ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊາອູດີ ອາຣາເບຍ ແລະຣັດເຊຍ ນຳພາສີ່ປະເທດ ຮັກສາ ລະດັບການຜະລິດນ້ຳມັນ


​ລັດຖະມົນຕີນໍ້າມັນ ຊາ​ອຸ​ດີ ທ່ານ Ali al-Naimi ກ່າວຕໍ່ບັນດາ ນັກຂ່າວ.
​ລັດຖະມົນຕີນໍ້າມັນ ຊາ​ອຸ​ດີ ທ່ານ Ali al-Naimi ກ່າວຕໍ່ບັນດາ ນັກຂ່າວ.

ສີ່ໃ​ນຈຳ​ນວນບັນດາປະ​ເທດທີ່ຜະລິດ​ນໍ້າມັນ​ໃຫຍ່​ທີ່​ສຸດ​ໃນ​ໂລກ
​ໄດ້​ເຄື່ອນ​ໄຫວ​ໂຈະກາ​ນຜະລິດ​ນໍ້າມັນ​ຂອງ​ເຂົາ​ເຈົ້າ ໃນວັນ​ອັງ
ຄານ​ວານ​ນີ້ ​ເພື່ອ​ພ​ະຍາ​ມ​ຍຸດຕິ ການ​ຕົກ​ລາຄາ 70 ​ເປີເຊັນ​ຂອງ
ມັນ​ດິບ ​ເພາະວ່າ ມີ​ນໍ້າມັນ​ຫລາຍ​ເກີນ​ໄປ​ໃນ​ຕະຫລາດ​ໂລກ.

ການ​ຕົກລົງ​ໄດ້​ບັນລຸ​ກັນ ​ໂດຍ​ລັດຖະມົມຕີນ້ຳມັນຣັດ​ເຊຍ ​ແລະ​
ອີກ​ສາມ​ສະມາ ຊິກ​ຂອງບັນດາ​ປະ​ເທດ​ສົ່ງ​ນໍ້າມັນ​ອອກ ປະກອບ
​ມີ ຊາ​ອຸ​ດີ ອາ​ຣາ​ເບຍ ​ເວ​ເນ​ຊູ​ເອລາ ​ແລະ​ກາ​ຕ້າ ລະຫວ່າງ​ການ
ປະຊຸມລັບ​ທີ່ນະຄອ​ນຫລວງ Doha. ທັງ​ສີ່​ປະ​ເທດ ກ່າວວ່າ ​ເຂົາ
​ເຈົ້າ​ຈະ​ຢຸດການ​ສົ່ງ​ອອກ​ໃນ​ລະດັບເດືອນ​ມັງກອນ ຊຶ່ງ​ລັດຖະ
ມົນຕີນໍ້າມັນ ຊາ​ອຸ​ດີ ທ່ານ Ali al-Naimi ຮອ້ງວ່າ ​ເປັນ​ທີ່ “ພຽງພໍ.”

ແຕ່​ທ່ານ Naimi ກ່າວ​ວ່າ ການ​ຕົກລົງນີ້​ມີເງື່ອນ​ໄຂ​ຢູ່​ວ່າ ​ຜູ້​ຜະລິດ​ລາຍໃຫຍ່​ອື່ນໆ ຍັງຈະ
​ຕ້ອງ​ໄດ້​ເຫັນ​ດີໃຫ້​ໂຈະ​ການ​ຜະລິດຂອງເຂົາ​ເຈົ້າ.

ການເຈລະຈາ​ເພີ້ມ​ຕື່ມທີ່​ພົວ​ພັນ​ກັບອີຣ່ານ​ແລະ​ອີຣັກ ມີ​ກຳນົດ​ຈະ​ໄຂຂຶ້ນ​ທີ່ນະຄອນ​ເຕຫະ ຣ່ານ ​ໃນ​ວັນ​ພຸດມື້​ນີ້. ອີຣ່ານ ອາດ​ຈະ​ບໍ່​ເຫັນ​ດີກັບ ​ການ​ຫລຸດ​ການ​ຜະລິດ​ລົງ ​ໃນ​ຂະນະ​ທີ່​
ປະ​ເທດ​ດັ່ງກ່າວ​ກຳລັງ​ຊອກ​ຫາ​ທາງ​ສົ່ງ​ນໍ້າມັນອອກນ້ຳມັນ ຫລັງຈາກມີ​ກາ​ນຍົກ​ເລີກການ​
ລົງ​ໂທດທາງ​ດ້ານເສດຖະກິດ ​ຂອງສະຫະ​ປະຊາ​ຊາດ ​ແລະປະ​ເທດ​ຕາ​ເວັນ​ຕົກ ທີ່​ໄດ້​ແນ​
ໃສ່ເພື່ອ​ໃຫ້ເຕຫະຣ່ານຫລຸດຜ່ອນ​ການພັດທະນາ​ອາວຸດ​ນິວ​ເຄລຍ.

ທ່ານ Naimi ກ່າວ​ວ່າ “ພວກ​ເຮົາບໍ່​ຕ້ອງການ ​ໃຫ້​ມີ​ການ​ຂຶ້ນລາຄາ ​ທີ່​ສຳຄັນ​ໃດໆ. ພວກ​
ເຮົາບໍ່​ຕ້ອງການ​ຫລຸດ​ການ​ຜະລິດ​ລົງ ພວກ​ເຮົາ​ຕ້ອງການ​ໃຫ້​ຜະລິດພຽງພໍກັບ​ຄວາ​ມຕ້ອງ
ການ ​ແລະ​ພວກ​ເຮົາ​ຕ້ອງການ​ໃຫ້​ລາ​ຄາ​ນໍ້າມັນມີ​ຄວາມ​ທຸ່ນ​ທ່ຽງ." ​

XS
SM
MD
LG