ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Sanders ​ຊະນະ ​ການ​ເລືອກ​ຕັ້ງຂັ້ນຕົ້ນ ພັກ​ເດ​ໂມ​ແຄຣັດ ທີ່​ລັດ Michigan


ຜູ້ສະໝັກປະທານາທິບໍດີສະຫະລັດ ສະມາຊິກສະພາສູງ ພັກເດໂມແຄຣັດ ທ່ານ Bernie Sanders ກ່າວຕໍ່ບັນດາ ຜູ້ສະໜັບສະໜູນ.
ຜູ້ສະໝັກປະທານາທິບໍດີສະຫະລັດ ສະມາຊິກສະພາສູງ ພັກເດໂມແຄຣັດ ທ່ານ Bernie Sanders ກ່າວຕໍ່ບັນດາ ຜູ້ສະໜັບສະໜູນ.

ສະມາຊິກ​ສະພາ​ສູງຈາກລັດ Vermont ທ່ານ Bernie San-
ders ​ໄດ້​ຮັບໄຊຊະນະ​ຢ່າງ​ບໍ່​ຄາດ​ຝັນ ໃນ​ການ​ເລືອກ​ຕັ້ງຂັ້ນ
ຕົ້ນຂອ​ງພັກ​ເດ​ໂມ​ແຄຣັດໃນ​ວັນ​ອັງຄານ​ວານ​ນີ້ທີ່​ລັດ Michi-
gan ທາງ​ພາກ​ເໜືອ​ ຂອງ​ສະຫະລັດ ​ໃນ​ຂະນະ​ທີ່ ທ່ານ ​Do-
nald Trump ຈາກພັກຣີພັບ​ບລິ​ກັນ ໄດ້ຮັບ​ໄຊຊະນະ ດ້ວຍ​
ການ​ມີ​ຄະ​ແນນນຳ​ໜ້າຢ່າງ​ກວ້າງຂວາງ ​ໃນ​ລັດ Michigan,
Mississippi ​ແລະ Hawaii.

ການ​ຢັ່ງ​ສຽງ​ຫຼາຍ​ຄັ້ງ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ອະດີດ​ລັດຖະ
ມົນ​ຕີ​ຕ່າງປະ​ເທດ ທ່ານ​ນາງ Hillary Clinton ​ໄດ້​ຮັບ​ຄະ​
ແນນນິຍົມຫຼາຍ​ທີ່​ສຸດ​ ທີ່​ຈະ​ໄດ້​ຮັບໄຊຊະນະ​ໃນ​ລັດ Michi-
gan ​ແຕ່ວ່າ ທ່ານ Sanders ໄດ້ຮັບ 50 ​ເປີ​ເຊັນ​ຂອງ​ການ​ລົງ​ຄະແນນ​ສຽງທັງ​ໝົດ. ທ່ານ​
ນາງ Clinton ​ໄດ້​ຊະນະ​ຢ່າງ​ງ່າຍ​ດາຍ ​ໃນ​ການເລືອກ​ຕັ້ງຂັ້ນຕົ້ນຂອງ​ພັກເດ​ໂມ​ແຄຣັດທີ່​
ລັດ Mississippi ​ໃນ​ພາກ​ໃຕ້​ຂອງ​ສະຫະລັດ ​ໃນວັນ​ອັງຄານວານ​ນີ້.

ຜູ້ສະໝັກ ປະທານາທິບໍດີ ສະຫະລັດ ທ່ານນາງ Hillary Clinton.
ຜູ້ສະໝັກ ປະທານາທິບໍດີ ສະຫະລັດ ທ່ານນາງ Hillary Clinton.

ທ່ານ Sanders ກ່າວ​ວ່າ ​ໄຊຊະນະ​ທີ່​ລັດ Michigan ໝາຍ​ຄວາ​ມວ່າ ການ “ການ​ປະຕິ
ວັດ​ທາງ​ການ​ເມືອງ” ຂອງ​ທ່ານແມ່ນ​ມີ​ຄວາມ​ເຂັ້ມ​ແຂງ​ໃນ​ທົ່ວ​ປະ​ເທດ ​ແລະ​ທ່ານ​ເຊື່ອ​ວ່າ
ບັນດາ​ຂົງ​ເຂດຕ່າງໆທີ່ການໂຄສະນາ​ຫາງ​ສຽງ​ຂອງ​ທ່ານມີ​ຄວາມ​ເຂັ້ມ​ແຂງ​ທີ​່ສຸດ​ນັ້ນແມ່ນ​
ບ່ອນ​ທີ່​ຍັງ​ບໍ່​ທັນ​ມີການ​ປ່ອນ​ບັດ​ເທຶ່ອ.

ທ່ານ​ກ່າວ​ວ່າ “​ໃນ​ຂະນະ​ທີ່​ຄົນຮູ້​ຫລາຍ​ຂື້ນ​ກ່ຽວ​ກັບວ່າ ພວກ​ເຮົາແມ່ນ​ໃຜ ​ແລະ​ແນວ​ຄິດ​
ຂອງ​ພວກ​ເຮົາ​ຈະ​ຮັບ​ການ​ສະໜັບສະໜູນ​ເປັນ​ຢ່າງ​ດີ.”

ຜູ້ສະໝັກ ປະທານາທິບໍດີ ສະຫະລັດ ສະມາຊິກສະພາສູງ ພັກຣີພັບບລິກັນ ທ່ານ Marco Rubio ຈາກລັດ Florida.
ຜູ້ສະໝັກ ປະທານາທິບໍດີ ສະຫະລັດ ສະມາຊິກສະພາສູງ ພັກຣີພັບບລິກັນ ທ່ານ Marco Rubio ຈາກລັດ Florida.

ທ່ານ Matt Grossman ​ຫົວໜ້າ​ສະ​ຖາ​ບັນ ນະ​ໂຍບາຍ​ສາທາລະນະ ​ແລະ​ຄົ້ນຄວ້າ​ສັງ
ຄົມ ທີ່​ມະຫາວິທະຍາ​ໄລ ລັດ Michigan ກ່າວ​ວ່າ ຈຸດສຳຄັນ​ແມ່ນ​ຄວາມ​ນິຍົມ ທີ່​ທ່ານ
Sanders ​ໄດ້ຮັບ​ຈາກ​ບັນດາ​ຊາວ​ໜຸ່ມ ຜູ້ທີ່​ຍາກ​ທີ່ພວກ​ຢັ່ງ​ຫາງສຽງ​ຈະ​ເຂົ້າ​ໄປ​ເຖິງ ​ແຕ່​
ໄດ້​ພາກັນ​ມາ​ປ່ອນ​ບັດ​ຢູ່​ໃນ​ລັດ Michigan. ທ່ານ​ Sanders ຍັງໄດ້​ຕ່າວ​ປີ້ນການ​ດິ້ນລົນ
​ຂອງທ່ານໃນ​ຕອນ​ຕົ້ນ ທີ່​ໄດ້​ຮ້ອງຂໍ​ຕໍ່ບັນດາຊົນ​ກຸ່ມ​ນ້ອຍ.

ທ່ານ Grossman ກ່າວ​ວ່າ “ນີ້​ເປັນ​ການ​ຖະ​ແຫລ​ງອັນສຳຄັນທີ່​ທ່ານ​ສາມາດ​ແຂ່​ງຂັນ​ກັບ​
ທ່ານ​ນາງ Clinton ​ເກີນ​ໄປ​ກວ່າ​ພື້ນ​ຖານຂອງ​ທ່ານ ກັບພວກ​ໜຸ່ມນ້ອຍ​ຜິວ​ຂາວ​ຫົວເສລີ
ທີ່​ທ່ານ​ສາມາດ​ແຂ່ງຂັນ​ແກ່​ຢ່າງ​ໜ້ອຍ​ການ​ລົງ​ຄະ​ແນນ​ສຽງ​ຈຳນວນ​ໜຶ່ງທີ່​ບັນດາ​ຜູ້​ລົງ​ຄະ​
ແນນ​ສຽງ​ກຸ່ມ​ນ້ອຍ ຢູ່​ທາງ​ພາກ​ເໜືອ​ ອາດ​ຈະ​ລົງຄະ​ແນນ​ສຽ​ງ​ ແຕກ​ຕ່າງ​ໄປ​ກວ່າ​ພວກ​ຢູ່​
ທາງ​ພາກໃຕ້.”

ຜູ້ສະໝັກ ປະທານາທິບໍດີີ ສະຫະລັດ ພັກຣີພັບບລິກັນ ທ່ານ Donald Trump ກ່າວທີ່ກອງປະຊຸມນັກຂ່າວ.
ຜູ້ສະໝັກ ປະທານາທິບໍດີີ ສະຫະລັດ ພັກຣີພັບບລິກັນ ທ່ານ Donald Trump ກ່າວທີ່ກອງປະຊຸມນັກຂ່າວ.

ທ່ານ​ນາງ Clinton ກ່າວ​ຕໍ່​ບັນດາ​ຜູ້​ປ່ອນ​ບັດ ທີ່​ນະຄອນ Cleveland ລັດ Ohio ໜຶ່ງ​ໃນ​ຈຳນວນ​ຫ້າ​ລັດ ​ທີ່ຈະ​ຈັດການ​ລົງ​ຄະ​ແນນ​ສຽງຂັ້ນຕົ້ນ ​ຂອງພັກ​ເດ​ໂມ​ແຄຣັດ ​ໃນອາທິດ​
ໜ້ານີ້ ​ໂດຍກ່າວ​ວ່າ ​ທ່ານ​ນາງ​ພາກພູມ​ໃຈ​ ​ໃນ​ການໂຄ​ສະ​ນາ​ຫາ​ສຽງ ​ທີ່ ທ່ານ​ນາງ ​ແລະ​
ທ່ານ Sanders ກຳລັງ​ປະຕິບັດ​ຢູ່. ທ່ານ​ນາງ​ໄດ້​ປຽບທຽບ​ໃສ່ກັບການ​ໂຄສະນາ​ຫາ​ສຽງ​
ຂອງ​ພັກຣີພັບ​ບລິ​ກັນ ບ່ອນ​ທີ່​ທ່ານນາງ​ກ່າວ​ວ່າ ບັນດາ​ຜູ້​ສະໝັກ​ພາກັນທຳລາຍ​ຊຶ່ງ​ກັນ​
ແລະ​ກັນ.

US Presidentail Politics
please wait

No media source currently available

0:00 0:02:44 0:00

XS
SM
MD
LG