປະເທດ ເຢເມນ ໃນຕອນຄ່ຳຂອງວັນຈັນວານນີ້.

ລູກສອນໄຟນີ້ໄດ້ຖືກທຳລາຍໃນກາງອາກາດ ໂດຍບໍ່ໄດ້ເຮັດໃຫ້ມີຜູ້ໃດໄດ້ຮັບບາດເຈັບ ຫຼື ເສຍຊີວິດແຕ່ໃດໆ ອີງຕາມລາຍ​ງານອົງການຂ່າວ SPA ຂອງລັດຖະບານ ຊາອຸ. ນີ້ແມ່ນ ລູກສອນໄຟຂີປະນາວຸດລູກທີ 2 ທີ່ ຊາອູດີ ອາເຣເບຍ ໄດ້ສະກັດກັ້ນຈາກປະເທດ ເຢເມນ ໃນເດືອນນີ້ພຽງເດືອນດຽວ.

​ແນວ​ໂຮມນຳພາໂດຍ ຊາອູດີ ອາເຣເບຍ, ເຊິ່ງໃຫ້ການສະໜັບສະໜູນປະທານາທິບໍດີ ເຢເມນ ທ່ານ Abdu Rabu Mansour Hadi, ໄດ້ກ່າວວ່າ ການໂຈມຕີຄັ້ງນີ້ ອາດບັງຄັບ ໃຫ້ພວກເຂົາເຈົ້າພິຈາລະນາຄືນສັນຍາຢຸດຍິງເຊິ່ງໄດ້​ແຜ້ວທາງໃຫ້ແກ່ການເຈລະຈາສັນ ຕິພາບທີ່ນຳພາ ໂດຍອົງການສະຫະປະຊາຊາດ ໃນປະເທດ ຄູເວດ ເມື່ອເດືອນເມສາ ທີ່ ຜ່ານມາ.

ພວກກຸ່ມກະບົດ Houthi ຂອງ ເຢເມນ ໄດ້ເຂົ້າຄວບຄຸມນະຄອນຫຼວງ Sana’a ນັບຕັ້ງ ແຕ່ໄດ້​ເຂົ້າຍຶດ​ເອົາ ໃນເດືອນ ກັນຍາ ປີ 2014. 6 ເດືອນຕໍ່ມາ, ພວກເຂົາເຈົ້າໄດ້ມຸ່ງໜ້າສູ່ ພາກໃຕ້ໃນການໂຈມຕີທີ່ເຮັດໃຫ້ພວກເຂົາເຈົ້າສາມາດຍຶດເອົາເມືອງທ່າ Aden ເອົາໄວ້ ໄດ້, ແລະເຮັດໃຫ້ປະທານາທິບໍດີ Hadi ຕ້ອງຫຼົບໜີເຂົ້າໄປໃນ ຊາອູດີ ອາເຣເບຍ.

ທ່ານ Hadi ແລະ ລັດຖະບານຂອງທ່ານນັບຕັ້ງແຕ່ນັ້ນມາໄດ້ເດີນທາງກັບຄືນສູ່ເມືອງ Aden, ເຊິ່ງໄດ້ຮັບການຊ່ວຍເຫຼືອ ໂດຍການຖິ້ມລະເບີດ ຕະຫຼອດປີ ຈາກແນວ​ໂຮມທີ່ນຳ ພາໂດຍ ຊາອູດີ ອາເຣເບຍ ທີ່ໄດ້ຊ່ວຍໃຫ້ພວກເຂົາເຈົ້າຂັບ​ໄລ່ໃຫ້ພວກ Houthi ຖອຍ ອອກໄປ. ຄວາມຂັດແຍ້ງໄດ້ເຮັດໃຫ້ປະຊາຊົນຫຼາຍກວ່າ 6,400 ຄົນເສຍຊີວິດ ແລະ ປະ ຊາຊົນຫຼາຍລ້ານຄົນ ມີຄວາມຕ້ອງການການຊ່ວຍເຫຼືອດ້ານມະນຸດສະທຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG