ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານ Sanders ຈະເຮັດວຽກ ຮ່ວມກັບ ທ່ານນາງ Clinton ເພື່ອຢຸດທ່ານ Trump


ຜູ້ສະໝັກປະທານາທິບໍດີ ທ່ານ Bernie Sanders ຕຽມກ່າວ ຕໍ່ຜູ້ສະໜັບສະໜູນ.
ຜູ້ສະໝັກປະທານາທິບໍດີ ທ່ານ Bernie Sanders ຕຽມກ່າວ ຕໍ່ຜູ້ສະໜັບສະໜູນ.

ຜູ້​ສະໝັກ​ປະທານາທິບໍດີ ພັກ​ເດ​ໂມ​ແຄຣັດ ທ່ານ Bernie Sanders ກ່າວ​ຕໍ່​ພວກ​ສະໜັບ​ສະ​ໜູນ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ທ່ານ​ຈະ​ເຮັດ​ວຽກ​ກັບຜູ້​ທີ່ຄາດ​ວ່າ​ຈະ​ຖືກ​ສະ​ເໜີຊື່ ທ່ານ​ນາງ Hillary Clinton ​ເພື່ອ​ໃຫ້​ເປັນ​ທີ່​ແນ່ນອນ​ວ່າທ່ານ Donald Trump ຈາກພັກຣີ​ພັບ​ບລິ​ກັນ ຈະ​ບໍ່​ມີ​ໂອກາດ​ທີ່​ຈະ​ໄດ້​ເຂົ້າໄປ​ກຳ​ຕຳ ​ແໜ່​ງຢູ່​ທຳນຽບຂາວ.

​ໃນ​ຂະນະ​ທີ່​ຍັງ​ບໍ່ທັນ​ໄດ້​ປະກາດ​ໃຫ້ການ​ສະໜັບສະໜຸນແກ່ທ່ານ​ນາງ Clinton ຫລື​ຍອມ ຮັບ​ເຖິງ​ການ​ເສຍ​ໄຊ​ໃນ​ການແຂ່ງຂັນຂອງ​ພັກ​ເດ​ໂມ​ແຄຣັດ​ເທື່ອ ທ່ານ Sanders ກໍກ່າວ​ວ່າ​ ​ການເອົາ​ຊະນະ​ທ່ານ Trump ​ແລະ ​ເອົາ​ຊະນະ​ທ່ານ “ຢ່າງເຈັບ​ແສບ” ນັ້ນ ​ເປັນ​ພາ ລະກິດ​ທາງ​ດ້ານ​ການ​ເມືອງ​ທີ່​ສຳຄັນ.

“ພວກ​ເຮົາ​ບໍ່​ຕ້ອງການຢາກ​ໃຫ້​ມີ​ຜູ້​ສະໝັກຂອງ​ພັກໃຫຍ່ໆ ທີ່​ຖື​ເອົາ​ການຈຳ​ແນ​ກ ກີດ​ກັນ​ເປັນ​ຫລັກການ​ສຳຄັນ​ໃນການ​ໂຄສະນາ​ຫາ​ສຽງ” ນັ້ນຄື​ຄຳ​ເວົ້າຂອງສະມາ ຊິກ​ສະພາ​ສູງ ຈາກ​ລັດ Vermont ທີ່ກ່າວ​ຢູ່​ທີ່​ເມືອງ Burlington.

ທ່ານ​ໄດ້​ກ່າວ​ຫາ​ທ່ານ Trump ວ່າ ​ດູ​ຖູ​ກຊາວ​ສະ​ແປ​ນິສ ຊາວມຸສລິ​ມ ພວກ​ແມ່ຍິງ ​ແລະ ຊາວ​ອາ​ເມຣິກັນ​ເຊື້ອສາຍ​ອາ​ຟຣິກາ ​ແລະ​ຮ້ອງ​ ສະພາບ​ອາກາດ​ຮ້ອນ​ເອົ້າ​ຂອງ​ໂລກ​ວ່າ ​ເປັນ​ເລື້ອງຂີ້​ຕົວະ.

ທ່ານ Sanders ​ໄດ້ໃຫ້​ຄຳ​ໝັ້ນ​ສັນຍາ ​ທີ່​ຈະ​ເຮັດ​ວຽກ​ໃຫ້ການ​ໂຄສະນາ​ຫາ​ສຽງ ຂອງ​ພັກ​ເດ​ໂມ​ແຄຣັດ ມີ​ແນວທາງ​ກ້າວໜ້າ​ທີ່ສຸດ ​ໃ​ນປະຫວັດສາດ ຢູ່​ທີ່​ກອງ​ປະ ຊຸມ​ໃຫຍ່​ໃນ​ເດືອນ​ໜ້າ​ນີ້ ​ທີ່​ນະຄອນ Philadelphia.

ທ່ານ​ກ່າວ​ວ່າ “​ແຕ່​ວ່າການ​ປະຕິວັດ​ທາງການ​ເມືອງ ​ມີ​ຄວາມ​ໝາຍ​ຫລາຍ​ກວ່າ​ການ​ຕໍ່ສູ້​ກ​ເພື່ອ​ອຸດົມ​ການຂອງ​ພວກ​ເຮົາ ຢູ່ທີ່​ກອງ​ປະຊຸມ​ແຫ່ງ​ຊາດ ​ພັກ​ເດ​ໂມ​ແຄຣັດ ​ແລະ​ເອົາ​ຊະ ນະ​ທ່ານ Trump.​ ມັນ​ໝາຍ​ຄວາມ​ວ່າ ຢູ່​ທຸກ​ລະດັບພວກ​ເຮົາ​ແມ່ນ​ທຳ​ການ​ຕໍ່ສູ້​ເພື່ອ​ເຮັດໃຫ້​ສັງຄົມ​ຂອງ​ພວກ​ເຮົາ ​ເປັນ​ປະ​ເທ​ດທີ່​ມີ​ຄວາມ ສະ​ເໝີີ​ພາບ​ທາງ​ດ້ານເສດຖະກິດ ສັງຄົມ ເຊື້ອຊາດເຜົ່າ​ພັນແລະ​ສິ່ງ​ແວດ​ລ້ອມ.”

ທ່ານ Sanders ​ໄດ້​ພົບ​ປະ​ກັບ ທ່ານ​ນາງ Clinton​ ​ໃນ​ຕອນ​ຄໍ່າ​ວັນ​ອັງຄານ​ທີ່​ຜ່ານ​ມາ ຫລັງ​ຈາກ​ທ່ານ​ນາງ​ໄດ້​ຊະນະ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນບ່ອນສຸດ​ທ້າຍ​ປະຈຳ ​ປີ ທີ່​ນະຄອນ ຫລວງ​ວໍ​ຊິງ​ຕັນ. ທ່ານ​ກ່າວ​ວ່າ ທ່ານ​ເບິ່ງ​ໄປ​ໜ້າຂອງສອງການ​ໂຄ ສະນາ​ຫາ​ສຽງ​ໃນ​ການ​ສືບ​ຕໍ່​ການ​ສົນທະນາ​ກັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG